Author archives

ສິ້ນສຸດການລໍຄອຍກັບການເປີດຕົວຟອດ ບອງໂຄ້ ເຈົ້າຂອງສາຍາ Built Wild

ໃນວັນທີ່ 12 ກັນຍາທີ່ຜ່ານມາ ບໍລິສັດລາວຟອດຊີຕີສາຂາພະຂາວໄດ້ເປີດຕົວລົດລຸ່ນໃໝ່ທີ່ພ້ອມຈະພະຈົນໄພໃນແດນລາວລ້ານຊ້າງ ກັບຟອດບອງໂຄ ເຈົ້າຂອງສາຍາ Built Wild ອີກໜຶ່ງລົດສາຍອ໋ອບໂຣດສະມັດທະນະສູງທີ່ທົ່ວໂລກຕ່າງຕ້ອງການເປັນເຈົ້າ ເຊິ່ງລາວຟອດຊີຕີແມ່ນໜຶ່ງໃນຕົວແທນຜູ້ຈັດຈຳໜ່າຍລົດຍົນຟອດທີ່ໄດ້ຮັບໂຄຕ້າຈັດຈຳໜ່າຍລົດຟອດບອງໂຄ້ນີ້ຈຳນວນສາມລຸ່ນ ເຊິ່ງໃນງານເປີດຕົວທີ່ຜ່ານມາລາວຟອດຊີຕີໄດ້ເປີດເຜີຍໃຫ້ເຫັນເຖິງລົດຟອດ Bronco Raptor, Bronco Wildtrak and Bronco Badlands ໂສມປີ 2024 ກັບຂຸມພະລັງເຄື່ອງຈັກ 2.7ລິດ V6 ວາງໃນ Bronco Wildtrak and Bronco Badlands ສາມາດຮີດແຮງມ້າໄດ້ສູງເຖິງ 330 ແຮງມ້າ 563 ແຮງບິດ ແລະ ເຄື່ອງຈັກ 3.0ລິດ ວາງໃນລຸ່ນ Bronco Raptor ໃຫ້ແຮວ້ມາສູງສຸດ 416 ແຮງມ້າ ພ້ອມແຮງບິດທີ່ 597 Nm ກັບຊ່ວງລ່າງ HOSS 4.0 ໂຊກອັບໄຟຟ້າ Racing Fox Shock Five Link …

ເປີດຫ້ອງຂາຍ ລາວຟອດ ຊີຕີ ສາຂາພະຂາວຢ່າງເປັນທາງການ

ໃນວັນທີ່ 6 ກັນຍາທີ່ຜ່ານມາ ບໍລິສັດລາວຟອດຊີຕີ ຊຶ່ງເປັນຕົວແທນຜູ້ຈັດຈຳໜ່າຍຜະລິດຕະພັນລົດຟອດຢ່າງເປັນທາງການໃນປະເທດລາວ ໄດ້ເພີ່ມຂະຫຍາຍການບໍລິການເພື່ອໃຫ້ໃກ້ຊິດ ແລະ ຕອບສະໜອງຄວາມຕ້ອງການຂອງກຸ່ມລູກຄ້າໄດ້ຢ່າງພຽງພໍໍ ຈຶ່ງໄດ້ກໍ່ຕັ້ງເສີມຂະຫຍາຍສາຂາໃຫ້ບໍລິການບັນດາລູກຄ້າເຂດເມືອງໄຊທານີ, ເມືອງໄຊເສດຖາ ແລະ ເຂດອື່ນໆ ໃນພິທີການອັນສຳຄັນດັ່ງກ່າວແມ່ນໄດ້ກຽດຂຶ້ນກ່າວເປີດພິທີ ແລະ ປັນສັກຂີພິຍານໂດຍທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ຄຣິສຕຽນ ວິດແມນ ຮອງປະທານກຸ່ມບໍລິສັດ RMA, ທ່ານ ບີຈູ່ ນາລາຍານານ ຜູ້ອຳນວຍການບໍລິຫານກຸ່ມບໍລິສັດລົົດຍົນ RMA Laos ແລະ ທ່ານ ວິລາພັນ ບຣາລີ ຜູ້ຈັດການຝ່າຍການຕະຫຼາດ ແລະ ພັດທະນາສາຍສຳພັນ ບໍລິສັດ ລາວຟອດຊີຕີ ຂອງພວກເຮົາແມ່ນ ແມ່ນໜຶ່ງບໍລິສັດຈັດຈຳໜ່າຍລົດຍົນຊັ້ນນຳຂອງໂລກທີ່ມີຄຸນນະພາບ ແລະ ສະມັດທະນະທີ່ເໜືອຊັ້ນ ພາຍໃຕ້ຄວາມສຳເລັດນີ້ ແມ່ນໄດ້ມາຈາກຊີ້ນຳ ແລະ ບໍລິຫານໂດຍບໍລິສັດລະດັບສາກົນ ນັ້ນກໍ່ຄືບໍລິສັດRMA ຕັ້ງແຕ່ປີ 1994 ເປັນຕົ້ນມາ RMA ໄດ້ເລີ່ມເຂົ້າມາສູ່ປະເທດລາວ ແລະ …

ພິທີເປີດຕົວຫ້ອງຂາຍ RMA Laos ສາຂາໃໝ່ທີ່ທ່າແຂກ

ໃນວັນທີ່ 17 ທີ່ຜ່ານມາກຸ່ມບໍລິສັດ RMA Lao ໄດ້ຈັດພິທີເປີດສາຂາບໍລິການໃໝ່ປະຈຳແຂວງຄຳມ່ວນ ພ້ອມການຕັດລິບບິນໃນການເປີດສາຂາຈຳໜ່າຍລົດຍົນໃນເຄື່ອທີ່ເມືອງທ່າແຂກ ແຂວງຄຳມ່ວນຢ່າງເປັນທາງການ ເຊິ່ງກຸ່ມບໍລິິສັດ RMA Lao ເປັນໜຶ່ງກຸ່ມບໍລິສັດທີ່ຈັດຈຳໜ່າຍລົດຍົນທີ່ໃຫຍ່ທີ່ສຸດໃນລາວ ໂດຍເລີ່ມໃຫ້ບໍລິການໃນປະເທດລາວຕັ້ງແຕ່ປີ 1994 ຫຼື 30 ທີ່ຜ່ານມາ ເຊິ່ງບໍລິການທາງດ້ານລົດຍົນ, ອາຫານ, ລົດເຊົ່າ, ສິນເຊື່ອ ແລະ ຮັບເໝົາກໍ່ສ້າງເຊິ່ງຜະລິດຕະພັນລົດຍົນໃນເຄືອຈະມີທັງລົດຫຼູ, ລົດໃຊ້ໃນຄອບຄົວ, ລົດໃຊໃນທຸລະກິດ ແລະ ໃຊ້ໃນອຸດສາຫະກຳເຊັ່ນ: ຜະລິດຕະພັນລົດຍົນຟອດ, ແລນໂລເວີ, ມາຮີນດຣາ, ຄາຍຍີ, ຈອນເດຍ, JCB ແລະ TCM. ນອກນນີ້ຍັງມີສູນບໍລິການສ້ອມແປງທົ່ວໄປສຳລັບລົດທຸກລຸ່ນທຸກຍີຫໍ້ຈາກ Quick Lane ທີ່ມີອຸປະກອນເຄື່ອງມືທີ່ທັນສະໄໝໄວ້ບໍລິການໃຫ້ທຸກທ່ານ ເຊິ່ງກຸ່ມຜະລິດຕະພັນເຫຼົ່ານີ້ສາມາດຕອບໂຈດກັບທຸກຄວາມຕ້ອງການຂອງບັນດາລູກຄ້າຊາວແຂວງຄຳມ່ວນເປັນຢ່າງດີ. ງານຕັດລິບບິນໃນຄັ້ງນີ້ໃຫ້ກຽດເຂົ້າຮ່ວມ ແລະ ຂຶ້ນກ່າວໂດຍທ່ານ ແກ້ວອຸດອນ ບູດສິງຂອນ ຮອງເຈົົ້າແຂວງ ແຂວງຄຳມ່ວນ ພ້ອມດ້ວຍຂະໜະ ທີ່ຫັນເທິງຄວາມສຳຄັນທີ່ຈະສ້າງການເຕີບໂຕ ແລະ ເສີມຂະຫຍາຍໃຫ້ແກ່ຫົວໜ່ວຍທຸລະກີດຂອງແຂວງໃຫ້ເຂັ້ມແຂງຂຶ້ນຕື່ມ. ແລະ ທ່ານ ບີຈູ່ ນາລາຍະນານ …

ລາວຟອດຊີຕີ ຈັດພິທີນຳສະເໜີລົດເຄື່ອນຍ້າຍເງິນສົດ (Everest Cash In Transit) ແລະ ສົ່ງມອບໃຫ້ແກ່ທະນາຄານ Vietin Bank Limited ແລະ Sacombank Lao

ລາວຟອດຊີຕີ ຈັດພິທີນຳສະເໜີລົດເຄື່ອນຍ້າຍເງິນສົດ (Everest Cash In Transit) ແລະ ສົ່ງມອບໃຫ້ແກ່ທະນາຄານ Vietin Bank Limited ແລະ Sacombank Lao ບໍລິສັລາວຟອດຊີຕີ ເປັນຕົວແທນຈຳໜ່າຍຜະລິດພັນລົດຟອດໜຶ່ງດຽວໃນລາວທີ່ບໍ່ພຽງແຕ່ໃຫ້ບໍລິການຜະລິດຕະພັນລົດຍົນທີ່ນຳໃຊ້ໃນຊີວິດປະຈຳວັນເທົ່ານັ້ນ ພວກເຮົາຍັງມີການບໍລິການດັດແປງ ແລະ ອອກແບບລົດຟອດລຸ່ນພິເສດທີ່ພ້ອມຈະຮັບໃຊ້ເຂົ້າໃນໜ້າທີ່ວຽກງານທີ່ແຕກຕ່າງກັນ ເຊິ່ງໃນວັນທີ່ 14 ສິງຫາທີ່ຜ່ານມາ ພວກເຮົາໄດ້ຈັດງານນຳສະເໜີຜະລິດຕະພັນໃໝ່ໃຫ້ແກ່ກຸ່ມລູກຄ້າທະນາຄານທີ່ມີຄວາມຕ້ອງການນຳໃຊ້ຍານພາຫະນະທີ່ມີຄວາມປອດໄພສູງເຂົ້າໃຊ້ໃນການເຄື່ອນຍ້າຍ ແລະ ຂົນສົ່ງເງິນຕາ ເຊິ່ງຜະລິດຕະພັນໃໝ່ນີ້ ແມ່ນໄດ້ຮັບການພັດທະນາ ແລະ ອອກແບບຈາກ RMA SV ຈາກນຳເອົາລົດລຸ່ນ Ford Everest Trend 2.0 ລິດ ເທີໂບຄູ່ ຂັບເຄື່ອນດ້ວຍລະບົບ 4×4 ມາດັດແປງໃຫ້ແທດເໜາະກັບການໃຊ້ງານ ດ້ວຍການເພີ່ມຕູ້ເຊບນິລະໄພໃຫ້ຄວາມປອດໄພສູງ ມາພ້ອມຄວາມສາມາດພິເສດໃນການປ້ອງກັນອັກຄີໄພ, ລະບົບລ໋ອກພາຍໃນ ແລະ ນາຍນອກ, ຕູ້ເຊບຂະໜາດໃຫ່ຍ ສາມາດບັນຈຸເງິນສົດໄດ້ຈຳນວນຫຼາຍ, ຖັງດັບເພີງ ແລະ ລະບົບສຽງເຕືອນນິລະໄພ. ຂອບໃຈມາຍັງທະນາຄານ Vietin Bank Limited ແລະ …

ກຸ່ມບໍລິສັດ RMA Lao ສ້າງສາຍຜົວພັນທຸລະກິດກັບບັນດານັກທຸລະກິດຊາວແຂວງຊຽງຂວາງ

ໃນວັນທີ່ 25 ກໍລະກົດທີ່ຜ່ານມາ ບໍລິສັດ ລາວຟອດ ຊີຕີ ເປັນຕົວແທນຕາງໜ້າໃຫ້ແກ່ກຸ່ມບໍລິສັດ RMA Lao ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ມອບເຄື່ອງອຸປະກອນການຮຽນ ແລະ ເຄື່ອງບໍລິໂພກ ເພື່ອຊ່ວຍເຫຼືອໃຫ້ແກ່ໂຮງຮຽນສີຊຽງໃໝ່ ບ້ານນາຊູ ເມືອງແປກ ແຂວງຊຽງຂວາງ ເປັນອີກໝູ່ບ້ານໜຶ່ງທີ່ຍັງຄົ້ນພົບວັດຖຸລະເບີດທີ່ຍັງຕົກຄ້າງຈາກສະໄໝສົງຄາມ ເຊິ່ງໂຮງຮຽນດັ່ງກ່າວຕັ້ງຢູ່ໃນພຶ້ນທີ່ທີ່ຍັງພົບວັດຖຸລະເບີດຢູ່ ແລະ ທາງອົງການ UXO ກໍ່ໄດ້ມາເກັຍບໄປທຳລາຍແລ້ວ ເຊິ່ງກ່ອນໜ້ານີ້ບໍລິສັດ ລາວຟອດຊີຕີ ຕາງໜ້າ Motor Company ໄດ້ມອບທືນຊ່ວຍເຫຼືອໃຫ້ແກ່ ອົງການ UXO ທີ່ເຮັດວຽກກ່ຽວກັບການເກັບກູ້ລະເບີດທີ່ບໍ່ທັນແຕກໃນລາວ ປະຈຳແຂວງຊຽງຂວາງ ເພື່ອນຳໄປບູລະນະ ແລະ ປູກສ້າງຫ້ອງນ້ຳໃຫ້ແກ່ໂຮງຮຽນຫຼັງດັ່ງກ່າວທີ່ໄດ້ຮັບຜົນກະທົບຈາກວັດຖຸລະເບີດທີ່ບໍ່ທັນແຕກທີ່ຍັງຫຼົງເຫຼືອຈາກສະໄໝສົງຄາມ ເປັນຈຳນວນເງິນ $20,000 ທັງນີ້ທັງນັ້ນ, ເພື່ຶອເປັນການຊ່ວຍເຫຼືອຕື່ມ ລາວຟອດຊີຕີ ໄດ້ຮ່ວມເດີນທາງມາມອບອຸປະກອນການຮຽນເຊັ່ນ: ປຶ້ມຂຽນ, ປຶ້ມແບບຮຽນ, ບິກ, ສໍ, ບັນທັດ, ເສື້ອ ແລະ ເຄື່ອງບໍລິໂພກ ລວມມູນຄ່າຫຼາຍກວ່າ 100,000,000ກີບ ແລະ ບໍລິສັດ …

ຟອດອອນທົວ ທຸກສາຂາທົ່ວປະເທດລາວ ກັບການທົດລອງຂັບ Next-Gen Wildtrak

ລາວຟອດ ຊີຕີ ອອນທົວທຸກສາຂາທົ່ວປະເທດລາວ ກັບແຄມເປນ Born to be smart with ranger wildtrak ພ້ອມກັບການນຳສະເໜີການບຳລຸງຮັກສາດ້ວຍຕົວທ່ານເອງ (Owner Clinic) ລາວຟອດ ຊີຕີ ເປີດໂອກາດໃຫ້ກັບບັນດາລູກຄ້າໃຫ້ເຂົ້າເຖິງການຮຽນຮູ້ວິທີການບຳລຸງຮັກສາລົດຂອງທ່ານ ແລະ ເພີ່ມທັກສະການຂັບຂີ່ດ້ວຍຕົວທ່ານເອງ. ລາວຟອດຊີຕີອອນທົວທຸກສາຂາທົ່ວປະເທດລາວ ເລີ່ມແຕ່ຕົ້ນເດືອນ ມິຖຸນາ ທີ່ຜ່ານມາ ກັບແຄມເປນ Born To Be Smart with Ranger Wildtrak ເພື່ອຈັດກິດຈະກຳ ເພື່ອໃຫ້ຄວາມຮູ້ ແລະ ເພີ່ມທັກສະໃນການຂັບຂີ່ໃຫ້ແກ່ບັນດາລູກຄ້າທີ່ທັງພາກເໜືອ ແລະ ທາງພາກໃຕ້ ນັ້ນກໍ່ຄື: ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາກສັກ ເພື່ອເປັນການແນະນໍາການນໍາໃຊ້ລົດໃຫ້ມີຄວາມປອດໄພ ແລະ ໜັ້ນໃຈໃນການເດີນທາງ ແລະ ເພື່ອເພີ່ມທັກສະໃຫ້ກັບລູກຄ້າບັນດາທ່ານທີ່ນຳໃຊ້ລົດຟອດຢູ່ແລ້ວ ຫຼື ສຳລັບທ່ານໃດທີ່ຍັງກຳລັງຕັດສິນໃຈອອກລົດຟອດກັບພວກເຮົາ ໄດ້ທົດລອງຂັບ ແລະ ໄດ້ຮຽນຮູ້ຈັກການໃຊ້ງານທຸກລະບົບຂອງລົດຟອດໄປໃນຕົວ ແລະ ດ້ວຍຄວາມເປັນຜູ້ນຳທາງດ້ານສະມັດທະນະ ແລະ …

ທຸກຄວາມຝັນໃຫ້ຟອດພາໄປ ສຸກສັນວັນເດັກນ້ອຍສາກົນ

ມື້ນີ້ເຮົາຈະມາບອກ ບູທຟອດທີ່ສູນການຄ້າພາກຊັນ ເປີດກິດຈະກຳໃຫເດັກໆໄດ້ມີຮອຍຍີ້ມກັບກິດຈຳກຳລະບາຍສີ, ຂີ່ລົດໄຟ ແລະ ລົດໂຍກ ຕ້ອນຮັບວັນເດັກນ້ອຍສາກົນທີ່ຈະມາຮອດນີ້ ຢ່າລືມຖ່າຍຮູບເຊັກອິນກັບບູທຂອງພວກເຮົາທ່ານຈະໄດ້ຮັບບັດຄູປອງລຸ້ນໂຊກຮັບເຄື່ອງໃຊ້ໄຟຟ້າ ແລະ ຄຳ ທຸກໆມື້ ມູນຄ່າລວມ 110,000,000 ລ້ານກີບ ທີ່ເດີ່ນດ້ານໜ້າສູນການຄ້າພາກຊັນ ລາວຟອດຊີຕີ ຈັດໃຫ່ຍໃຫ້ໂຊກທຸກທ່ານທີ່ມາຮ່ວມຫຼິ້ນກິດຈະກຳ ແລະ ແວ່ຊົມບູທຟອດຂອງພວກເຮົາ ພຽງແຕ່ທ່ານລົງທະບຽນ ກໍ່ມີສິດລຸ້ນໂຊກໝຸນວົງລໍ້ຮັບຂອງແຖມຈາກບູທຟອດຂອງພວກເຮົາ ແລະ ທ່ານຍັງຈະໄດ້ຮັບບັດຄູປອງລຸ້ນໂຊກ ລຸ້ນຮັບເຄື່ອງໃຊ້ໄຟຟ້າ ແລະ ທອງຄຳ ແຈກທຸກໆຕອນແລງຂອງທຸກໆມື້ ສຳລັບກິດຈະກຳເດັກນ້ອຍທີ່ທາງລາວຟອດ ຊີຕີ ຈັດຕ້ນຮັບວັນເດັກກໍ່ຈະມີການແຕ້ມລະບາຍສີຕຸກກະຕາຟຣີ, ຂີ່ລົດໄຟ ແລະ ລົດໂຍກແບບຟຣີໆ ພ້ອມໃຫ້ເດັກໆໄດ້ສຳຜັດກັບລົດຟອດ ທີ່ພວກເຮົາໄດ້ຈັດໂຊພາຍໃນງານນີ້ ເພາະພວກເຮົາຄິດວ່າເດັກນ້ອຍຄືອານາຄົດທີ່ສົດໃສຂອງສັງຄົມ ແລະ ມີຄວາມຝັນທີ່ຍິ່ງໃຫ່ຍ ແລະ ພວກເຮົາພ້ອມທີ່ຈະພາທຸກໆຄວາມຝັນໄປຮອດຈຸດໝາຍໄດ້ຢ່າງແນ່ນອນ ໃຫ້ກົງກັບແຄມເປນທີ່ພວກເຮົາຕັ້ງໄວ້ວ່າ “ທຸກຄວາມຝັນ ໃຫ້ຟອດພາໄປ” “Let Ford Drive Your Dream” ພວກເຮົາຍັງບໍ່ໝົດພຽງເທົ່ານີ້ ເພາະພາຍໃນງານນີ້ພວກເຮົາຈັດໂປຣໂມຊັນແບບພິເສດໃຫ້ບັນດາທ່ານລູກຄ້າໄດ້ເລືອກ ແລະ ຈັບຈອງແບບໜັກໆໄປເລີຍ ສຳລັບອອກລົດຟອດ Next-Generation ທຸກລຸ່ນບໍ່ວ່າຈະເປັນ …

ງານພົບປະກຸ່ມນັກທຸລະກິດໃນປະເທດລາວ

ໃນວັນທີ 16 ພຶດສະພາ 2024, ກຸ່ມບໍລິສັດ RMA Lao ໄດ້ຈັດງານລ້ຽງພົບປະສັງສັນ VIP InterCham Networking Night ໃຫ້ແກ່ນັກທຸລະກິດ, ເຈົ້າຂອງທຸລະກິດ, ອົງການ NGO, ຜູ້ປະກອບການ ແລະ ສະຖານທູດ ເພື່ອປຶກສາຫາລືກ່ຽວກັບການປັບຕົວ ເພື່ອແລກປ່ຽນຄວາມຄິດຄວາມເຫັນ ແລະ ຮັບມືກັບວິກິດການເສດຖະກິດ. ພ້ອມ​ກັບ​ການ​ແລກປ່ຽນ​ປະສົບ​ການ​, ​ໃນ​ໂອກາດ​ພິ​ເສດ​ນີ້, ພວກ​ເຮົາ​ຍັງ​ໄດ້​ມີ​ໂອກາດ​ເປີດ​ເຜີຍແຜ່​ໂຄງການທີ່​ພົ້ນ​ເດັ່ນ​ຂອງພວກເຮົາໃນ​ປີ​ນີ້ອີກດ້ວຍ. ເຊິງບໍລິສັດ RMA Lao Group ເປັນບໍລິສັດທີ່ໃຫ້ບໍລິການຫຼາຍກວ່າການນໍາເຂົ້າລົດ Ford, Land Rover, ແລະ Mahindra ລວມທັງເຄື່ອງຈັກໜັກ ແລະ ການນໍາເຂົ້າອື່ນໆ. ພວກເຮົາຍັງໃຫ້ບໍລິການທາງດ້ານການເງິນ, ບໍລິການໃຫ້ເຊົ່າລົດ, ບໍລິການອາຫານ, ແລະບໍລິການກໍ່ສ້າງ ແລະ ສ້ອມແປງ. ເຊິງງານນີ້ໄດ້ເປີດໂອກາດໃຫ້ລູກຄ້າທີ່ເຂົ້າຮ່ວມທັງໝົດສາມາດເວົ້າ ແລະ ໂອ້ລົມເພື່ອຍົກລະດັບການດຳເນີນທຸລະກິດ ເພື່ອອໍານວຍຄວາມສະດວກໃນການແລກປ່ຽນຄວາມຄິດລະຫວ່າງເຈົ້າຂອງທຸລະກິດຊາວລາວທັງໝົດ, RMA Lao ໄດ້ຮັກສາຄວາມສຳພັນກັບ AustCham Lao ມາເປັນເວລາດົນນານ. …

ຂັບກໍ່ Fun ທ່ຽວກໍ່ Fin ກັບຟອດ ເທຣິທໍຣີ ທີ່ນ້ຳປຽນ ຢໍລະປາ

ວຽງຈັນ, ລາວ ໃນວັນທີ່ 11 ພຶດສະພາທີ່ຜ່ານມາ ລາວຟອດຊີຕີ ພ້ອມດ້ວຍລູກຄ້າທີ່ນຳໃຊ້ລົດຟອດ ເທີຣິທໍຣີ ອອກເດີນທາງຕາລາວານຮ່ວມເຮັດບູນ ຖວາຍສັງຂະທານ ແລະ ວັດສະດຸ ເຊັ່ນ: ຫີນ, ຊາຍ ແລະ ຊີມັງ ເພື່ອປະກອບສ່ວນເຂົ້າໃນການເທພ້ຶນເບຕົງເດີນວັດບ້ານ ທ່າຊ້າງ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ. ເຊິ່ງວັດບ້ານທ່າຊ້າງນີ້ ທີ່ມີພະພຸດທະຮູບອົງທີ່ໃຫຍ່ທີ່ສຸດໃນປະເທດລາວ ແລະ ກຳລັງເປັນສະຖານໂດງດັງຈາກຕົ້ນລານບານດອກ ເຊິ່ງເປັນຕຳນານລູກຄ້າແມ່ ໃຊ້ເວລາ 50 ຫາ 100 ປີໃນການອອກດອກ ຫຼັງຈາກເຂົ້າວັດເຮັດບູນແລ້ວ ທາງລາວຟອດຊີຕີ ຍັງໄດ້ຈັດກິດຈະກຳ ແລະ ແຈກຂອງລາງວັນອີກຫຼາກຫຼາຍ ງານນີ້ບອກໄດ້ເລີຍວ່າທັງມ່ວນ ທັງໄດ້ບູນ ແຖມໄດ້ລາງວັນກັບບ້ານອີກດ້ວຍ. ຂໍຂອບໃຈຄອບຄົວຄົນຮັກລົດ Ford Territory ຈໍານວນ 37 ຄັນ, ທີ່ພ້ອມຈະເດີນທາງ ແລະ ຮຽນຮູ້ຄຸນລັກສະນະພິເສດຂອງລົດ SUV ວ່າມີຈຸດເດັ່ນ ແລະ ໃຊ້ງານແບບໃນການເດີນທາງໄກ. ຄາລາວານລົດຟອດ “ຂັບກໍ່ …