Author archives

ຈອງການບໍລິການ

Ford

ກອກຂໍ້ມູນເພື່ອຈອງຄິວບໍລິການ 24/7 ຕິດຕໍ່ພວກເຮົາ Lao Ford City Vientiane Mon-Sat 8AM-5PM Souphanouvong Avenue, Khunta Village, Sikhottabong District, Vientiane Capital 021-241-108, 021-244-408 Google Map Lao Ford City Savannakhet Mon-Sat 8AM-5PM Kaisone Phomvihan Road KM7, Oudomvilay Village, Kaisone Phomvihan District, Savannakhet Province 030-2003-002 Google Map Lao Ford City Luang Prabang Mon-Sat 8AM-5PM 13 North Road, Viengmai Village, Luang Prabang …

ບໍລິການສ້ອມແປງພາຍໃນ 60ນາທີ

60 MINUTES EXPRESS SERVICE_lao

ລາວຟອດຊີຕີ ເປີດໃຫ້ບໍລິການດ່ວນພາຍໃນເວລາ 60 ນາທີ. ພວກເຮົາຊ່ວຍເຮັດໃຫ້ປັນຫາລົດຂອງທ່ານເປັນເລື່ອງງ່າຍ. ງ່າຍ! | ຈອງຄິວໄດ້ຕະຫຼອດ 24 ຊົ່ວໂມງ ໂດຍກົດປຸ່ມດ້ານລຸ່ມ. ສະດວກ ! | ທີ່ສູນບໍລິການລາວຟອດຊີຕີ ພ້ອມບໍລິການ ຈັນ-ເສົາ ວ່ອງໄວ! | ນັດໝາຍບໍລິການດ່ວນພາຍໃນ 60 ນາທີ່. ບໍລິການຟຣີສຳສັບລົດທີ່ຄ້າງຊຳລະ* ຮັບຂອງຂວັນຟຣີ ຕິດຕໍ່ພວກເຮົາ ວິທີການຈອງການບໍລິການດ່ວນພາຍໃນ 60 ນາທີຜ່ານຊ່ອງທາງອ່ອນລາຍ. ສູນບໍລິການຟອດພ້ອມບໍລິການດ່ວນພາຍໃນເວລາ 60 ນາທີ. *ຂໍ້ກຳນົດ ແລະ ເງື່ອນໄຂຂອງການບໍລິການ

ການຮັບປະກັນ

ປະກັນລົດໃໝ່ ຕາຕະລາງດ້ານລຸ່ມຈະສະແດງໃຫ້ເຫັນເຖິງການຄຸ້ມຄອງ ແລະ ຂໍ້ກຳນົດຂອງການຮັບຜິດຊອບຕາມ ກມ ແລະ ເປັນເດືອນ, ພາຍໃຕ້ການຄຸ້ມຄອງຂັ້ນພື້ນຖານ ພາຫະນະທີ່ສົມບູນ ຍົກເວັ້ນ ຢາງ ແລະ ລາຍການທີ່ລະບຸໄວ້ “ລາຍການທີ່ບໍ່ໄດ້ຢູ່ໃນການຮັບປະກັນ” ຈະໄດ້ຮັບການຄຸ້ມຄອງຈາກຂໍ້ບົກຜ່ອງໃນວັດສະດຸ ແລະ ຂັ້ນຕອນການຜະລິດຈາກໂຮງງານ. ການຮັບປະກັນພື້ນຖານແມ່ນເລີ່ມຕົ້ນ 36 ເດືອນ ຫຼື 100,000 ກມ ສີ່ງໃດມາຮອດກ່ອນ ນອກຈາກນີ້. ຍັງໃຫ້ການຮັບປະກັນລະບົບ ຈັກ, ເກຍ ແລະ ລະບົບຂັບເຄື່ອນ ເຖິງ 5 ປີ ຫລື 100,000 ກມ ການຄຸ້ມຄອງເລີ່ມຕົ້ນ ການຄຸ້ມຄອງຈະເລີ່ມໃນມື້ທີ່ທ່ານຮັບລົດ ຫຼື ມື້ທີ່ເລີ່ມໃຊ້ງານ, ໂດຍຈະຖືກບັນທຶກທີ່ໃບດ້ານຫລັງຂອງປື້ມຮັບປະກັນ. ລາຍການທີ່ບໍ່ໄດ້ຢູ່ໃນການຮັບປະກັນ ລວມມີ: ຄວາມເສຍຫາຍຈາກການເກີດອຸປະຕິເຫດ, ໄຟໃໝ້, ນ້ຳຖ້ວມ ຫຼື ອື່ນໆ. ຂໍ້ຜິດຜາດຈາກການໃຊ້ງານແບບຜິດປົກກະຕິ, ການແຂ່ງ, ການດັດແປ່ງສະພາບລົດ​ເຊັ່ນອາໄຫລ່ບໍ່ແມ່ນອາໄຫລ່ທີ່ມາຈາກໂຮງງານ. ແລະ/ຫລື ການລາກແກ່ ບັນທຸກເກີນນ້ຳໜັກມາດຕະຖານຂອງລົດ, ການແຕ່ງສີ, …

ການຊ່ວຍເຫຼືອສຸກເສີນ

roadside assistance

ແນ່ນອນວ່າລົດຟອດທຸກຄັນຖືກສ້າງມາເພື່ອໃຫ້ໃຊ້ໄດ້ຈົນເຖິງອາຍຸການໃຊ້ງານ. ແຕ່ເຖີງຢ່າງນັ້ນຍັງມີຄວາມສ່ຽງຈາກປັດໃຈພາຍນອກ ແລະ ເຫດການທີ່ບໍ່ຄາດຄິດ, ແລະພວກເຮົາກໍ່ໄດ້ຄຳນຶງເຖິງສິ່ງນັ້ນ. ພວກເຮົາໄດ້ພັດທະນາບໍລິການຊ່ວຍເຫຼືອສຸກເສີນບົນທ້ອງຖະໜົນເພື່ອໃຫ້ຜູ້ໃຊ້ລົດຟອດທຸກຄົນອຸ່ນໃຈຫລາຍຂື້ນເວລາຢູ່ທ້ອງຖະໜົນບໍ່ວ່າທ່ານຈະຢູ່ທີ່ໃດໃນລາວ. ບໍລິການສຸກເສີນຕະຫລອດ 24 ຊົ່ວໂມງຂອງພວກເຮົາ ສາມາດຊ່ວຍທ່ານໄດ້ໃນກໍລະນີສຸກເສີນ ເຊັ່ນການສະຕາດລົດບໍ່ໄດ້ ຫຼື ເກີດຂໍ້ຜິດຜາດທີ່ຕ້ອງໄດ້ລາກລົດຈາກກໍລະນີນຳ້ມັນເບີດ, ກະແຈເສຍ ແລະ ບັນຫາອື່ນໆ. ທ່ານສາມາດໂທຫາພວກເຮົາໄດ້.  ໜ້າວຽກຂອງການບໍລິການ  ການໃຫ້ຄຳປຶກສາຈາກນ່າຍຊ່າງສຳລັບການເກີດອຸປະຕິເຫດ ຫຼື ລົດເພ. ການຮ້ອງຂໍບໍລິການຊ່ວຍເຫຼືອສຸກເສີນແບບບໍ່ຈຳກັດຄັ້ງ ຕໍ່ປີ. ການຮ້ອງຂໍບໍລິການລາກລົດແບບບໍ່ຈຳກັດຄັ້ງຕໍ່ປີ. ການລາກຈູງໄປສູນບໍລິການທີ່ໃກ້ທີ່ສຸດໂດຍບໍ່ຄິດໄລ່ໄລຍະທາງ ຫລື ລາກໄປສະຖານທີ່ອື່ນ ໂດຍ 15 ກມ ທຳອິດຈະບໍ່ມີຄ່າໃຊ້ຈ່າຍ. ແຕ່ຫລັງຈາກນັ້ນ ຈະມີຄ່າທຳນຽມ 10,000 ກີບ/ກມ ລູກຄ້າຕ້ອງໄດ້ຮັບຜິດຊອບ. ສຳລັບການລາກແກ່ໄລຍະໄກ. (50 ກມ ຂື້ນໄປ) ໃນກໍລະນີນີ້ ຝ່າຍ ຄອລເຊັນເຕີຈະຄິດໄລອັດທີ່ຄົ່ງທີ່ທີ່ລາຄາຖືກທີ່ສຸດໃຫ້ທ່ານ. ໂດຍໄດ້ຮັບຄວາມຍິນຍອມຈາກທ່ານ. ”ລົດທີ່ລະບົບລ໋ອກຜິດພາດ”: ຫາກກຸນແຈສຳຮອງລັດສະໝີ 20ກມ. ການຊ່ວຍເຫຼືອສຸກເສີນ ຈະຈັດການໄປເອົາກຸນແຈສຳຮອງ ແລະ ໄປຫາຕຳແໜ່ງລົດທີ່ທ່ານຢູ່. ຫາກໄລຍະເກີນ 20ກມ. ແມ່ນຈະມີຄ່າໃຊ້ຈ່າຍ 10,000ກີບ/ກມ. …

ໂປຣແກຣມບຳລຸງຮັກສາແບບພຣີມ້ຽມ ການຮັບປະກັນ

Protect your car with the Lao Ford Club Premium card: get special privileges up to 5 years or 100,000km – whichever comes first: Discount 5% – 20% from partners* ຮັບຟຣີ ບໍລິການນອກສະຖານທີ່ 24/7 ຮັບຟຣີລ້າງລົດຈາກສູນ ຄລຶກເລນ ຈຳນວນ 40 ຄັ້ງ. *ຂໍ້ມູນເພີ່ມເພີ່ມເຕີມກະລຸນາຕິດຕໍ່ພວກເຮົາ. ມີຂໍ້ກຳນົດ ແລະ ເງື່ອນໄຂ

ໂປຣແກຣມບຳລຸງຮັກສາລົດຕາມໄລຍະທາງ

service plan

ເຈົ້າຂອງລົດຟອດແມ່ນມີຄວາມຮູ້ສຶກໝັ້ນໃຈ ແລະ ຄຸ້ມຄ່າກັບສິ່ງທີ່ລົດຟອດຂອງພວກເຂົາມອບໃຫ້ໃນແຕ່ລະມື້. ແຕ່ໃນມື້ນີ້ ຟອດ ມຸ້ງເນັ້ນທີ່ຈະຍົກລະດັບຄວາມເພີ່ງພໍໃຈນັ້ນຂື້ນໄປອີກ “ດ້ວຍແຜ່ນບໍລິການຕາມໄລຍະທາງ” ເພື່ອເຮັດໃຫ້ໝັ້ນໃຈໄດ້ສະເໝີວ່າເພື່ອນຮ່ວມທາງຂອງທ່ານສະພ້ອມແລະເຮັດວຽກໄດ້ດີທີ່ສຸດເວລາທີ່ທ່ານຢູ່ຫລັງພວງມະໄລ. ຟອດ ເຂົ້າໃຈທ່ານດີວ່າຄວາມອຸ່ນໃຈສຳຄັນພຽງໃດໂດຍສະເພາະເວລາທີ່ທ່ານເດີນທາງກັບຄົນທີ່ທ່ານຮັກ. ດັ່ງນັ້ນລົດຟອດທຸກຄັນຈຶ່ງມາພ້ອມ “ດ້ວຍແຜ່ນບໍລິການຕາມໄລຍະທາງ” ທີ່ອອກແບບມາເປັນພິເສດສຳລັບລົດຂອງທ່ານໂດຍຈະມາພ້ອມປື້ມຄູ່ມື. ສິ່ງທີ່ທ່ານຕ້ອງເຮັດມີພຽງແຕ່ນຳລົດຂອງທ່ານເຂົາສູນຟອດໃກ້ບ້ານທ່ານຕາມຊ່ວງເວລາທີ່ໄດ້ລະບຸໄວ້. ທ່ານຈະໄດ້ຮັບການດູແລເປັນຢ່າງດີຈາກທີມຊ່າງຜູ້ຊຳນານງານຂອງຟອດ ແລະ ອາໄຫລ່ແທ້ 100% ຈາກໂຮງງານ. ຖ້າລົດຂອງທ່ານມີຄວາມຕ້ອງການປ່ຽນນຳ້ມັນເຄື່ອງ ພວກເຮົາກໍ່ມີສ່ວນຫຼຸດສຸດພິເສດສຳລັບທ່ານ. ດັ່ງນັ້ນພວກເຮົາຂໍໃຫ້ທ່ານຖິ້ມຄວາມກັງວົນໃຈໃນເລື່ອງການເບີ່ງແຍງລົດຂອງທ່ານໄວ້ກັບພວກເຮົາ ແລະ ໃຫ້ທ່ານເພີດເພີນກັບຄວາມຕື່ນເຕັ້ນມ່ວນຊື່ນໄປກັບລົດຂອງທ່ານ. ຟອດເຣນເຈີແລະຟອດ ເອເວີເຣດທ໋ ຟອດເອັກສ໋ປລເຣີ ຟອດ ເອັກໂຄສະປອດ Lao Ford City Vientiane Mon-Sat 8AM-5PM Souphanouvong Avenue, Khunta Village, Sikhottabong District, Vientiane Capital 021-241-108, 021-244-408 Google Map Lao Ford City Savannakhet Mon-Sat 8AM-5PM Kaisone Phomvihan …

ສູນບໍລິການເຄາະ ແລະ ພົ່ນສີລົດ

Repair_LFC

ລາວຟອດຊີຕີ ຍົກລະດັບຄວາມເພິ່ງພໍໃຈຂອງລູກຄ້າຜູ້ມີອຸປະກາລະຄຸນຂື້ນໄປອີກຂັ້ນດ້ວຍການເພີີ່ມ ບໍລິການ ເຄາະ ແລະ ພົ່ນສີລົດ. ທີ່ສູນເຄາະພົ່ນສີຂອງພວກເຮົາ, ລູກຄ້າຈະໄດ້ຮັບຄຳປຶກສາເລື່ອງທີ່ກ່ຽວ້ອງກັບອຸບັດຕິເຫດທີ່ອາດພົບ. ໂດຍຖ້າຫາກມີຄວາມຈຳເປັນຕ້ອງໄດ້ສ້ອມແຊມ, ພຽງແຕ່ແຈ້ງພວກເຮົາ, ທາງພະນັກງານຂອງພວກເຮົາຈະຕິດຕໍ່ກັບທາງບໍລິສັດປະກັນໄພເພື່ອເຮັດໃຫ້ລົດຂອງທ່ານໄດ້ຮັບການສ້ອມແຊມໄວທີ່ສຸດ. ນອກຈາກນີ້ເພື່ອເພີ່ມຄວາມໝັ້ນໃຈໃຫ້ແກ່ທ່ານ. ບໍລິສັດລາວຟອດຊີຕີ ຍັງຮັບປະກັນ * ສຳລັບງານສ້ອມເປັນເວລາ 1ປີ. *ຕາມເງື່ອນໄຂທີ່ທາງລາວຟອດຊີຕີກຳນົດ ຕົວແທນສູນເຄາະພົ່ນສີ ຟອດ ສູນເຄາະພົນສີຂອງລາວຟອດຊີຕີ ຍັງມີໃຫ້ບໍລິການທີ່ ແຂວງວຽງຈັນ ນຳ ສູນເຄາະພົ່ນສີແມ່ນມີແຜນທີ່ຈະເປີດໃຫ້ບໍລິການຕາມແຂວງຕ່າງໆໃນລາວໃນໄວໆນີ້. ເພື່ອສ້າງຄວາມເພີ່ງພໍໃຈໃຫ້ລູກຄ້າທຸກທ່ານ. ລຳດັບ ຊື່ຕົວແທນ ທີ່ຢູ່ ໂມງເຮັດວຽກ ເບີໂທ 1 ສູນເຄາະພົນສີ Premium Body Shop by Lao Ford City ຖະໜົນທ່າເດື່ອ, ບ້ານ ສົມສະນຸກ, ເມືອງຫາດຊາຍຟອງ, ແຂວງນະຄອນຫລວງ ຈັນ-ເສົາ 8 ໂມງເຊົ້າ – 5 ໂມງ ແລງ 021 813 048, …

ເຣນເຈີ

New Ranger ມີຄຸນສົມບັດອັດສະລິຍະທີ່ທ່ານບໍ່ຄາດຄິດວ່າຈະມີໃນລົດກະບະຢ່າງເຊັ່ນ: SYNC3.ມີລະບົບໃຫ້ຄໍາສັ່ງດ້ວຍສຽງທີ່ສາມາດໂທໄດ້, ຄວບຄຸມອຸນຫະພູມພາຍໃນຫ້ອງຄົນຂັບໄດ້ ຫຼື ສາມາດໃຊ້ລະບົບແຜນທີ່ເພື່ອຊອກຫາເສັ້ນທາງຕ່າງໆ.

ງານເປີດໂຕລົດສຸກເສີນ

ໃນວັນທີ 26 ພະຈິກ 2020 ລາວຟອດຊີຕີ ໄດ້ຈັດງານເປີດໂຕລົດ ສຸກເສີນ Ford Transit Ambulance ທີ່ຫ້ອງຂາຍ ລາວຟອດຊີຕີ. ເຂົ້າມີບັນດາແຂກຜູ້ມີກຽດຈາກອົງການກ່ຽວກັບສຸຂະພາບ ປະກອບມີ: ແຂກຈາກ ກະຊວງສາທາລະນະສຸກ, ພາກລັດຖະບານ, ໂຮງໝໍ, ຄຣີນິກ, NGOs, ອົງການກາແດງລາວ. ໂດຍລົດ Ford Transit Ambulance ໄດ້ຖືກອອກແບບມາໃຫ້ເໝາະສົມກັບສະພາບຖະໜົນໃນ ລາວ ໃນການຂົນສົ່ງຄົນເຈັບໄປສົ່ງໂຮງໝໍ ແລະ ຍັງເໝາະແກ່ການຂົນສົ່ງຜູ້ຕິດເຊື້ອ ໂຄວິດ-19 ອີກດ້ວຍ.

ວຽງຈັນອິນເຕີເນເຊີນນໍມໍເຕີໂຊ 2020

ນີ້ແມ່ນໄຮໄລ້ບາງສ່ວນຈາກງານ ວຽງຈັນ ມໍເຕີໂຊ ເຊິ່ງຈັດຂື້ນທີ່ສູນການຄ້າ ໄອເຕັກ,​ ໂດຍໃນງານນີ້ໄດ້ມີ ລົດຈາກຫຼາຍແບຣນດັງເຂົ້າຮ່ວມ ແລະ ລາວຟອດຊີຕີ້ ກໍ່ໄດ້ເຂົ້າຮ່ວມເຊັ່ນກັນ. ພວກເຮົາໄດ້ນຳລົດ ກະບະຈຳນວນ 5 ຄັນ ແລະ ລົດຈິບ 3ຄັນ ມາຈັດສະແດງ. ໂດຍງານນີ້ແມ່ນໄດ້ຂື້ນເປັນເວລາ 9 ມື້ ມີຄົນຈຳນວນຫລວງຫລາຍໃຫ້ຄວາມສົນໃຈ ແລະ ເຂົ້າມາເບີ່ງລົດຂອງພວກເຮົາ. ເນື່ອງຈາກວ່າລົດຂອງພວກເຮົາມີຮູບຮາງທີ່ແຂງແຮງ ທົນທານ ແລະ ຟອດກໍ່ເປັນໜຶ່ງໃນບັນດາລົດທັງໝົດທີ່ໄດ້ຮັບຄວາມສົນໃຈ. ຊ່ວງໄລຍະຂອງງານຕະຫລອດ 9ມື້ ພວກເຮົາສາມາດປິດການຂາຍໄດ້ 38 ຄັນ ແລະ ພວກເຮົາກໍ່ມີຄວາມຍິນດີທີ່ລູກຄ້າເລືອກລົດຟອດຂອງພວກເຮົາ.