
ໃນວັນທີ່ 9 ສິງຫາ ທີ່ຜ່ານມາ ລາວຟອດຊີຕີໄດ້ຈັດພິທີມອບຮັບຖັງຂີ້ເຫຍື່ອໃຫ້ແກ່ບໍລິສັດອິນຟຣາໂຊ, ລາວຟອດຊີຕີເປັນບໍລິສັດໜຶ່ງດຽວທີ່ເປັນຕົວແທນຈຳໜ່າຍລົດຟອດໃນລາວ ເຊິ່ງເວລານີ້ພວກເຮົາກໍ່ເຫັນເຖິງຄວາມສຳຄັນຂອງສັງຄົມເຊິ່ງໃນຊ່ວງທີ່ຜ່ານມາພວກເຮົາກໍ່ໄດ້ໃຫ້ການສະໜັບສະໜູນກັບຫຼາຍພາກສ່ວນ ແລະ ໃນມື້ນີ້ບໍລິສັດອິນຟຣາໂຊຣ ກໍ່ເປັນອີກໜຶ່ງບໍລິສັດທີ່ພວກເຮົາໄດ້ໃຫ້ການສະໜັບສະໜູນແກ່ບໍລິສັດອິນຟຣາໂຊຣ, ເຊິ່ງເປັນບໍລິສັດໜຶ້ງທີ່ເປັນຂອງຄົນລາວ 100%, ທີ່ມີເປົ້າໝາຍເຂົ້າໄປຊ່ວຍເຫຼືອພາກລັດໃນວຽກງານການບໍລິຫານຈັດການຂີ້ເຫຍື້ອ ເຊັ່ນ: ການເກັບຂົນຂີ້ເຫຍື້ອ, ການພັດທະນາລະບົບການຊຳລະຂີ້ເຫຍື້ອແບບທັນສະໄໝໃຫ້ກັບພາກລັດ ເພື່ອເພີ່ມຄວາມສະດວກໃຫ້ກັບພໍ່ແມ່ປະຊາຊົນລາວໃນການຊຳລະຄ່າບໍລິການເກັບຂີ້ເຫຍື່ອຂອງລັດ. ເຊິ່ງປະຈຸບັນໄດ້ມີການນຳໃຊ້ຢ່າງເປັນທາງການໃນນະຄອນປາກເຊ ເຊິ່ງເປັນໂຕແບບຢ່າງທີ່ດີທີ່ສຸດໃນການນຳໃຊ້ລະບົບການຊຳລະຄ່າບໍລິການເກັບຂີ້ເຫຍື່ອແບບທັນສະໄໝ, ນອກຈາກນັ້ນຍັງມີການຜັນຂະຫຍາຍໄປທີ່ນະຄອນຫຼວງພະບາງ ແລະ ເມືອງປາກຊັນ ແຂວງບໍລິຄຳໄຊ ຕື່ມອີກ. ນອກຈາກນັ້ນແລ້ວ ບໍລິສັດ ອິນຟຣາໂຊຣ ຍັງມຸ້ງເໜັ້ນໄປທີ່ການໃຫ້ຄວາມຮູ້ໃນການບໍລິການຈັດການຂີ້ເຫຍື່ອພາຍໃນຊຸມຊົນຕາມສະຖານທີ່ຕ່າງໆໃນຂອບເຂດທົ່ວປະເທດ ແລະ ມີແຜນທີ່ສ້າງເຄື່ອງມືໃນການແນະນຳວິທີການຂັດແຍກຂີ້ເຫຍື່ອຢ່າງຖືກຕ້ອງ ເພື່ອແຈກຢາຍໃຫ້ກັບປະຊາຊົນລາວເພື່ອສ້າງຈິດສຳນຶກໃນການຮັກສາສີ່ງແວດລ້ອມແບບຍືນຍົງ.



