ເມືອງ ຄູນຄຳ, ແຂວງ ຄຳມ່ວນ, ລາວ. ບໍລີສັດ ລາວຟອດຊີຕີ ເຊິ່ງເປັນບໍລິສັດທີ່ຈັດຈຳໜ່າຍລົດຍົນຍີ່ຫໍ່ຟອດ ແລະ ການບໍລິການທາງດ້ານຍານຍົນ ແຕ່ເພື່ອຄວບຄູ່ກັນໄປກັນຄວາມຍືດຍຸ່ນຂອງສັງຄົມ ພວກເຮົາຍັງເຫັນເຖິງຄວາມສຳຄັນຂອງທຸກໆການເຄື່ອນໄຂທີ່ເກີດຂຶ້ນໃນສັງຄົມລາວໃນປະຈຸບັນ ແລະ ເຮົາກໍ່ເຫັນໄດ້ເລີຍວ່າໃນຊ່ວງຕົ້ນເດືອນສິງຫາທີ່ຜ່ານມານີ້ ເນື່ອງຈາກໃນຫຼາຍຂົງເຂດທົ່ວທຸກພາກໃນປະເທດລາວເຮົາ ມີຝົນຕົກໜັກຕິດຕໍ່ກັນຫຼາຍມື້ຈຶ່ງເຮັດໃຫ້ໃນຫຼາຍເຂດປະສົບກັບອຸຖົກກະໄພທາງທຳມະຊາດທີ່ເຮົາບໍ່ສາມາດຫຼີກຫຼ່ຽງໄດ້ ເຊິ່ງໃນນັ້ນໜັກສຸດກໍ່ຄືທາງພາກກາງໂດຍສະເພາະເມືອງຄູນຄຳ ແຂວງຄຳມ່ວນ ທີ່ໄດ້ຮັບຜົນກະທົບໜັກກວ່າທຸກເຂດ. ແຕ່ເຖິງຢ່າງໃດກໍ່ຕາມ ພວກເຮົາຄົນລາວບໍ່ຖິ້ມກັນ ສະນັ້ນ ບໍລິສັດ ລາວຟອດຊີຕີ ຂອງພວກເຮົາກໍ່ໄດ້ເຫັນເຖິງຄວາມຫຍຸ່ງຍາກຂອງສັງຄົມທີ່ເກີດຂຶ້ນໃນຄັ້ງນີ້ ພວກເຮົາຈຶ່ງໄດ້ປຶກສາຫາລືເພື່ອສົ່ງຕໍ່ຄວາມຫ່ວງໃຍເຖິງຊາວຜູ້ປະສົບໄພທີ່ໄດ້ຮັບຜົນກະທົບຈາກເຫດການອຸຖົກກະໄພນ້ຳຖ້ວມຄັ້ງຮຸນແຮງໃນຮອບ 10 ປີ ທີ່ເມືອງຄູນຄຳ, ແຂວງຄໍາມ່ວນ ໃນຊ່ວງທີ່ຜ່ານມາ. ເຊິ່ງໃນວັນທີ 9-10 ສິງຫາທີ່ຜ່ານມານີ້ ທາງບໍລິສັດ ລາວຟອດຊີຕີ ກໍ່ໄດ້ອອກເດີນທາງໄປບໍລິຈາກດ້ວຍຂະບວນລົດຟອດ 6 ຄັນ ໃນນັ້ນເປັນການນຳທັຍຂອງລົດຟອດ Bronco, Next-Gen Ranger Raptor V6, Next-Gen Ranger Wildtrak, Next-Gen Everest Trend ແລະ Next-Gen Ranger XLT …
ກຸງເທບມະຫານະຄອນ ປະເທດໄທ 9 ສິງຫາ 2023 – ຟອດປະເທດໄທ ປະກາດຮ່ວມມືກັບ ຟິວລິກ ອິນໂນເວຊັນ ມໍເຕີ ທີມແຂ່ງສຸດຍິ່ງໃຫຍ່ໃນວົງການມໍເຕີສະປອດໄທ ສົ່ງ ຟອດ ເຣນເຈີ ແຣັບເຕີ ເຈເນີເຣຊັນໃໝ່ ໃນການລົງສະໜາມເອເຊຍ ຄຣອດ ຄັນທີ ເເຣລີ 2023 (Asia Cross Country Rally – AXCR) 2023 ຫຼັງຈາກທີ່ຟອດໄດ້ຮັບໄຊຊະນະຈາກການແຂ່ງຂັນ 2022 SCORE-International Baja 1000 ແລະ ຊິງຕຳແໜ່ງແຊ້ມຄາດໂຊລູມ 2023 Finke Desert Race ໃນບໍ່ເທົ່າໃດເດືອນທີ່ຜ່ານມາ ໂດຍ ຟອດ ເຣນເຈີ ແຣັບເຕີ ເຈເນີເຣຊັນໃໝ່ ທີ່ໄດ້ຮັບສາຍາຈາກແຟນໆ ຊາວໄທວ່າເປັນລຸ່ນທີ່ ດຸດັນບໍ່ເກັງໃຈໃຜ ຈະພ້ອມລຸຍໃນສະໜາມການແຂ່ງຂັນທີ່ທ້າທາຍກ່ວາ 2,000 ກິໂລແມັດ ຈາກເມືອງພັດທະຍາ ປະເທດໄທ ໄປຈົນເຖິງປາກເຊ …
Next-Gen Ford Ranger ໄດ້ຮັບລາງວັນລົດກະບະດີເດັ່ນສຳລັບທ່ານຍິງແຫ່ງປີ 2023 ເຊິ່ງ ເປັນລົດກະບະທີ່ມີຄວາມຫຼາກຫຼາຍ ແລະ ມີຄວາມສາມາດທີ່ສຸດເທົ່າທີ່ເຄີຍມີມາ ແລະ ເຊິ່ງໄດ້ຮັບການຕັດສິນຈາກເວທີການແຂ່ງຂັນ Women’s World Car Of The Year ແຫ່ງປີ 2023. ການແຂ່ງຂັນລົດຍົນແຫ່ງປີຂອງແມ່ຍິງແມ່ນໄດ້ຮັບການໂຫວດໃຫ້ໂດຍຄະນະກຳມະການທີ່ປະກອບດ້ວຍນັກຂ່າວຍິງ 63 ທ່ານຈາກ 45 ປະເທດໃນ 5 ທະວີບທົ່ວໂລກ, ເຊິ່ງຂະນະກຳມະການທຸກທ່ານເຫຼົ່ານີ້ລ້ວນແລ້ວມາຈາກກົມອຸດສາຫະກຳລົດຍົນຍິງລ້ວນ
ໃນທີ່ສຸດກໍ່ໄດ້ແລ້ວ ນາງແບບຂອງເວທີ FACE of Laos ທີ່ໄດ້ຜ່ານການຕັດສິນເປັນທີ່ຮຽບຮ້ອຍແລ້ວໃນວັນທີ່ 25 ມິຖຸນາ ທີ່ຫາກໍ່ຜ່ານມານີ້. FACE of Laos ເປັນອີກໜຶ່ງເວທີການປະກວດທີ່ລາວຟອດຊີຕີຂອງພວກເຮົາໄດ້ເປັນສ່ວນໜຶ່ງຂອງການຈັດງານປະກວດໃນຄັ້ງນີ້. ເຊິ່ງລາວຟອດຊີຕີຂອງພວກເຮົາໄດ້ເອົາໃຈໃສ່ທຸກກຸ່ມຄົນບໍ່ວ່າຈະເປັນນ້ອງນັກຮຽນ, ນັກສຶກສາ, ອົງການ, ໄວກາງຄົນ ຫຼື ກຸ່ມຄົນລຸ່ນໃໝ່ ພວກເຮົາກໍ່ຍິນດີໃຫ້ການສະໜັບສະໜູນ. FACE of Laos ຊຶ່ງເປັນເວທີປະກວດເພື່ອຂັດເລືອກເອົາຜູ້ທີ່ເໝາະສົມທີ່ສຸດເພື່ອໄປເປັນຕົວແທນຂອງປະເທດລາວເຂົ້າປະກວດເວທີລະດັບສາກົນໃນການປະກວດ Face of Asia ທີ່ປະເທດ ສ.ເກົາຫຼີ ແລະໃນສຸດທ້າຍ ທ້າຍທີ່ສຸດພວກເຮົາກໍ່ໄດ້ຜູ້ຊະນະການປະກວດຈຳນວນທັງໝົດ 2 ທ່ານ ທີ່ຈະໄດ້ເປັນຕົວແທນເດີນທາງໄປປະກວດທີ່ ສ.ເກົາຫຼີ. ລາວຟອດຊີຕີໃນນາມຂອງຜູ້ສະໜັບສະໜູນຫຼັກຂອງເວທີປະກວດນີ້ ກໍ່ໄດ້ໃຫ້ນ້ອງໆຜູ້ເຂົ້າຮ່ວມການປະກວດນີ້ໄດ້ຈັດແຄມເປນກ່ຽວກັບລົດຟອດ ຈຳນວວນ 4 ລຸ່ນດ້ວຍກັນເຊັ່ນ: Ford Ecosport, Next-Gen Ranger XLT, Explorer ແລະ Next-Gen Territory ເຊິ່ງແຄມເປນດັ່ງກ່າວພວກເຮົາກໍ່ໄດ້ໃຫ້ນ້ອງໆນຳສະເໜີລົດຟອດໃຫ້ຕົງກັບບຸກຂະລິກຂອງແຕ່ລະກຸ່ມຄົນ.
ຊາປາ,ຫວຽດນາມ ວັນທີ່ 2 ມິຖູນາ 2023, ຕະຫຼາດຈຳໜ່າຍຟອດເອເຊຍ ປາຊີຟິກ (APDM),ຍິນດີຕ້ອນຮັບສື່ມວນຊົນທີ່ເມືອງ Sapa,ປະເທດ ຫວຽດນາມ , ເຊິ່ງເປັນສະຖານທີ່ໄດ້ຖືກເລືອກໂດຍສະເພາະສໍາລັບ ສະແດງໃຫ້ເຫັນຄວາມສາມາດແລະຫຼາກຫຼາຍເພື່ອຄວາມພ້ອມທີ່ຈະພະຈົນໄພ ໃນ next-generation Ranger Stormtrak, Everest Wildtrak, and Ranger Raptor ແລະ ແນ່ນອນ, ທາງລາວຟອດຊີຕີ້ເປັນໜຶ່ງໃນ APDMທີ່ໄດ້ເຂົ້າຮ່ວມງານໃນຄັ້ງນີ້, ງານໃນດັ່ງກ່າວໄດ້ເລີ້ມຂັບຂີ່ທົດລອງຢູ່ຖະໜົນທີ່ຈະມຸ້ງໜ້າໄປສູ່ເມືອງຊາປາ, ເຊິງຈະເຮັດໃຫ້ຜູ້ເຂົ້າຮ່ວມໄດ້ສຳຜັດກັບປະສົບການ ແລະ ຄວາມສະດວກສະບາຍ, ຫຼັງຈາກນີ້, ຂະບວນລົດຟອດ ແລນເຈີ້ ແລະ ເອເວີເຣດ ຈະໄດ້ມຸ່ງໜ້າໄປທີ່ທະເລສາບ Seo My Ty ຢ່າງໝັ້ນໃຈ, ເຊິ່ງຢູ່ສູງເຖິງ 1,600 ແມັດ ຈາກລະດັບໜ້ານ້ຳທະເລ ແລະ ຍັງອອ້ມຮອບໄປດ້ວຍທິວທັດທຳມະຊາດພູຜາປ່າດົງອັນອຸດົມສົມບູນ ແລະ ທົ່ງນາທີ່ຂຽວງາມ. ຫຼັງຈາກນັ້ນ, ໄດ້ເຊີນສື່ມວນຊົນໄປຢ້ຽມເບິີ່ງສາມສະຖານທີ່, ທີ່ຈະເປັນບ່ອນທົດສອບ ຟີເຈີ້ຂອງລົດໃໝ່. ສະຖານີທີ່ 1: ເນັກເຈັນ …
ສະຫວັນນະເຂດ ລາວ, 27 ພຶດສະພາ ລາວຟອດຊີຕີສາຂາສະຫວັນນະເຂດ ພູມໃຈນຳສະເໜີລົົົດຟອດ ເທຣິທໍຣີ ເຈເນີເຣຊັນໃໝ່ ໃຫ້ກັບລູກຄ້າທາງສາຂາສະຫວັນນະເຂດໄດ້ສຳຜັດກັບສຸດຍອດລົດ SUV 5 ບ່ອນນັ່ງທີ່ມາພ້ອມກັບຄວາມຫຼູຫຼາ, ທັນສະໄໝ ກັບການອອກແບບທີ່ລົງຕົວ ພ້ອມເພີ່ມຂະຫຍາຍຖານລໍ້ ແລະ ຄວາມສູງໃຫ້ທ່ານເດີນທາງໄດ້ໄກຍິ່ງຂຶ້ນ ມາພ້ອມກັບເຄື່ອງຈັກ 1,5ລິດ ໃຫ້ແຮງມ້າສູງເຖິງ 163ແຮງມ້າ ແລະ ແຮງບິດທີ່ 250 ນີວຕັນແມັດ ຈັບຄູ່ກັບເກຍ 7 ສະປີດ ທີ່ໃຫ້ອາລົມການຂັບຂີ່ທີ່ນຸ່ມນວນ ແລະ ໄຮ້ຮອຍຕໍ່ ແລະ ຍັງມາດ້ວຍອ໋ອບຊັນ ແລະ ຄວາມປອດໄພທ່ີ່ຄົບຄັນເຊັ່ນ: ລະບົບການເຕືອນການຕຳ ພ້ອມເບຣກສຸກເສີນທາງດ້ານໜ້າ (Pre-collision with auto braking), ລະບົບຄວບຄຸມຄວາມໄວແບບແປຜັນ (Adaptive Cruise Control with Stop&Go) ຊ່ວຍໃຫ້ທ່ານເດີນທາງໄກໄດ້ງ່າຍຂຶ້ນ ແລະ ບໍ່ເມື່ຶອຍ, ລະບົບຖອຍຈອດແບບອັດຕະໂນມັດ (Active Parking Assist) ເຂົ້າໄດ້ທັງແບບຄູ່ຂະໜານ …
ນະຄອນຫຼວງວຽງຈັນ, ລາວ ວັນທີ່ 19-21 ພຶດສະພາ ທີ່ຜ່ານມາ ລາວຟອດ ຊີຕີ ໄດ້ຈັດກິດຈະກຳທົດລອງຂັບລົດ ຟອດ ເທຣິທໍຣີໃໝ່ ທີ່ຫາກໍ່ເປີດຕົວໄປໃນເດືອນ ເມສາ ທີ່ຜ່ານມານີ້ ເພື່ອເປັນການເປີດໂອກາດໃຫ້ລູກຄ້າ ສຳຜັດກັບການອອກແບບ ໄດນາມິກ ການຂັບຂີ່ລົດ SUV 5 ບ່ອນນັ່ງ ພ້ອມເກຍອໍໂຕ້ 7 ສະປີດ ທີ່ໃຫ້ການຂັບຂີ່ແບບນຸ້ມ ສະບາຍ ພ້ອມກັບສຳພັດດີຊາຍພາຍໃນແບບຫລູຫລາ ມາພ້ອມຫລັງຄາມາດຕະຖານແບບ Panoramic ລະບົບສະແດງຜົນ In-Vehicle Infotainment ມີຈໍສະແດງຜົນເທິງໜ້າປັດດິຈິຕໍ 12ນິ້ວ ທີ່ສາມາດເຊື່ອຕໍ່ Apple Carplay ແລະ Android Auto ພ້ອມການເຊື່ອມ Bluetooth. ເບາະນັ່ງຜູ້ຂັບປັບໄຟຟ້າ 10 ທິດທາງ, ລະບົບປັບອຸນຫະພູມເບາະນັ່ງຄູ່ໜ້າ ແລະ ລະບົບຟອກອາກາດປ້ອງກັນຝຸ່ນ PM 2,5 ແທ່ນສາກໄຮ້າສາຍ ພ້ອມທີ່ຈະສາກໂທລະສັບຂອງທ່ານໄດ້ຕະຫລອດເວລາ ໂດຍບໍ່ຈຳເປັນຕ້ອງໃຊ້ສາຍສາກ ແລະ ລະບົບເຕັກໂນໂລຊີ …
6 ເດືອນ ເມສາ 2023, ເພື່ອເປັນການສ້າງສີສັນໃຫ້ວົງການລົດຍົນໃນການເປີດໂຕລົດທີ່ບໍ່ແມ່ນພຽງແຕ່ການນຳສະເໜີລົດເທົ່ານັ້ນ ງານເປີດໂຕລົດເທຣິທໍຣີ ເນັກ-ເຈເນີເຣຊັນໃໝ່ ໃດ້ເນລະມິດສະຖານທີ່ແຕ່ລະຈຸດ ໃຫ້ເປັນພາບແຫ່ງຄວາມສຸກທີ່ທ່ານຈະໃດ້ມ່ວນຊື່ນໃນການຂັບຂີ່ໄປກັບFord Territory , ບໍ່ວ່າທ່ານຈະເດີນທາງໄປຕັ້ງແຄັ້ມທີອ້ອມຮອບໄປດ້ວຍສັນພູທີ່ສວຍງາມ ຫລື ເດີນທາງໄປແຄມຊາຍຫາດກັບຄອບຄົວທີ່ທ່ານຮັກ ລວມເຖິງການຂັບຂີ່ໃນຕົວເມືອງ Ford Territory Next Generation ສາມາດຕອບຕອບໂຈດທຸກການໃຊ້ງານ ຟອດ ເທຮິທໍຣີ ເນັກ-ເຈເນີເຣຊັນໃໝ່ SUV ຂະໜາດ 5 ບ່ອນ ເປັນອີກໜຶ່ງລຸ່ນທີ່ເປັນຍອດນິຍົມໃນພາກພຶ້ນອາຊີ ເປັນຕົ້ນແມ່ນປະເທດຈີນ, ຫວຽດນາມ ແລະ ກຳປູເຈຍ ທີ່ໄດ້ຮັບການອອກແບບພາຍນອກ ແລະ ພາຍໃນແບບຫຼູຫຼາເໜືອລະດັບ ທີ່ມາພ້ອມກັບລະບົບເຕັກໂນໂລຊີ ທີ່ຈັດເຕັັມ. ເປີດໃຫ້ເປັນເຈົ້າຂອງໄດ້ແລ້ວມື້ນີ້ ກັບຟອດ ເທຣິທໍຣີ ທີ່ມາພ້ອມເຄື່ອງຈັກ 1.5 ລິດ Ecoboost ຈັບຄູ່ກັບເກຍແບບໝູນ 7 ສະປີດ ທີ່ສາມາດຜະລິດແຮງມ້າໄດ້ສູງເຖິງ 163 ແຮງມ້າ ແລະ ແຮງບິດ 250 ນິວຕັນແມັດ ດ້ວຍພະລັງຂອງ …
ວຽງຈັນ, ລາວ 23 ມີນາ 2023. ກຸ່ມບໍລິສັດ ອາຣເອັມເອ (RMA Group) ຮ່ວມກັບ ທະນາຄານ ພັດທະນາລາວ ຈຳກັດ (LDB Bank) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານຍຸດທະສາດ ການທະນາຄານ ແລະ ທຸລະກິດ ລະຫວ່າງ LDB Bank & RMA Group ເຊິ່ງໄດ້ຈັດຂຶ້ນທີ່ ໂຮງແຮມແລນມາກ ຣີເວີໄຊ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ Wayne McIntosh, ຜູ້ອຳນວຍການບໍລິຫານຈັດການ ກຸ່ມໂອໂຕໂມທິບ ກຸ່ມບໍລິສັດອາຣເອັມ ເອເຊຍລາວ ແລະ ທ່ານ ສິດທິສອນ ເທບພາສີ, ປະທານສະພາບໍລິຫານ ທະນາຄານ ພັດທະນາລາວ ຈໍາກັດ ແລະ ພ້ອມດ້ວຍຄະນະຜູ້ອໍານວຍການ, ຄະນະບໍລິຫານງານ ຂອງທັງສອງຝ່າຍ. ພິທີເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເປັນການຕົກລົງຮ່ວມມືກັນ ເພື່ອສະແດງໃຫ້ເຫັນເຖິງ ຄວາມຕັ້ງໃຈໃນການຮ່ວມມື …
ລາວຟອດຊີຕີຈັດແຄມເປນຄືນກຳໄລໃຫ້ລູກຄ້າ ທີ່ອອກລົດຕັ້ງແຕ່ງຕົ້ນປີ 2022 ຫາຕົ້ນປີ 2023ນີ້ ດ້ວຍຄູປອງຈັບສະຫຼາກລຸ້ນໂຊກລລາງວັນລົດໃຫ່ຍ ແລະ ເຄື່ອງໃຊ້ໄຟຟ້າອີກຫຼາຍລາຍການ ແລະ ໃນທີ່ກໍ່ສິ້ນສຸດການລໍຖ້າ ພວກເຮົາລາວຟອດຊີຕີ ຂໍສະແດງຄວາຍິນດີມານຳລູກຄ້ານາມວ່າ ທ່ານ ກໍລະກັນ ວົງສີດອນ ທີ່ໂຊກດີທີ່ໃດ້ຮັບລາງວັນໃຫ່ຍ ລົດຟອດ ເທຣິທໍຣີຈາກທາງລາວຟອດຊີຕີ ໃນແຄມເປນເເຈກໂຊກໃຫຍ່ຫຼາຍກວ່າ 700 ລ້ານກີບ, ລາວຟອດຊີຕີແຈກແທ້ແຈກຈິງ ແຈກໃຫ້ກັບລູກຄ້າທີ່ອອກລົດຟອດທຸກລຸ່ນຕັ້ງແຕ່ຕົ້ນປີ 2022 ເຖິງເດືອນມີນາ 2023 ເຖິງວ່າລູກຄ້າທີ່ອອກລົດກັບພວກເຮົາຈະໃດ້ລົດງາມໆ ແລະ ຂອງແຈກຂອງແຖມຫຼາຍຢ່າງໄປແລ້ວ ຍັງຈະໃດ້ຄູປອງລຸ້ນໂຊກໃຫຍ່ຄື: ບັດພິດຊ່າ 500,000 ກີບຈຳນວນ 10 ລາງວັນ, ບັດນ້ຳມັນ 1,000,000ກີບ ຈຳນວນ 5 ລາງວັນ, ໂທລະສັບ ຈຳນວນ 3 ລາງວັນ, ລຳໂພງ JBLຈຳນວນ 3 ລາງວັນ, ສາຍຄໍຄຳ ຈຳນວນ 2 ລາງວັນ, ລົດຈັກ Honda wave …
Be the First Received Special Promotions