Author archives

ງານເປີດຕົວລົດຟອດເອເວີເຣດທ໌ XLS

ວັນທີ 12 ສິງຫາ 2021 ຜ່ານມາ ທີ່ນະຄອນຫຼວງວຽງຈັນ-ທ່ານ Wayne McIntosh ຜູ້ຈັດການທົ່ວໄປຂອງ ລາວຟອດຊິຕີ ໄດ້ຂຶ້ນກ່າວເປີດງານເປີດຕົວລົດ ຟອດ ເອເວີເຣດທ໌ໃໝ່ XLS Series 3 ລຸ່ນຢ່າງເປັນທາງການ ເຊິ່ງຈະມີ: ເອເວີເຣດທ໌ໃໝ່ XLS, ເອເວີເຣດທ໌ XLS Sport ແລະ ເອເວີເຣດທ໌ XLS Expedition (ລາຍລະອຽດລົດ ແລະ ລາຄາຢູ່ກ້ອງຮູບຂອງແຕ່ລະລຸ້ນ ) ຟອດ ເອເວີເຣດທ໌ XLS Series ເປັນລຸ່ນທີ່ສືບຕໍ່ສ້າງຄວາມປະທັບໃຈໃຫ້ກັບຜູ້ທີ່ສົນໃຈ SUV ດ້ວຍເຄື່ອງຈັກ TCDi 2.2 ລິດ ສາມາດໃຫ້ແຮງມ້າສູງເຖິງ 160 PS ແລະ ແຮງບິດ 385 Nm. ບໍ່ວ່າຈະເປັນທາງໃນເມືອງ ຫຼື ທາງອ໋ອບໂຣດ ເອເວີເຣດທ໌ໃໝ່ ກໍ່ສາມາດຮັບມືໄດ້ກັບທຸກການເດີນທາງ ດ້ວຍຄວາມສູງຈາກພື້ນດິນ 225 …

ລາວຟອດຊີຕີແບ່ງປັນນໍ້າໃຈໃຫ້ຕຳຫຼວດ ແລະ ທະຫານ

ເນື່ອງຈາກການກັບມາຂອງພະຍາດໂຄວິດ Covid19 ໃນຮອບນີ້ແມ່ນມາແຮງກວ່າຮອບທໍາອິດ, ຈາກຕົວເລກການເພີ່ມຂຶ້ນຂອງຜູ້ຕິດເຊື້ອໃນແຕ່ລະມື້. ເຊິ່ງທາງລາວຟອດຊີຕີ ກໍ່ບໍ່ໃດ້ນິງນອນໃຈ ພວກເຮົໃດ້ຈັດກິດຈະກຳຄືນປະໂຫຍດສູ່ສັງຄົມ ໂດຍການສະໜັບສະໜູນເຄື່ອງບໍລິໂພກ ອາຫານ ແລະ ເຄື່ອງດື່ມ ລວມທັງພາຫະນະໃນການຂົນສົ່ງໃຫ້ກັບໜ່ວຍງານສະເພາະກິດ ອ້າຍເອື້ອຍນ້ອງທະຫານ ແລະ ຕຳຫຼວດ ທີ່ເປັນດ່ານໜ້າໃນການເບິ່ງແຍ່ງປະຊາຊົນ ທຸກຈຸດໃນຕົວເມືອງນະຄອນຫຼວງວຽງຈັນ. ບໍລິສັດລາວຟອດຊີຕີຂອງພວກເຮົາ ຊາບຊຶ້ງໃຈເປັນຢ່າງຍິ່ງທີ່ມີເຈົ້າໜ້າທີ່ປະຕິບັດວຽກງານ ເປັນດ່ານໜ້າ ທີ່ຊ່ວຍເຫຼືອປະຊາຊົນລາວຢ່າງທີ່ບໍ່ອິດເມື່ອຍ.

ລາວຟອດຊີຕີໃຫ້ການຊ່ວຍເຫຼືອແກ່ໂຮງໝໍ

ເຊື້ອພະຍາດCovid19 ໃນປີທີ່ຜ່ານມາພະຍາດດັ່ງກ່າວໃດ້ພາກຊີວິດຄົນເປັນຈໍານວນຫຼາຍໃນທົ່ວໂລກ, ໃດ້ເຮັດໃຫ້ FORD ເລັ່ງເຫັນຄວາມສຳຄັນທີ່ຈະພັດທະນາລົດ Ambulanceໃຫ້ແທດເໝາະກັບຄວາມຕ້ອງການຂອງແພດໝໍ ທີ່ນໍາໃຊ້ເຂົ້າໃນການຢ້ຳຢັ້ງເຊື້ອພະຍາດ Covid19. ຈຸດພິເສດຂອງລົດ ຟອດ ອຳບູລັນຄັນນີ້ແມ່ນ: ມີລະບົບຟອກອາກາດພາຍໃນໃຫ້ເປັນຄວາມດັນລົມ ເຮັດໃຫ້ອາກາດພາຍໃນບໍ່ໝູນວຽນອອກມານອກ ເພື່ອລຸດຜ່ອນການກະຈາຍເຊື້ອໄວຣັດ Covid19 ໃນເວລາຂົນສົ່ງຄົນເຈັບໂຄວິດ ເຮັດໃຫ້ປອດໄພທັງຄົນຢູ່ພາຍໃນ ແລະ ພາຍນອກ. ແລະ ພາຍໃນຕົວລົດຍັງມີອຸປະການການແພດອື່ນໆ. ໃນມື້ ລາວຟອດຊີຕີ ຂໍເປັນສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມ ດ້ວຍການສະໜັບສະໜູນລົດ FORD Ambulance ແລະ ລົດກະບະ FORD Ranger ພ້ອມກັບເຄື່ອງບໍລິໂພກ ອາຫານ ແລະ ເຄື່ອງດື່ມໃຫ້ກັບໂຮງໝໍ 150ຕຽງ ເພື່ອໃຫ້ພວກເຮົາໃດ້ຜ່ານພົ້ນວິກິດນີ້ໄປພ້ອມໆກັນ.