
ລາວຟອດຊີຕີສະໜັບສະໜູນສູນສຶກສາບົກຜ່ອງດ້ານການໄດ້ຍິນ
ນະຄອນຫຼວງວຽງຈັນ, ລາວ ໃນວັນທີ 8 ເດືອນ ກັນຍາທີ່ຜ່ານມາ ບໍລິສັດລາວຟອດຊີຕີໃດ້ມອບເຄື່ອງບໍລິຈາກໃຫ້ແກ່ ໂຮງຮຽນ ມືແຫ່ງຄວາມຫວັງ ສູນສຶກສາຜູ້ບົກຜ່ອງທາງດ້ານການໄດ້ຍິນ ທີ່ບ້ານໜອງບົວ ເມືອງໄຊທານີ ເຊິ່ງສ້າງຂຶ້ນເມື່ອປີ 2010 ຈາກກຸ່ມອາສາສະມັກທັງຄົນລາວ ແລະ ອີກຫຼາຍໆປະເທດທີ່ໃຫ້ການຊ່ວຍເຫຼືອ ພາຍໃນໂຮງຮຽນມີເດັກນ້ອຍທັງໝົດ 24 ຄົນທີ່ອາໃສພັກເຊົ່າຢູ່ໂຮງຮຽນ ເດັກນ້ອຍສ່ວນໃຫ່ຍແມ່ນເດັກນ້ອຍທີ່ເປັນເດັກກຳພ້າ ແລະ ໃດ້ອາໃສສູນການສຶກສານີ້ເປັນທີ່ອາໃສ. ບໍລິສັດລາວຟອດຊີຕີໃດ້ມອບຕູ້ເເຊອາຫານ ແລະ ອຸປະກອນເຄື່ອງໃຊ້ສຳລັບແຕ່ງກິນໃຫ້ກັບໂຮງຮຽນ ເພື່ອອຳນວຍຄວາມສະດວກໃນການປຸງແຕ່ງອາຫານໃຫ້ເດັກນ້ອຍ ພ້ອມດຽວກັນນີ້ທາງລາວຟອດຊີຕີຍັງໃດ້ຂຶ້ນແຜນໃຫ້ການສະໜັບສະໜູນ ງານສະເຫຼີມສະຫຼອງວັນພາສາມືສາກົນ ຄັ້ງທີ 2 ທີ່ຈະຈັດຂຶ້ນເປັນທາງການ ເຊິ່ງພາຍໃນງານໃດ້ສ້າງໃຫ້ເດັກນ້ອຍຄົນພິການມີຄວາມກ້າທີ່ຈະສະແດງອອກຫຼາຍຂຶ້ນ ແລະ ສັງຄົມໃດ້ເຫັນເຖິງຄວາມສາມາດຂອງນ້ອງໆຜູ້ພິການທາງການໄດ້ຍິນ. ທ່ານສາມາດຕິດຕາມຂ່າວສານນຳພວກເຮົາໃດ້ທີ່ເພດລາວຟອດຊີຕີ

ຟອດ ແຣນເຈີ ແຣັບເຕີ ແຈ້ງເກີດໃນສະໜາມ ເອເຊຍ ຄຣອດ ຄັນທີ ເເຣລີ 2023
ກຸງເທບມະຫານະຄອນ ປະເທດໄທ 9 ສິງຫາ 2023 – ຟອດປະເທດໄທ ປະກາດຮ່ວມມືກັບ ຟິວລິກ ອິນໂນເວຊັນ ມໍເຕີ ທີມແຂ່ງສຸດຍິ່ງໃຫຍ່ໃນວົງການມໍເຕີສະປອດໄທ ສົ່ງ ຟອດ ເຣນເຈີ ແຣັບເຕີ ເຈເນີເຣຊັນໃໝ່ ໃນການລົງສະໜາມເອເຊຍ ຄຣອດ ຄັນທີ ເເຣລີ 2023 (Asia Cross Country Rally – AXCR) 2023 ຫຼັງຈາກທີ່ຟອດໄດ້ຮັບໄຊຊະນະຈາກການແຂ່ງຂັນ 2022 SCORE-International Baja 1000 ແລະ ຊິງຕຳແໜ່ງແຊ້ມຄາດໂຊລູມ 2023 Finke Desert Race ໃນບໍ່ເທົ່າໃດເດືອນທີ່ຜ່ານມາ ໂດຍ ຟອດ ເຣນເຈີ ແຣັບເຕີ ເຈເນີເຣຊັນໃໝ່ ທີ່ໄດ້ຮັບສາຍາຈາກແຟນໆ ຊາວໄທວ່າເປັນລຸ່ນທີ່ ດຸດັນບໍ່ເກັງໃຈໃຜ ຈະພ້ອມລຸຍໃນສະໜາມການແຂ່ງຂັນທີ່ທ້າທາຍກ່ວາ 2,000 ກິໂລແມັດ ຈາກເມືອງພັດທະຍາ ປະເທດໄທ ໄປຈົນເຖິງປາກເຊ …

ລາງວັນລົດກະບະດີເດັ່ນສຳລັບທ່ານຍິງແຫ່ງປີ 2023
Next-Gen Ford Ranger ໄດ້ຮັບລາງວັນລົດກະບະດີເດັ່ນສຳລັບທ່ານຍິງແຫ່ງປີ 2023 ເຊິ່ງ ເປັນລົດກະບະທີ່ມີຄວາມຫຼາກຫຼາຍ ແລະ ມີຄວາມສາມາດທີ່ສຸດເທົ່າທີ່ເຄີຍມີມາ ແລະ ເຊິ່ງໄດ້ຮັບການຕັດສິນຈາກເວທີການແຂ່ງຂັນ Women’s World Car Of The Year ແຫ່ງປີ 2023. ການແຂ່ງຂັນລົດຍົນແຫ່ງປີຂອງແມ່ຍິງແມ່ນໄດ້ຮັບການໂຫວດໃຫ້ໂດຍຄະນະກຳມະການທີ່ປະກອບດ້ວຍນັກຂ່າວຍິງ 63 ທ່ານຈາກ 45 ປະເທດໃນ 5 ທະວີບທົ່ວໂລກ, ເຊິ່ງຂະນະກຳມະການທຸກທ່ານເຫຼົ່ານີ້ລ້ວນແລ້ວມາຈາກກົມອຸດສາຫະກຳລົດຍົນຍິງລ້ວນ

ລາວຟອດຊີຕີສະໜັບສະໜູນໂຄງການປານກວດໄວໜຸ່ມລາວ
ໃນທີ່ສຸດກໍ່ໄດ້ແລ້ວ ນາງແບບຂອງເວທີ FACE of Laos ທີ່ໄດ້ຜ່ານການຕັດສິນເປັນທີ່ຮຽບຮ້ອຍແລ້ວໃນວັນທີ່ 25 ມິຖຸນາ ທີ່ຫາກໍ່ຜ່ານມານີ້. FACE of Laos ເປັນອີກໜຶ່ງເວທີການປະກວດທີ່ລາວຟອດຊີຕີຂອງພວກເຮົາໄດ້ເປັນສ່ວນໜຶ່ງຂອງການຈັດງານປະກວດໃນຄັ້ງນີ້. ເຊິ່ງລາວຟອດຊີຕີຂອງພວກເຮົາໄດ້ເອົາໃຈໃສ່ທຸກກຸ່ມຄົນບໍ່ວ່າຈະເປັນນ້ອງນັກຮຽນ, ນັກສຶກສາ, ອົງການ, ໄວກາງຄົນ ຫຼື ກຸ່ມຄົນລຸ່ນໃໝ່ ພວກເຮົາກໍ່ຍິນດີໃຫ້ການສະໜັບສະໜູນ. FACE of Laos ຊຶ່ງເປັນເວທີປະກວດເພື່ອຂັດເລືອກເອົາຜູ້ທີ່ເໝາະສົມທີ່ສຸດເພື່ອໄປເປັນຕົວແທນຂອງປະເທດລາວເຂົ້າປະກວດເວທີລະດັບສາກົນໃນການປະກວດ Face of Asia ທີ່ປະເທດ ສ.ເກົາຫຼີ ແລະໃນສຸດທ້າຍ ທ້າຍທີ່ສຸດພວກເຮົາກໍ່ໄດ້ຜູ້ຊະນະການປະກວດຈຳນວນທັງໝົດ 2 ທ່ານ ທີ່ຈະໄດ້ເປັນຕົວແທນເດີນທາງໄປປະກວດທີ່ ສ.ເກົາຫຼີ. ລາວຟອດຊີຕີໃນນາມຂອງຜູ້ສະໜັບສະໜູນຫຼັກຂອງເວທີປະກວດນີ້ ກໍ່ໄດ້ໃຫ້ນ້ອງໆຜູ້ເຂົ້າຮ່ວມການປະກວດນີ້ໄດ້ຈັດແຄມເປນກ່ຽວກັບລົດຟອດ ຈຳນວວນ 4 ລຸ່ນດ້ວຍກັນເຊັ່ນ: Ford Ecosport, Next-Gen Ranger XLT, Explorer ແລະ Next-Gen Territory ເຊິ່ງແຄມເປນດັ່ງກ່າວພວກເຮົາກໍ່ໄດ້ໃຫ້ນ້ອງໆນຳສະເໜີລົດຟອດໃຫ້ຕົງກັບບຸກຂະລິກຂອງແຕ່ລະກຸ່ມຄົນ.

ລາວຟອດຊີຕີເຂົ້າຮ່ວມງານ Ford RangerRaptorແລະEverest ທີ່ສະແດງໃຫ້ເຫັນເຖິງປະສິດທິພາບແລະຄວາມສາມາດທີ່ໂດດເດັ່ນ ທີ່” Ford next Level Experience” ທີ່ຊາປາ, ປະເທດຫວຽດນາມ.
ຊາປາ,ຫວຽດນາມ ວັນທີ່ 2 ມິຖູນາ 2023, ຕະຫຼາດຈຳໜ່າຍຟອດເອເຊຍ ປາຊີຟິກ (APDM),ຍິນດີຕ້ອນຮັບສື່ມວນຊົນທີ່ເມືອງ Sapa,ປະເທດ ຫວຽດນາມ , ເຊິ່ງເປັນສະຖານທີ່ໄດ້ຖືກເລືອກໂດຍສະເພາະສໍາລັບ ສະແດງໃຫ້ເຫັນຄວາມສາມາດແລະຫຼາກຫຼາຍເພື່ອຄວາມພ້ອມທີ່ຈະພະຈົນໄພ ໃນ next-generation Ranger Stormtrak, Everest Wildtrak, and Ranger Raptor ແລະ ແນ່ນອນ, ທາງລາວຟອດຊີຕີ້ເປັນໜຶ່ງໃນ APDMທີ່ໄດ້ເຂົ້າຮ່ວມງານໃນຄັ້ງນີ້, ງານໃນດັ່ງກ່າວໄດ້ເລີ້ມຂັບຂີ່ທົດລອງຢູ່ຖະໜົນທີ່ຈະມຸ້ງໜ້າໄປສູ່ເມືອງຊາປາ, ເຊິງຈະເຮັດໃຫ້ຜູ້ເຂົ້າຮ່ວມໄດ້ສຳຜັດກັບປະສົບການ ແລະ ຄວາມສະດວກສະບາຍ, ຫຼັງຈາກນີ້, ຂະບວນລົດຟອດ ແລນເຈີ້ ແລະ ເອເວີເຣດ ຈະໄດ້ມຸ່ງໜ້າໄປທີ່ທະເລສາບ Seo My Ty ຢ່າງໝັ້ນໃຈ, ເຊິ່ງຢູ່ສູງເຖິງ 1,600 ແມັດ ຈາກລະດັບໜ້ານ້ຳທະເລ ແລະ ຍັງອອ້ມຮອບໄປດ້ວຍທິວທັດທຳມະຊາດພູຜາປ່າດົງອັນອຸດົມສົມບູນ ແລະ ທົ່ງນາທີ່ຂຽວງາມ. ຫຼັງຈາກນັ້ນ, ໄດ້ເຊີນສື່ມວນຊົນໄປຢ້ຽມເບິີ່ງສາມສະຖານທີ່, ທີ່ຈະເປັນບ່ອນທົດສອບ ຟີເຈີ້ຂອງລົດໃໝ່. ສະຖານີທີ່ 1: ເນັກເຈັນ …

ເນັກ-ເຈັນ ຟອດເທຣິທໍຣີ ເກມທ້າ…ລ່າລາງວັນ 2023
ນະຄອນຫຼວງວຽງຈັນ, ລາວ ວັນທີ່ 19-21 ພຶດສະພາ ທີ່ຜ່ານມາ ລາວຟອດ ຊີຕີ ໄດ້ຈັດກິດຈະກຳທົດລອງຂັບລົດ ຟອດ ເທຣິທໍຣີໃໝ່ ທີ່ຫາກໍ່ເປີດຕົວໄປໃນເດືອນ ເມສາ ທີ່ຜ່ານມານີ້ ເພື່ອເປັນການເປີດໂອກາດໃຫ້ລູກຄ້າ ສຳຜັດກັບການອອກແບບ ໄດນາມິກ ການຂັບຂີ່ລົດ SUV 5 ບ່ອນນັ່ງ ພ້ອມເກຍອໍໂຕ້ 7 ສະປີດ ທີ່ໃຫ້ການຂັບຂີ່ແບບນຸ້ມ ສະບາຍ ພ້ອມກັບສຳພັດດີຊາຍພາຍໃນແບບຫລູຫລາ ມາພ້ອມຫລັງຄາມາດຕະຖານແບບ Panoramic ລະບົບສະແດງຜົນ In-Vehicle Infotainment ມີຈໍສະແດງຜົນເທິງໜ້າປັດດິຈິຕໍ 12ນິ້ວ ທີ່ສາມາດເຊື່ອຕໍ່ Apple Carplay ແລະ Android Auto ພ້ອມການເຊື່ອມ Bluetooth. ເບາະນັ່ງຜູ້ຂັບປັບໄຟຟ້າ 10 ທິດທາງ, ລະບົບປັບອຸນຫະພູມເບາະນັ່ງຄູ່ໜ້າ ແລະ ລະບົບຟອກອາກາດປ້ອງກັນຝຸ່ນ PM 2,5 ແທ່ນສາກໄຮ້າສາຍ ພ້ອມທີ່ຈະສາກໂທລະສັບຂອງທ່ານໄດ້ຕະຫລອດເວລາ ໂດຍບໍ່ຈຳເປັນຕ້ອງໃຊ້ສາຍສາກ ແລະ ລະບົບເຕັກໂນໂລຊີ …

ເຊັນສັນຍາຄວາມເຂົ້າໃຈລະຫວ່າງກຸ່ມບໍລິສັດ RMA ແລະ ທະນາຄານ LDB
ວຽງຈັນ, ລາວ 23 ມີນາ 2023. ກຸ່ມບໍລິສັດ ອາຣເອັມເອ (RMA Group) ຮ່ວມກັບ ທະນາຄານ ພັດທະນາລາວ ຈຳກັດ (LDB Bank) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານຍຸດທະສາດ ການທະນາຄານ ແລະ ທຸລະກິດ ລະຫວ່າງ LDB Bank & RMA Group ເຊິ່ງໄດ້ຈັດຂຶ້ນທີ່ ໂຮງແຮມແລນມາກ ຣີເວີໄຊ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ Wayne McIntosh, ຜູ້ອຳນວຍການບໍລິຫານຈັດການ ກຸ່ມໂອໂຕໂມທິບ ກຸ່ມບໍລິສັດອາຣເອັມ ເອເຊຍລາວ ແລະ ທ່ານ ສິດທິສອນ ເທບພາສີ, ປະທານສະພາບໍລິຫານ ທະນາຄານ ພັດທະນາລາວ ຈໍາກັດ ແລະ ພ້ອມດ້ວຍຄະນະຜູ້ອໍານວຍການ, ຄະນະບໍລິຫານງານ ຂອງທັງສອງຝ່າຍ. ພິທີເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເປັນການຕົກລົງຮ່ວມມືກັນ ເພື່ອສະແດງໃຫ້ເຫັນເຖິງ ຄວາມຕັ້ງໃຈໃນການຮ່ວມມື …

ລາວຟອດຊີຕີແຈກໂຊກໃຫ່ຍໃຫ້ລູກຄ້າ
ລາວຟອດຊີຕີຈັດແຄມເປນຄືນກຳໄລໃຫ້ລູກຄ້າ ທີ່ອອກລົດຕັ້ງແຕ່ງຕົ້ນປີ 2022 ຫາຕົ້ນປີ 2023ນີ້ ດ້ວຍຄູປອງຈັບສະຫຼາກລຸ້ນໂຊກລລາງວັນລົດໃຫ່ຍ ແລະ ເຄື່ອງໃຊ້ໄຟຟ້າອີກຫຼາຍລາຍການ ແລະ ໃນທີ່ກໍ່ສິ້ນສຸດການລໍຖ້າ ພວກເຮົາລາວຟອດຊີຕີ ຂໍສະແດງຄວາຍິນດີມານຳລູກຄ້ານາມວ່າ ທ່ານ ກໍລະກັນ ວົງສີດອນ ທີ່ໂຊກດີທີ່ໃດ້ຮັບລາງວັນໃຫ່ຍ ລົດຟອດ ເທຣິທໍຣີຈາກທາງລາວຟອດຊີຕີ ໃນແຄມເປນເເຈກໂຊກໃຫຍ່ຫຼາຍກວ່າ 700 ລ້ານກີບ, ລາວຟອດຊີຕີແຈກແທ້ແຈກຈິງ ແຈກໃຫ້ກັບລູກຄ້າທີ່ອອກລົດຟອດທຸກລຸ່ນຕັ້ງແຕ່ຕົ້ນປີ 2022 ເຖິງເດືອນມີນາ 2023 ເຖິງວ່າລູກຄ້າທີ່ອອກລົດກັບພວກເຮົາຈະໃດ້ລົດງາມໆ ແລະ ຂອງແຈກຂອງແຖມຫຼາຍຢ່າງໄປແລ້ວ ຍັງຈະໃດ້ຄູປອງລຸ້ນໂຊກໃຫຍ່ຄື: ບັດພິດຊ່າ 500,000 ກີບຈຳນວນ 10 ລາງວັນ, ບັດນ້ຳມັນ 1,000,000ກີບ ຈຳນວນ 5 ລາງວັນ, ໂທລະສັບ ຈຳນວນ 3 ລາງວັນ, ລຳໂພງ JBLຈຳນວນ 3 ລາງວັນ, ສາຍຄໍຄຳ ຈຳນວນ 2 ລາງວັນ, ລົດຈັກ Honda wave …

ຄາຣາວານເພື່ອການກຸສົນຮ່ວມໃຈຕ້ານໄພໜາວ
ຄາຣາວານທ່ອງທ່ຽວ ເພື່ອການກຸສົນຮ່ວມໃຈຕ້ານໄພໜາວລາວຟອດຊີຕີ ສາຂາສະຫວັນນະເຂດ ແລະ ສາຂາປາກເຊ ຍິນດີທີ່ໃດ້ເຂົ້າຮ່ວມຊ່ວຍເຫຼືອສັງຄົມໃນງານ ຄາຣາວານທ່ອງທ່ຽວ ເພື່ອການກຸສົນຮ່ວມໃນຕ້ານໄພໜາວທີ່ ຈຸດສຸມ ລາດຫໍ້-ຜາບັງ ເມືອງເຊໂປນ ແຂວງ ສະຫວັນນະເຂດ ໂດຍມີລົດຟອດທັງໝົດເຂົ້າຮ່ວມ 16 ຄັນ ແລະ ຮ່ວມບໍລິຈາກເງິນຊ່ວຍເຫຼືອອຸປະກອນການຮຽນ ແລະ ອຸປະກອນກິລາໂດຍຄາຣາວານທ່ອງທ່ຽວເພື່ອການກຸສົນຕ້ານໄພໜາວໃນຄັ້ງນີ້, ເປັນອີກໂຄງການໜຶ່ງທີ່ຊ່ວຍ ຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານທຳມະຊາດ, ວັດທະນະທຳ ແລະ ການດຳລົງຊີວິດຂອງປະຊາຊົນ, ເຄື່ອງທີ່ນຳໄປມອບໃນຄັ້ງນີ້ ແມ່ນໄດ້ມາຈາກການປະກອບສ່ວນຂອງ ສັງຄົມທັ້ງສອງປະເທດ ເປັນຕົ້ນແມ່ນ: ເຄືອງນຸ່ງຫົ່ມ, ເຂົ້າສານອາຫານແຫ້ງ, ອຸປະກອນການຮຽນ-ການສຶກສາ, ເຄື່ອງອຸປະກອນກິລາ ແລະ ເຄື່ອງໃຊ້ທີ່ຈຳເປັນພາຍໃນຄົວເຮືອນ ພ້ອມເງິນສົດຈຳນວນໜຶ່ງ, ລວມມູນຄ່າທັງໝົດແມ່ນ 200ລ້ານກີບ. ໃນນີ້ລວມມີ 5 ບ້ານດ້ວຍກັນຄື: ບ້ານ ຜາບັງ, ທ່າຜິງ, ລະເວີນ, ໃໝ່ທ່າແດງ ແລະ ບ່ານສະປອງ, ມີ 2 ໂຮງຮຽນຄື: ມສ ຜາບັງ, ໂຮງຮຽນບ້ານໃໝ່ …