ສື່ມວນຊົນ

ທຸກຄວາມຝັນໃຫ້ຟອດພາໄປ ສຸກສັນວັນເດັກນ້ອຍສາກົນ

ມື້ນີ້ເຮົາຈະມາບອກ ບູທຟອດທີ່ສູນການຄ້າພາກຊັນ ເປີດກິດຈະກຳໃຫເດັກໆໄດ້ມີຮອຍຍີ້ມກັບກິດຈຳກຳລະບາຍສີ, ຂີ່ລົດໄຟ ແລະ ລົດໂຍກ ຕ້ອນຮັບວັນເດັກນ້ອຍສາກົນທີ່ຈະມາຮອດນີ້ ຢ່າລືມຖ່າຍຮູບເຊັກອິນກັບບູທຂອງພວກເຮົາທ່ານຈະໄດ້ຮັບບັດຄູປອງລຸ້ນໂຊກຮັບເຄື່ອງໃຊ້ໄຟຟ້າ ແລະ ຄຳ ທຸກໆມື້ ມູນຄ່າລວມ 110,000,000 ລ້ານກີບ ທີ່ເດີ່ນດ້ານໜ້າສູນການຄ້າພາກຊັນ ລາວຟອດຊີຕີ ຈັດໃຫ່ຍໃຫ້ໂຊກທຸກທ່ານທີ່ມາຮ່ວມຫຼິ້ນກິດຈະກຳ ແລະ ແວ່ຊົມບູທຟອດຂອງພວກເຮົາ ພຽງແຕ່ທ່ານລົງທະບຽນ ກໍ່ມີສິດລຸ້ນໂຊກໝຸນວົງລໍ້ຮັບຂອງແຖມຈາກບູທຟອດຂອງພວກເຮົາ ແລະ ທ່ານຍັງຈະໄດ້ຮັບບັດຄູປອງລຸ້ນໂຊກ ລຸ້ນຮັບເຄື່ອງໃຊ້ໄຟຟ້າ ແລະ ທອງຄຳ ແຈກທຸກໆຕອນແລງຂອງທຸກໆມື້ ສຳລັບກິດຈະກຳເດັກນ້ອຍທີ່ທາງລາວຟອດ ຊີຕີ ຈັດຕ້ນຮັບວັນເດັກກໍ່ຈະມີການແຕ້ມລະບາຍສີຕຸກກະຕາຟຣີ, ຂີ່ລົດໄຟ ແລະ ລົດໂຍກແບບຟຣີໆ ພ້ອມໃຫ້ເດັກໆໄດ້ສຳຜັດກັບລົດຟອດ ທີ່ພວກເຮົາໄດ້ຈັດໂຊພາຍໃນງານນີ້ ເພາະພວກເຮົາຄິດວ່າເດັກນ້ອຍຄືອານາຄົດທີ່ສົດໃສຂອງສັງຄົມ ແລະ ມີຄວາມຝັນທີ່ຍິ່ງໃຫ່ຍ ແລະ ພວກເຮົາພ້ອມທີ່ຈະພາທຸກໆຄວາມຝັນໄປຮອດຈຸດໝາຍໄດ້ຢ່າງແນ່ນອນ ໃຫ້ກົງກັບແຄມເປນທີ່ພວກເຮົາຕັ້ງໄວ້ວ່າ “ທຸກຄວາມຝັນ ໃຫ້ຟອດພາໄປ” “Let Ford Drive Your Dream” ພວກເຮົາຍັງບໍ່ໝົດພຽງເທົ່ານີ້ ເພາະພາຍໃນງານນີ້ພວກເຮົາຈັດໂປຣໂມຊັນແບບພິເສດໃຫ້ບັນດາທ່ານລູກຄ້າໄດ້ເລືອກ ແລະ ຈັບຈອງແບບໜັກໆໄປເລີຍ ສຳລັບອອກລົດຟອດ Next-Generation ທຸກລຸ່ນບໍ່ວ່າຈະເປັນ …

ງານສຳເໜີລົດບໍລິການເຄື່ອງ

ລາວຟອດຊີຕີ ພ້ອມທີ່ຈະເປີດປະສົບການ ໃຫ້ທ່ານໄດ້ສຳຜັດເຖິງຄວາມສະດວກສະບາຍໃນການບຳລຸງຮັກສາຍານພາຫະນະຂອງທ່ານແບບເຖິງທີ່ ດ້ວຍການເພີ່ມບໍລິການສ້ອມແປງແບບເຄື່ອນທີ່ ທີ່ທ່ານສາມາດເອີ່ນຫາລາວຟອດຊີຕີໄດ້ຕະຫຼອດ 24 ຊົ່ວໂມງ ໃນວັນທີ່ 27 ກຸມພາ ຕົວແທນຜູ້ຈັດຈຳໜ່າຍລົດຟອດ ບໍລິສັດ ລາວຟອດຊີຕີ ໄດ້ເສີມທັບຍົກລະດັບການບໍລິການໃຫ້ລູກຄ້າຕະຫຼາດລາວ ດ້ວຍການເປີດຕົວລົດ Next-Gen Ford Mobile Service ພ້ອມທີ່ຈະມາເສີມທັບໃຫ້ກັບລາວຟອດຊີຕີທຸກສາຂາທົ່ວປະເທດລາວ ຜ່ານການນນຳສະເໜີຂອງທ່ານ ສົມບູນ ລົດສ້ອມແປງບໍລິການເຄື່ອນທີ່ລຸ່ນນີ້ ໄດ້ໃຊ້gໄດ້ໃຊ້ເຄື່ອງຈັກ 2.0ລິດ ເທີໂບ ມາພ້ອມລະບົບຂັບເຄື່ອນ 4×4, ອຸປະກອນການໃຊ້ງານແບບຄົບຄັນສຳລັບໄວ້ລົງສະໜາມແບບເຕັມຕົວ ເພື່ອຕອບໂຈດກັບພາລະກິດສຸກເສີມຕ່າງໆ ທາງດ້ານຫຼັງຈະມາພ້ອມກັບຫ້ອງເກັບເຄື່ອງ ແລະ ຫ້ອງປະຕິບັດການຕົວຈິງ ເຊັ່ນ: ພຶ້ນທີ່ຈັດເກັບເຄື່ອງມືຊ່າງ, ປ້ຳລົມ, ທໍ່ລົມ ແລະ ໝໍ້ໄຟເສີມ, ປັກຈ່າຍໄຟ 220V, ຊັ້ນວາງເຄື່ອງ, ປ້ຳລົມແມ່ແຮງ, ຖັງເກັບນ້ຳ ແລະ ແຜງໂຊລ້າເຊວ ທັງໝົດນີ້ກໍ່ເພື່ອການກຽມພ້ອມບໍລິການສຸກເສີນໃຫ້ແກ່ລຸກຄ້າທີ່ເກີດເຫດຈຳເປັນລະຫວ່າງການເດີນທາງ ສຳລັບລົດບໍລິການສ້ອມແປງເຄື່ອນທີ່ຂອງພວກເຮົາແມ່ນຈະໃຫ້ບໍລິການລູກຄ້າແບບ onsite service ເຊິ່ງເຮົາສາມາດໃຫ້ບໍລິການລູກຄ້າພາຍໃນນະຄອນຫຼວງວຽງຈັນ ໃນກໍລະນີທີ່ລູກຄ້າບໍ່ສາມາດນຳລົດເຂົ້າມາທີ່ສູນບໍລິການຂອງພວກເຮົາ ຫຼື ທ່ານໃດທີ່ບໍ່ສະດວກນຳລົດເຂົ້າມາກວດເຊັກ ຫຼື …

ງານເປີດຕົວລົດຟອດ Ranger 2.0L, Ranger Stormtrak ແລະ Everest Wildtrak

ສະດວກສະບາຍ ແລະ ຫຼູຫຼາ, ທັງສາມລຸ້ນດັ່ງກ່າວໄດ້ຍົກລະດັບມາດຕະຖານຂອງຕະຫຼາດລົດ SUV ຂອງລາວໄປອີກລະດັບໜຶ່ງ.   ພວກເຮົາມີຄວາມຕື່ນເຕັ້ນທີ່ຈະເປັນຈຸດສໍາຄັນອີກອັນຫນຶ່ງດ້ວຍການເປີດຕົວສາມລຸ່ນໃຫມ່ເຊິ່ງພວກເຮົາໝຸ່ງໝັ້ນທີ່ຈະພັດທະນາລົດ SUV ທີ່ມີປະສິດຕິພາບ ແລະ ສະດວກສະບາຍທີ່ຫຼູຫຼາດ້ວຍລັກສະນະການພະຈົນໄພທີ່ສາມາດຊ່ວຍໃຫ້ທ່ານຂັບຂີ່ໃນທຸກສະພາບຖະໜົນ ດ້ວຍຮູບຊົງທີ່ໃໝ່, ດຸດັນກວ່າ ແລະ ການອອກແບບທີ່ລ້ຳສະໄໝ. ເປັນອີກໜຶ່ງລົດ SUV ທີ່ດຶງດູດຄົນເບິ່ງເວລາຂັບຂີ່ເທິງທ້ອງຖະໜົນ. ອີກໜຶ່ງລະດັບປະສົບການ ການຂັບຂີ່ມາພ້ອມຄວາມສະດວກສະບາຍ   Ford Everest Wildtrak ລຸ່ນໃໝ່ລ່າສຸດ ທີ່ອອກແບບມາສະເພາະສຳລັບຄອບຄົວ ພ້ອມກັບຄວາມອະເນກປະສົງໃນການຜະຈົນໄພ, ພ້ອມຄວາມສາມາດສູງ, ແລະ ເທັກໂນໂລຢີທີ່ເໜືອກວ່າໃນລົດ SUV ກຸ່ມດຽວກັນ ພ້ອມໃຫ້ທ່ານເພີດເພີນໄປກັບການຂັບຂີ່. Everest Wildtrak ມາພ້ອມກັບເຄື່ອງຈັກ 2.0L Bi-Turbo ຈັບຄູ່ກັບລະບົບເກຍອັດຕະໂນມັດ 10-speed e-Shifter 6 ໂຫມດການຂັບຂີ່ທຸກສະພາບຖະໜົນ: ໂໝດປົກກະຕິ, ປະຢັດ, ລາກແກ່, ທາງມື່ນ, ທາງຕົມ/ຮ່ອງ, ແລະ ທາງຊາຍພາຍໃນຫ້ອງໂດຍສານໄດ້ຮັບການອອກແບບໃໝ່ທັງໝົດດ້ວຍເບາະໜັງສັງເຄາະສີດຳທີ່ຕົກແຕ່ງດ້ວຍດ້າຍສີສົ້ມ ແລະ ໂລໂກ້ ‘Wildtrak’ ສຳລັບເບາະຄູ່ໜ້າ …

ລາວຟອດຊີຕີສະໜັບສະໜູນສູນສຶກສາບົກຜ່ອງດ້ານການໄດ້ຍິນ

ນະຄອນຫຼວງວຽງຈັນ, ລາວ ໃນວັນທີ 8 ເດືອນ ກັນຍາທີ່ຜ່ານມາ ບໍລິສັດລາວຟອດຊີຕີໃດ້ມອບເຄື່ອງບໍລິຈາກໃຫ້ແກ່ ໂຮງຮຽນ ມືແຫ່ງຄວາມຫວັງ ສູນສຶກສາຜູ້ບົກຜ່ອງທາງດ້ານການໄດ້ຍິນ ທີ່ບ້ານໜອງບົວ ເມືອງໄຊທານີ ເຊິ່ງສ້າງຂຶ້ນເມື່ອປີ 2010 ຈາກກຸ່ມອາສາສະມັກທັງຄົນລາວ ແລະ ອີກຫຼາຍໆປະເທດທີ່ໃຫ້ການຊ່ວຍເຫຼືອ ພາຍໃນໂຮງຮຽນມີເດັກນ້ອຍທັງໝົດ 24 ຄົນທີ່ອາໃສພັກເຊົ່າຢູ່ໂຮງຮຽນ ເດັກນ້ອຍສ່ວນໃຫ່ຍແມ່ນເດັກນ້ອຍທີ່ເປັນເດັກກຳພ້າ ແລະ ໃດ້ອາໃສສູນການສຶກສານີ້ເປັນທີ່ອາໃສ. ບໍລິສັດລາວຟອດຊີຕີໃດ້ມອບຕູ້ເເຊອາຫານ ແລະ ອຸປະກອນເຄື່ອງໃຊ້ສຳລັບແຕ່ງກິນໃຫ້ກັບໂຮງຮຽນ ເພື່ອອຳນວຍຄວາມສະດວກໃນການປຸງແຕ່ງອາຫານໃຫ້ເດັກນ້ອຍ ພ້ອມດຽວກັນນີ້ທາງລາວຟອດຊີຕີຍັງໃດ້ຂຶ້ນແຜນໃຫ້ການສະໜັບສະໜູນ ງານສະເຫຼີມສະຫຼອງວັນພາສາມືສາກົນ ຄັ້ງທີ 2 ທີ່ຈະຈັດຂຶ້ນເປັນທາງການ ເຊິ່ງພາຍໃນງານໃດ້ສ້າງໃຫ້ເດັກນ້ອຍຄົນພິການມີຄວາມກ້າທີ່ຈະສະແດງອອກຫຼາຍຂຶ້ນ ແລະ ສັງຄົມໃດ້ເຫັນເຖິງຄວາມສາມາດຂອງນ້ອງໆຜູ້ພິການທາງການໄດ້ຍິນ. ທ່ານສາມາດຕິດຕາມຂ່າວສານນຳພວກເຮົາໃດ້ທີ່ເພດລາວຟອດຊີຕີ

ລາວຟອດຊີຕີສົ່ງມອບຄວາມຫ່ວງໃຍ ໃຫ້ພີ່ນ້ອງທີ່ປະສົບໄພນ້ຳຖ້ວມທີ່ເມືອງຄູນຄຳ, ແຂວງຄຳມ່ວນ

ເມືອງ ຄູນຄຳ, ແຂວງ ຄຳມ່ວນ, ລາວ. ບໍລີສັດ ລາວຟອດຊີຕີ ເຊິ່ງເປັນບໍລິສັດທີ່ຈັດຈຳໜ່າຍລົດຍົນຍີ່ຫໍ່ຟອດ ແລະ ການບໍລິການທາງດ້ານຍານຍົນ ແຕ່ເພື່ອຄວບຄູ່ກັນໄປກັນຄວາມຍືດຍຸ່ນຂອງສັງຄົມ ພວກເຮົາຍັງເຫັນເຖິງຄວາມສຳຄັນຂອງທຸກໆການເຄື່ອນໄຂທີ່ເກີດຂຶ້ນໃນສັງຄົມລາວໃນປະຈຸບັນ ແລະ ເຮົາກໍ່ເຫັນໄດ້ເລີຍວ່າໃນຊ່ວງຕົ້ນເດືອນສິງຫາທີ່ຜ່ານມານີ້ ເນື່ອງຈາກໃນຫຼາຍຂົງເຂດທົ່ວທຸກພາກໃນປະເທດລາວເຮົາ ມີຝົນຕົກໜັກຕິດຕໍ່ກັນຫຼາຍມື້ຈຶ່ງເຮັດໃຫ້ໃນຫຼາຍເຂດປະສົບກັບອຸຖົກກະໄພທາງທຳມະຊາດທີ່ເຮົາບໍ່ສາມາດຫຼີກຫຼ່ຽງໄດ້ ເຊິ່ງໃນນັ້ນໜັກສຸດກໍ່ຄືທາງພາກກາງໂດຍສະເພາະເມືອງຄູນຄຳ ແຂວງຄຳມ່ວນ ທີ່ໄດ້ຮັບຜົນກະທົບໜັກກວ່າທຸກເຂດ. ແຕ່ເຖິງຢ່າງໃດກໍ່ຕາມ ພວກເຮົາຄົນລາວບໍ່ຖິ້ມກັນ ສະນັ້ນ ບໍລິສັດ ລາວຟອດຊີຕີ ຂອງພວກເຮົາກໍ່ໄດ້ເຫັນເຖິງຄວາມຫຍຸ່ງຍາກຂອງສັງຄົມທີ່ເກີດຂຶ້ນໃນຄັ້ງນີ້ ພວກເຮົາຈຶ່ງໄດ້ປຶກສາຫາລືເພື່ອສົ່ງຕໍ່ຄວາມຫ່ວງໃຍເຖິງຊາວຜູ້ປະສົບໄພທີ່ໄດ້ຮັບຜົນກະທົບຈາກເຫດການອຸຖົກກະໄພນ້ຳຖ້ວມຄັ້ງຮຸນແຮງໃນຮອບ 10 ປີ ທີ່ເມືອງຄູນຄຳ, ແຂວງຄໍາມ່ວນ ໃນຊ່ວງທີ່ຜ່ານມາ. ເຊິ່ງໃນວັນທີ 9-10 ສິງຫາທີ່ຜ່ານມານີ້ ທາງບໍລິສັດ ລາວຟອດຊີຕີ ກໍ່ໄດ້ອອກເດີນທາງໄປບໍລິຈາກດ້ວຍຂະບວນລົດຟອດ 6 ຄັນ ໃນນັ້ນເປັນການນຳທັຍຂອງລົດຟອດ Bronco, Next-Gen Ranger Raptor V6, Next-Gen Ranger Wildtrak, Next-Gen Everest Trend ແລະ Next-Gen Ranger XLT …

ລົງທະບຽນເພື່ອຮັບສ່ວນຫຼຸດ