News

ໂຄງການໜຶ່ງຄົນໃຫ້ ຫຼາຍຄົນຮັບ

ລາວຟອດຊີຕີ ໄດ້ຈັດໂຄງການ ໜຶ່ງຄົນໃຫ້ ຫຼາຍຄົນຮັບ ພາຍໃນວັນທີ່ 27 ກຸມພາ 2023 ທີ່ຜ່ານມາ ທີ່ສູນລາວຟອດຊີຕີ, ບ້ານຂຸນຕາທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ໂຄງການດັ່ງກ່າວແມ່ນໄດ້ເຊີນຊວນໃຫ້ ພະນັກງານ ບໍລິສັດລາວຟອດຊີຕີ ແລະ ບໍລິສັດພາຍໃນກຸ່ມ RMA ລາວ ລວມໄປເຖິງປະຊາຊົນຜູ້ທີ່ຕ້ອງການບໍລິຈາກເລືອດໃຫ້ຜູ້ທີ່ຂາດແຄນ ແລະ ຕ້ອງການນຳໃຊ້ເລືອດ, ເຊິ່ງພາຍໃນງານເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມກະຕືລືລົ້ນຕໍ່ການບໍລິຈາກເລືອດ ໂດຍມີຜູ້ບໍລິຈາກທັງໝົດແມ່ນ 30 ຄົນ, ນອກຈາກທຸກຄົນຈະໄດ້ຮັບບຸນກຸສົນໃນການບໍລິຈາກໃນຄັ້ງນີ້ແລ້ວທຸກຄົນຍັງໄດ້ຮັບເຄື່ອງແຈກງາມໆຈາກທາງຟອດອີກດ້ວຍ ແລະ ໃນທ້າຍນີ້ທາງ ລາວຟອດຊີຕີ້ຍັງຄົງຈະສືບຕໍ່ເຮັດໜ້າທີ່ຊ່ວຍເຫຼືອສັງຄົມຕໍ່ໄປ.

ຄາຣາວານເພື່ອການກຸສົນຮ່ວມໃຈຕ້ານໄພໜາວ

ຄາຣາວານທ່ອງທ່ຽວ ເພື່ອການກຸສົນຮ່ວມໃຈຕ້ານໄພໜາວລາວຟອດຊີຕີ ສາຂາສະຫວັນນະເຂດ ແລະ ສາຂາປາກເຊ ຍິນດີທີ່ໃດ້ເຂົ້າຮ່ວມຊ່ວຍເຫຼືອສັງຄົມໃນງານ ຄາຣາວານທ່ອງທ່ຽວ ເພື່ອການກຸສົນຮ່ວມໃນຕ້ານໄພໜາວທີ່ ຈຸດສຸມ ລາດຫໍ້-ຜາບັງ ເມືອງເຊໂປນ ແຂວງ ສະຫວັນນະເຂດ ໂດຍມີລົດຟອດທັງໝົດເຂົ້າຮ່ວມ 16 ຄັນ ແລະ ຮ່ວມບໍລິຈາກເງິນຊ່ວຍເຫຼືອອຸປະກອນການຮຽນ ແລະ ອຸປະກອນກິລາໂດຍຄາຣາວານທ່ອງທ່ຽວເພື່ອການກຸສົນຕ້ານໄພໜາວໃນຄັ້ງນີ້, ເປັນອີກໂຄງການໜຶ່ງທີ່ຊ່ວຍ ຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານທຳມະຊາດ, ວັດທະນະທຳ ແລະ ການດຳລົງຊີວິດຂອງປະຊາຊົນ, ເຄື່ອງທີ່ນຳໄປມອບໃນຄັ້ງນີ້ ແມ່ນໄດ້ມາຈາກການປະກອບສ່ວນຂອງ ສັງຄົມທັ້ງສອງປະເທດ ເປັນຕົ້ນແມ່ນ: ເຄືອງນຸ່ງຫົ່ມ, ເຂົ້າສານອາຫານແຫ້ງ, ອຸປະກອນການຮຽນ-ການສຶກສາ, ເຄື່ອງອຸປະກອນກິລາ ແລະ ເຄື່ອງໃຊ້ທີ່ຈຳເປັນພາຍໃນຄົວເຮືອນ ພ້ອມເງິນສົດຈຳນວນໜຶ່ງ, ລວມມູນຄ່າທັງໝົດແມ່ນ 200ລ້ານກີບ. ໃນນີ້ລວມມີ 5 ບ້ານດ້ວຍກັນຄື: ບ້ານ ຜາບັງ, ທ່າຜິງ, ລະເວີນ, ໃໝ່ທ່າແດງ ແລະ ບ່ານສະປອງ, ມີ 2 ໂຮງຮຽນຄື: ມສ ຜາບັງ, ໂຮງຮຽນບ້ານໃໝ່ …

ຄາລາວານຟອດເທຣິທໍຣີງ່າຍທຸກການຂັບຂີ່

ທຸກຮອຍຍີ້ມ ຄືຄວາມປະທັບໃຈຂອງພວກເຮົາ ກັບການແບ່ງປັນຄວາມສຸກໃຫ້ນ້ອງໆນັກຮຽນ ທີ່ໂຮງຮຽນປະຖົມສົມບູນ ບ້ານນາຂອບ ເມືອງ ເຟືອງ ແຂວງວຽງຈັນ. ໃນວັນທີ່ 18-19 ກຸມພາ, ບໍລິສັດ ລາວຟອດຊີຕີ ພ້ອມດ້ວຍຂະນະລູກຄ້າຜູ້ທີ່ຊົມໃຊ້ລົດຟອດ ເທີຣິທໍຣີ ໄດ້ຮ່ວມຕົວກັນຈັດງານຄາລາວານ ພາຍໃຕ້ສະໂລແກນທີ່ວ່າ “Ford Territory Make It Easy Drive” ເພື່ອການກຸສົນຊ່ວຍເຫຼືອນ້ອງນັກຮຽນທີ່ຂາດເຂີນອຸປະກອນການຮຽນ ແລະ ຮ່ວມກັນບູລະນະໂຮງຮຽນໃຫ້ໃໝ່ ເຊິ່ງໃນການເດີນທາງຄັ້ງນີ້ມີລົດເຂົ້າຮ່ວມທັງໝົດ 25 ຄັນ ລວມມູນຄ່າການບໍລິຈາກທັງໝົດ 120,000,000 ກີບ. ທັງນີ້ທັ້ງນັ້ນ, ການໄປຄາລາວານໃນຄັ້ງນີ້ພວກເຮົາຍັງໄດ້ສາທິດ ແລະ ແນະນຳການນຳໃຊ້ອ໋ອບຊັນລົດໃຫ້ຖືກວິທີ ເຊັ່ນ: ລະບົບ Auto Hold, ລະບົບຄວບຄຸມຄວາມໄວ, ລະບົບແລ່ນໃນເລນ, ໂໝດຂັບຂີ່ແບບສະປອດ ແລະ ແບບປະຢັດ ເຊິ່ງລະບົບເຫຼົ່ານີ້ຈະຊ່ວຍໃຫ້ຂັບຂີ່ສະດວກສະບາຍຂຶ້ນ ແລະ ປະຢັດນ້ຳມັນໃນການເດີນທາງ ສຸດທ້າຍນີ້ພວກເຮົາຕ້ອງຂໍຂອບໃຈມາຍັງລູກຄ້າທຸກທ່ານ ທີ່ຊ່ວຍເຮັດໃຫ້ມື້ນີ້ຂອງພວກເຮົາໃຫ້ສຳເລັດ ແລະ ມີນ້ຳໃຈທີ່ຢາກຈະຊ່ວຍເຫຼືອຮ່ວມກັນ.  ສຳລັບລູກຄ້າທ່ານໃດທີ່ຢາກຈະຮ່ວມກິດຈະກຳເດີນທາງແບບນີ້ກັບພວກເຮົາ ຕິດຕາມເພສພວກເຮົາໄວ້ເລີຍ.

ລາວຟອດຊີຕີສະໜັບສະໜູນສະມາຄົມລາວ – ຈີນ

ນະຄອນຫຼວງວຽງຈັນ, ລາວ. ວັນທີ 25 ມັງກອນ 2023, ບໍລິສັດລາວຟອດຊິຕີ ໄດ້ຮຽນເຊີນ ທາງຄະນະເຊີດສິງໂຕ ຂອງສະມາຄົມຈີນມາເຊີດສິງໂຕເພື່ອສະເຫຼີມສະຫຼອງປີໃໝ່ຈີນ(ກຸດຈີນ) ເພື່ອອວຍພອນໄຊໃຫ້ເປັນສິຣິມຸງຄຸນໃນປີໃໝ່ຈີນໃນຄັ້ງນີ້ ແລະ ໃນຕອນບ່າຍຂອງມື້ດຽວກັນ ທາງລາວຟອດຊິຕີໃດ້ຈັດກຽມອາຫານ ແລະ ເຄື່ອງດື່ມເພື່ອຕ້ອນ ແລະ ຮັບປະທານອາຫານທ່ຽງກັບສະມາຄົມຈີນເພື່ອພົບປະ,ໂອ້ລົມ ໃນການເຊີນຂະນະເຊີດສິງໂຕໃນຄັ້ງນີ້ພວກເຮົາຍັງມີການສະໜັບສະໜູນເຄື່ອງນຸ່ງ ແລະ ລົດເພື່ອນຳໃຊ້ໃນການແຫ່ຂະບວນ 3 ລຸ້ນດ້ວຍກັນຄື: Transits 4X4 Conversion, Next-Gen Ranger XLT ແລະ Next-Gen Everest Trend ລວມມູນຄ່າທັງໝົດເປັນຈຳນວນເງິນ 25,000,000 ກີບ. ທ້າຍນີ້ ທາງບໍລິສັດ ລາວຟອດຊິຕີ້ ຂໍອວຍພອນໄຊໃຫ້ທຸກທ່ານ ສຸຂະພາບແຂງແຮງ, ປາຖະໜາສິ່ງໃດ ຂໍໃຫ້ໃດ້ສົມປາຖະໜາ ແລະມີຄວາມສຸກຕະຫຼອດປີ.

ລາວຟອດຊີຕີສະໜັບສະໜູນງານເທດສະການອາຫານລາວ 2023

ໃນວັນທີ່ 24 ມັງກອນ 2023 ທີ່ຜ່ານມາ ສະຫະພັນແມ່ຍິງລາວ ຮ່ວມກັບ ສະມາຄົມແມ່ຍິງທຸລະກິດໃດ້ມີພິທີ່ເປີດງານ ເທດສະການອາຫານລາວ ທີ່”ແຄມຂອງ ເຈົ້າອານຸວົງ “  ເຊິ່ງພາຍໃນງານໃດ້ມີ ຜູ້ປະກອບການຫ້າງຮ້ານແລະຫົວໜ່ວຍທຸລະກິດຕ່າງໆໃດ້ເຂົ້າຮ່ວມ ເພື່ອສົ່ງເສີມ ການທ່ອງທ່ຽວ ລວມທັງການອະນຸລັກ ແລະ ສົ່ງເສີມວັດທະນະທຳ ຮີດຄອງປະເພນີຂອງອາຫານລາວ ທີ່ໄດ້ຕິດພັນກັບການທ່ອງທ່ຽວ ພາຍໄຕ້ຄຳຂວັນທີ່ວ່າ “ສົ່ງເສີມອາຫານລາວ ໃຫ້ໄດ້ການຍອມຮັບຈາກສາກົນ”. ງານໃນປີນີ້ ແມ່ນໃດ້ຈັດຂຶ້ນ 5 ມື້ຄື: ວັນທີ່ 24-28 ມັງກອນ 2023, ເລີ້ມແຕ່ເວລາ 9:00 ໂມງເຊົ້າ ຫາ 10:00 ຂອງທຸກໆມື້, ພາຍໃນງານ ມີທັງໝົດ 180 ບູດ, ເຊິ່ງລວມມີຮ້ານອາຫານລາວ,ອາຫານພື້ນເມືອງ,ອາຫານສາກົນ ແລະຜະລິດຕະພັນກະເສດ ຈຳນວນ 163 ບູດ ແລະ ຫັດຖະກຳ 18 ບູດ ,ໃນງານດັ່ງກ່າວ ຄາດວ່າຈະໄດ້ຮັບລາຍໄດ້ປະມານ 3-4 ຕື້ກີບ, …

ງານລ້ຽງພົບປະລູກຄ້າໃຫ້ຄວາມຮູ້ກ່ຽວກັບການນຳໃຊ້ລົດ

ການນຳສະເໜີກ່ຽວກັບການໃຫ້ຄວາມຮູ້ໃນການນຳໃຊ້ລົດຢ່າງຖືກວິທີ,ນຳສະເໜີກ່ຽວກັບ ລະບົບຮັກສາຄວາມປອດໄພໃນການຂັບຂີ່ລົດ,ຄວາມສຳຄັນໃນການນຳໃຊ້ເຂັມຂັດນິລະໄພ,ນຳສະເໜີກ່ຽວກັບການບຳລຸງຮັກສາລົດດ້ວຍຕົວຂອງທ່ານເອງ ແລະ ນຳສະເໜີກ່ຽວ ກັບກຸ່ມບໍລິສັດອາເອັມເອ ເພື່ອໃຫ້ລູກຄ້າໄດ້ຮູ້ວ່າທຸລະກິດຂອງພວກແມ່ນຫຍັງ ນອກຈາກນີ້ເຮົາຍັງນຳສະເໜີກ່ຽວກັບການບໍລິການຂອງພວກເຮົາໃຫ້ລູກຄ້າໄດ້ຮັບຮູ້ ວ່າເຮົາມີທີມງານດ້ານບໍລິການທີ່ມີຄຸນນະພາບ ທີ່ຜ່ານການຝືກອົບຮົມມາເປັນຢ່າງດີເພື່ອບໍລິການລູກຄ້າທຸກທ່ານ ເພາະສະນັ້ນ ລູກຄ້າຂອງພວກເຮົາຈື່ງສາມາດໄວ້ວາງໃຈຫາກທຸກທ່ານສົ່ງລົດມາຮອດມືເຮົາ ພວກເຮົາໄດ້ຈັດງານນີ້ຂື້ນໃນວັນສຸກທີ່ຜ່ານມາ ທີ່ສູນ ບໍລິການຫຼັງການຂາຍ ລາວຟອດ ຊີຕີ ເຮົາມີອາຫານ ແລະ ເຄື່ອງດື່ມໄວ້ບໍລິການລູກຄ້າຕະຫຼອດງານ ແລະ ຍັງມີກິດຈະກຳອື່ນໆອີກຫຼາກຫຼາຍເຊັ່ນ: ເກມ ຖາມຕອບ ສຳລັບລູກຄ້າທ່ານໃດທີ່ຕ້ອງການຮູ້ຂໍ້ມູນເພີ່ມເຕີມ ຫຼື ມີຄຳຖາມ ສາມາດສອບຖາມ ເພື່ອຮັບຂອງລາງວັນຈາກພວກເຮົາ ຍັງບໍ່ໝົດພຽງເທົ່ານີ້ ເຮົາຍັງມີກິດຈະກຳສຳລັບເດັກນ້ອຍ ທີ່ເຂົ້າມາຮ່ວມພາຍໃນງານໃຫ້ໄດ້ຮ່ວມມ່ວນຊື່ນນຳກັນ ເປັນການແຕ້ມຮູບລະບາຍສີ ເພື່ອຮັບຂອງຂວັນເປັນກະເປົ໋າເປ້ ບໍ່ພຽງເທົ່ານັ້ນເຮົາຍັງມີການຈັບສະຫຼາກຮັບລາງວັນໃຫຍ່ສຳລັບລູກຄ້າທີ່ເຂົ້າມາຮ່ວມງານ ແລະ ໄດ້ຂຽນຄູປອງ.

ຟອດສະໜັບສະໜູນທີມປັ່ນລົດຖີບເຮັດໄດ້

ວຽງຈັນ, ລາວ, ລາວຟອດຊີຕີ ໄດ້ໃຫ້ການສະໜັບສະໜູນທີມ “ເຮັດໄດ້” ໂຄອງການປັ່ນລົດຖີບເພື່ອລະດົມເງິນທຶນທີ່ຈະເອົາໄປຊ່ວຍ ໂຮງໝໍເດັກ ເພື່ອນລາວ ໃນຫຼວງພະບາງ. ໂຮງໝໍເດັກ ເພື່ອນລາວ ແມ່ນໂຮງໝໍທີ່ບໍ່ສະແຫວງຜົນກຳໄລໃດໆ ເປັນໂຮງໝໍເດັກທີ່ບໍ່ເສຍຄ່າແຫ່ງດຽວໃນພາກພື້ນ ທີີ່ຂຶ້ນກັບຜູ້ໃຫ້ທຶນເອກະຊົນທີ່ຈະໃຫ້ບໍລິການໂດຍບໍ່ເສຍຄ່າຢ່າງເຊັ່ນພວກເຮົາແມ່ນຜູ້ທີ່ບໍລິຈາກເງິນທຶນໃຫ້ແກ່ໂຮງໝໍດ້ວຍຕົວເຮົາເອງ. ໂຄງການນີ້ຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອທຸກຄົນຊ່ວຍກັນລະດົມທຶນ. ແລະແນ່ນອນ, ບໍລິສັດ ລາວຟອດຊີຕີ ກໍໄດ້ເປັນສ່ວນໜຶ່ງຂອງໂຄງການນີ້ ໂດຍການໃຫ້ການສະໜັບສະໜູນລົດສອງຄັນພ້ອມຄົນຂັບໄປນຳເພື່ອຮອງຮັບທຸກການບາດເຈັບໃນເວລາເດີນທາງຕະຫຼອດເຖິງຈຸດໝາຍປາຍທາງ. ການເດີນທາງໃນຄັ້ງນີ້ແມ່ນໃຫ້ການເຂົ້າຮ່ວມຈາກນັກ​ປັ່ນທັງໝົດ 25 ເຊິ່ງ​ຈະ​ເລີ່ມ​ປັ່ນລົດຖີບ​ໃນ​ໄລຍະ​ເກືອບ 400 ກິໂລແມັດ ຜ່ານ​ແຂວງ​ໄຊ​ສົມບູນ ແລະ ແຂວງ​ບໍລິ​ຄຳ​ໄຊ ລະຫວ່າງ​ວັນ​ທີ 1-4 ທັນວາ 2022.

ລົງທະບຽນເພື່ອຮັບສ່ວນຫຼຸດ