ການຮັບປະກັນ ປະກັນລົດໃໝ່ ຕາຕະລາງດ້ານລຸ່ມຈະສະແດງໃຫ້ເຫັນເຖິງການຄຸ້ມຄອງ ແລະ ຂໍ້ກຳນົດຂອງການຮັບຜິດຊອບຕາມ ກມ ແລະ ເປັນເດືອນ, ພາຍໃຕ້ການຄຸ້ມຄອງຂັ້ນພື້ນຖານ ພາຫະນະທີ່ສົມບູນ ຍົກເວັ້ນ ຢາງ ແລະ ລາຍການທີ່ລະບຸໄວ້ “ລາຍການທີ່ບໍ່ໄດ້ຢູ່ໃນການຮັບປະກັນ” ຈະໄດ້ຮັບການຄຸ້ມຄອງຈາກຂໍ້ບົກຜ່ອງໃນວັດສະດຸ ແລະ ຂັ້ນຕອນການຜະລິດຈາກໂຮງງານ.ການຮັບປະກັນພື້ນຖານແມ່ນເລີ່ມຕົ້ນ 36 ເດືອນ ຫຼື 100,000 ກມ ສີ່ງໃດມາຮອດກ່ອນນອກຈາກນີ້. ຍັງໃຫ້ການຮັບປະກັນລະບົບ ຈັກ, ເກຍ ແລະ ລະບົບຂັບເຄື່ອນ ເຖິງ 5 ປີ ຫລື 100,000 ກມ ການຄຸ້ມຄອງເລີ່ມຕົ້ນ ການຄຸ້ມຄອງຈະເລີ່ມໃນມື້ທີ່ທ່ານຮັບລົດ ຫຼື ມື້ທີ່ເລີ່ມໃຊ້ງານ, ໂດຍຈະຖືກບັນທຶກທີ່ໃບດ້ານຫລັງຂອງປື້ມຮັບປະກັນ. ລາຍການທີ່ບໍ່ໄດ້ຢູ່ໃນການຮັບປະກັນ ລວມມີ: ຄວາມເສຍຫາຍຈາກການເກີດອຸປະຕິເຫດ, ໄຟໃໝ້, ນ້ຳຖ້ວມ ຫຼື ອື່ນໆ. ຂໍ້ຜິດຜາດຈາກການໃຊ້ງານແບບຜິດປົກກະຕິ, ການແຂ່ງ, ການດັດແປ່ງສະພາບລົດເຊັ່ນອາໄຫລ່ບໍ່ແມ່ນອາໄຫລ່ທີ່ມາຈາກໂຮງງານ. ແລະ/ຫລື ການລາກແກ່ ບັນທຸກເກີນນ້ຳໜັກມາດຕະຖານຂອງລົດ, ການແຕ່ງສີ, ຂັດເຫຼື້ອມ ຫລືການແຕ່ງທີ່ບໍ່ແມ່ນຈາກສູນ.ລົດຄັນໃດໆທີ່ມີການດັດແກ້ເຂັມໄມ ເຮັດໃຫ້ບໍ່ຢູ່ໃນສະພາບປົກກະຕິໄດ້ ໂດຍບໍ່ສາມາດວັດໄລຍະທາງຈີງໄດ້ ແລະ ຂໍ້ຜິດຜາດຈາກການບໍ່ບຳລຸງຮັກສາຢ່າງເໝາະສົມ.ຕົວແທ່ນຈຳໜ່າຍໃນພື້ນທີ່ຈະບໍຮັບຜິດຊອບຕໍ່ການສູນເສຍຈາກການໃຊ້ງານຂອງລົດ, ການເສຍເວລາ, ຄວາມບໍ່ສະດວກສະບາຍ, ຄວາມສູນເສຍທາງການຄ້າ ຫລື ຄວາມເສຍຫາຍທີ່ຕາມມາ. Lao Ford City Vientiane Mon-Sat 8AM-5PM Souphanouvong Avenue, Khunta Village, Sikhottabong District, Vientiane Capital 021-241-108, 021-244-408 Google Map Lao Ford City Savannakhet Mon-Sat 8AM-5PM Kaisone Phomvihan Road KM7, Oudomvilay Village, Kaisone Phomvihan District, Savannakhet Province 030-2003-002 Google Map Lao Ford City Luang Prabang Mon-Sat 8AM-5PM 13 North Road, Viengmai Village, Luang Prabang District, Luang Prabang Province 071-213-233 Google Map Lao Ford City Pakse Mon-Sat 8AM-5PM 13 South Road, Khane Kheung Village, Pakse District, Champasack Province 031-253-162 Google Map Lao Quick Lane Mon-Sat 8AM-5PM, Sun 9AM-4PM Dongpaina Road, Saphanthong Neua Village, Sisattanak District, Vientiane Province 021-263-999 Google Map LAO FORD CITY Dealer and service center