Vientiane Laos, ວັນທີ 1 – 2 ຕຸລາ 2022, ຫຼັງຈາກໄດ້ມີການເປີດໂຕລົດແລ້ວ, ກໍໄດ້ມີການທົດລອງ ຂັບລົດໃນມື້ຕໍ່ມາ, ລວມທັງມີກິດຈະກຳດີໆພາຍໃນງານບໍ່ວ່າຈະເປັນການສາທິດການໃນຄວາມຮູ້ເບື້ອງຕົ້ນຂອງການຂັບລົດຕາມທ້ອງຖະໜົນໃຫ້ຖືກວິທີ, ລວມທັງມີການຮຽນຮູ້ລະບົບຕ່າງໆຂອງ Next-Gen Ford Ranger and Next-Gen Ford Everest, ຫຼາຍຄົນກໍໃຫ້ຄວາມສົນໃຈຫຼາຍເປັນພິເສດກັບງານທົດລອງຂັບນີ້ມີຄົນເຂົ້າຮ່ວມເຖິງ 118, ແລະ ມີຍອດຈອງພາຍໃນງານເຖິງ 7ຄັນ, ສຳລັບງານນີ້ພວກເຮົາກໍ່ມີລົດໃຫ້ລູກຄ້າທົດລອງຂັບເຖິງ 12 ລຸ້ນດ້ວຍກັນໃນນັ້ນກໍມີລຸ້ນ Ranger XL, Ranger XLT 6MT, Ranger XLT 6AT, Ranger XLT 10AT, Ranger Wildtrak, Everest Trend 6AT and Everest Sport 6AT.
ນະຄອນຫຼວງວຽງຈັນ, ລາວ. ວັນທີ່ 30 ກັນຍາ 2022 ທີ່ຜ່ານມານີ້, ລາວຟອດຊີຕີຕົວແທນຜູ້ຈັດຈຳໜ່າຍຜະລິດຕະພັນລົດຟອດໜຶ່ງດຽວໃນລາວ ໄດ້ຈັດງານເປີດຕົວລົດໃໝ່ທີ່ໃຫ່ຍທີ່ສຸດໃນປະເທດລາວ ຫຼັງຈາກສິ້ນສຸດການລໍຄອຍຂອງການເປີດຂອງຟອດ ເຣນເຈີ ແລະ ເອເວີເຣດທ໌ ເຈນເນີເຣຊັນ ທີ່ປະເທດອ໋ອສເຕເລຍ ໃນຊ່ວງທີ່ຜ່ານມາ. ເຊິ່ງໃນງານດັ້ງກ່າວໄດ້ໃຫ້ກຽດເຂົ້າຮ່ວມງານຈາກທ່ານ ປີເຕີ ເຮມອນ ເອກອັກະລະສະທູດຂອງສະຫະຣັດອາເມຣິກາປະຈຳລາວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທ່ານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ. ໃນການມາຄັ້ງຍິ່ງໃຫ່ຍຂອງລົດຟອດໃນຄັ້ງນີ້ລວມມີລຸ່ນທັງໝົດ 4 ລຸ້ນ ຄື: Ford Everest Sport 4×2 6AT: ມາພ້ອມກັບເຄື່ອງຈັກ 2.0 ລິດ ເທີໂບດ່ຽວ ພ້ອມກັບລະບົບເກຍອັດຕະໂນມັດ 6 ສະປີດ, ທີ່ໃຫ້ກຳລັງແຮງມ້າສູງເຖິງ 170 ແຮງມ້າ ທີ່ 3,500 ຮອບຕໍ່ນາທີ ແລະ ແຮງບິດສູງສຸດ 405 ນິວຕັນແມັດ ທີ່ 1,750-2,500 …
ນະຄອນຫຼວງວຽງຈັນ, ລາວ. ໃນວັນທີ່ 30 ກັນຍາ 2022 ທີ່ຈະມາຮອດນີ້, ລາວຟອດຊີຕີຂໍຮຽນເຊີນທຸກທ່ານເຂົ້າຮ່ວມງານເປີດຕົວລົດໃໝ່ຂອງພວກເຮົາ ຫຼັງຈາກສິ້ນສຸດການລໍຄອຍຂອງການເປີດຂອງຟອດ ເຣນເຈີ ແລະ ເອເວີເຣດທ໌ ເຈນເນີເຣຊັນ ທີ່ປະເທດອ໋ອສເຕເລຍ ໃນຊ່ວງທີ່ຜ່ນາມາ ແລະ ໃນທີ່ສຸດການລໍຄອຍຂອງການເປີດຕົວໃໝ່ລົດຟອດ ເຣນເຈີ ແລະ ເອເວີເຣດທ໌ ເຈນເນີເຣຊັນໃໝ່ ກໍ່ເດີນທາງມາຮອດປະເທດລາວຂອງເຮົາແລ້ວ ກຽມພົບກັບການເປີດຕົວລົດຟອດ ເຣນເຈີ ແລະ ເອເວີເຣດທ໌ ເຈນເນີເຣຊັນໃໝ່ ທີ່ໃຫ່ຍທີ່ສຸດໃນປະເທດລາວ. ໃນການມາຄັ້ງຍິ່ງໃຫ່ຍຂອງລົດຟອດໃນຄັ້ງນີ້ລວມມີລຸ່ນ Next-Gen Ranger Wildtrak, Next-Gen Ranger XLT, Next-Gen Ranger XL ແລະ Next-Gen Everest Sport. ແລະ ພ້ອມກັນນັ້ນຍັງສາມາດມາສຳຜັດ ແລະ ທົດລອງຂັບ Next-Gen Everest ແລະ Ranger ໃນວັນທີ່ 1-2 ຕຸລານີ້. ໝາຍເຫດ: ລົງທະບຽນເຂົ້າຮ່ວມງານຟຮີ …
ໃນວັນທີ່ 19 ສິງຫາທີ່ຜ່ານມາ ລາວຟອດຊີຕີນະຄອນຫຼວງວຽງຈັນ ໄດ້ຈັດງານພົບປະສັງສັນລະຫວ່າງລູກຄ້າທີ່ນຳໃຊ້ລົດຟອດ ເພື່ອໃຫ້ລູກຄ້າຟອດທຸກທ່ານໄດ້ແລກປ່ຽນປະສົບໃນການນຳໃຊ້ລົດຟອດໃນ ທັງນີ້ທັງນັ້ນ, ຍັງເປັນການເຜີຍແຜ່ໃຫ້ມູນທາງເທັກນິກກ່ຽວກັບການນຳໃຊ້ຍານພາຫະນະໃຫ້ຖືກຕ້ອງຕາມວິທີແລະຖືກກົດຈາລະຈອນ ໂດຍເປັນການໃຫ້ຄຳບັນຍານຈາກທ່ານ ສັນຍາ ບຸນເພງອະນຸຮັກ ຫົວໜ້າຝ່າຍບໍລິການຫຼັງການຂາຍ ພາຍໃນງານຄັ້ງນີ້ພວກເຮົາມີຜູ້ເຂົ້າຮ່ວມຫຼາຍກວ່າ 350 ທ່ານ. ແລະພວກເຮົາຍັງໄດ້ແຈກຂອງລາງວັນໃຫ້ແກ່ລູກຄ້າທີ່ມາຮ່ວມງານນຳພວກເຮົາ ບໍ່ວ່າຈະເປັນເຄື່ອງໃຊ້ໄຟຟ້າ, ຖົງເກັບຄວາມເຢັນ, ກະບອກນ້ຳ, ຄັນຮົ່ມ, ໂທລະສັບມືຖື, ກະເປົາ ແລະ ອື່ນໆ…ລາວຟອດຊີຕີຕ້ອງຂໍຂອບໃຈລູກຄ້າທຸກທ່ານທີ່ເສຍສະຫຼະເວລາຂອງທ່ານມາຮ່ວມງານໃນຄັ້ງນີ້ ແລ້ວພົບກັນໃໝ່ໃນໂອກາດໜ້າ.
ໃນວັນທີ່ 9 ສິງຫາ ທີ່ຜ່ານມາ ລາວຟອດຊີຕີໄດ້ຈັດພິທີມອບຮັບຖັງຂີ້ເຫຍື່ອໃຫ້ແກ່ບໍລິສັດອິນຟຣາໂຊ, ລາວຟອດຊີຕີເປັນບໍລິສັດໜຶ່ງດຽວທີ່ເປັນຕົວແທນຈຳໜ່າຍລົດຟອດໃນລາວ ເຊິ່ງເວລານີ້ພວກເຮົາກໍ່ເຫັນເຖິງຄວາມສຳຄັນຂອງສັງຄົມເຊິ່ງໃນຊ່ວງທີ່ຜ່ານມາພວກເຮົາກໍ່ໄດ້ໃຫ້ການສະໜັບສະໜູນກັບຫຼາຍພາກສ່ວນ ແລະ ໃນມື້ນີ້ບໍລິສັດອິນຟຣາໂຊຣ ກໍ່ເປັນອີກໜຶ່ງບໍລິສັດທີ່ພວກເຮົາໄດ້ໃຫ້ການສະໜັບສະໜູນແກ່ບໍລິສັດອິນຟຣາໂຊຣ, ເຊິ່ງເປັນບໍລິສັດໜຶ້ງທີ່ເປັນຂອງຄົນລາວ 100%, ທີ່ມີເປົ້າໝາຍເຂົ້າໄປຊ່ວຍເຫຼືອພາກລັດໃນວຽກງານການບໍລິຫານຈັດການຂີ້ເຫຍື້ອ ເຊັ່ນ: ການເກັບຂົນຂີ້ເຫຍື້ອ, ການພັດທະນາລະບົບການຊຳລະຂີ້ເຫຍື້ອແບບທັນສະໄໝໃຫ້ກັບພາກລັດ ເພື່ອເພີ່ມຄວາມສະດວກໃຫ້ກັບພໍ່ແມ່ປະຊາຊົນລາວໃນການຊຳລະຄ່າບໍລິການເກັບຂີ້ເຫຍື່ອຂອງລັດ. ເຊິ່ງປະຈຸບັນໄດ້ມີການນຳໃຊ້ຢ່າງເປັນທາງການໃນນະຄອນປາກເຊ ເຊິ່ງເປັນໂຕແບບຢ່າງທີ່ດີທີ່ສຸດໃນການນຳໃຊ້ລະບົບການຊຳລະຄ່າບໍລິການເກັບຂີ້ເຫຍື່ອແບບທັນສະໄໝ, ນອກຈາກນັ້ນຍັງມີການຜັນຂະຫຍາຍໄປທີ່ນະຄອນຫຼວງພະບາງ ແລະ ເມືອງປາກຊັນ ແຂວງບໍລິຄຳໄຊ ຕື່ມອີກ. ນອກຈາກນັ້ນແລ້ວ ບໍລິສັດ ອິນຟຣາໂຊຣ ຍັງມຸ້ງເໜັ້ນໄປທີ່ການໃຫ້ຄວາມຮູ້ໃນການບໍລິການຈັດການຂີ້ເຫຍື່ອພາຍໃນຊຸມຊົນຕາມສະຖານທີ່ຕ່າງໆໃນຂອບເຂດທົ່ວປະເທດ ແລະ ມີແຜນທີ່ສ້າງເຄື່ອງມືໃນການແນະນຳວິທີການຂັດແຍກຂີ້ເຫຍື່ອຢ່າງຖືກຕ້ອງ ເພື່ອແຈກຢາຍໃຫ້ກັບປະຊາຊົນລາວເພື່ອສ້າງຈິດສຳນຶກໃນການຮັກສາສີ່ງແວດລ້ອມແບບຍືນຍົງ.
ໃນທີ່ສຸດກໍ່ໄດ້ແລ້ວ ນາງແບບ, ນາຍແບບຂອງເວທີ FACE of Laos ທີ່ໄດ້ຜ່ານການຕັດສິນເປັນທີ່ຮຽບຮ້ອຍແລ້ວໃນວັນທີ່ 7 ສິງຫາ ທີ່ຫາກໍ່ຜ່ານມານີ້. FACE of Laos ເປັນອີກໜຶ່ງເວທີການປະກວດທີ່ລາວຟອດຊີຕີຂອງພວກເຮົາໄດ້ເປັນສ່ວນໜຶ່ງຂອງການຈັດງານປະກວດໃນຄັ້ງນີ້. ເຊິ່ງລາວຟອດຊີຕີຂອງພວກເຮົາໄດ້ເອົາໃຈໃສ່ທຸກກຸ່ມຄົນບໍ່ວ່າຈະເປັນນ້ອງນັກຮຽນ, ນັກສຶກສາ, ອົງການ, ໄວກາງຄົນ ຫຼື ກຸ່ມຄົນລຸ່ນໃໝ່ ພວກເຮົາກໍ່ຍິນດີໃຫ້ການສະໜັບສະໜູນ. FACE of Laos ຊຶ່ງເປັນເວທີປະກວດເພື່ອຂັດເລືອກເອົາຜູ້ທີ່ເໝາະສົມທີ່ສຸດເພື່ອໄປເປັນຕົວແທນຂອງປະເທດລາວເຂົ້າປະກວດເວທີລະດັບສາກົນໃນການປະກວດ Face of Asia ທີ່ປະເທດ ສ.ເກົາຫຼີ ແລະໃນສຸດທ້າຍ ທ້າຍທີ່ສຸດພວກເຮົາກໍ່ໄດ້ຜູ້ຊະນະການປະກວດຈຳນວນທັງໝົດ 3 ທ່ານ ທີ່ຈະໄດ້ເປັນຕົວແທນເດີນທາງໄປປະກວດທີ່ ສ.ເກົາຫຼີ. ລາວຟອດຊີຕີໃນນາມຂອງຜູ້ສະໜັບສູໜູນຫຼັກຂອງເວທີປະກວດນີ້ ກໍ່ໄດ້ໃຫ້ນ້ອງໆຜູ້ເຂົ້າຮ່ວມການປະກວດນີ້ໄດ້ຈັດແຄມເປັນກ່ຽວກັບລົດຟອດ ຈຳນວວນ 4 ລຸ່ນດ້ວຍກັນເຊັ່ນ: Ford Ranger Raptor-X, Ranger Wildtrak-X, Everest ແລະ Ecosport ເຊິ່ງແຄມເປັນດັ່ງກ່າວພວກເຮົາກໍ່ໄດ້ໃຫ້ນ້ອງໆນຳສະເໜີລົດຟອດໃຫ້ຕົງກັບບຸກຂະລີກຂອງແຕ່ລະກຸ່ມຄົນ. https://www.youtube.com/watch?v=2M3Pi7xcbeEhttps://www.youtube.com/watch?v=rxTkd5FMrjshttps://www.youtube.com/watch?v=vdt5AMlcMXkhttps://www.youtube.com/watch?v=88bNiTFzDpA
ໃນທ້າຍເດືອນ ກໍລະກົດ ທີ່ຜ່ານມາ ທ່ານ ເວນ ແມັກອິນທອສ ຜູ້ຈັດການທົ່ວໄປຂອງບໍລິສັດ ລາວຟອດຊີຕີ ໄດ້ເຂົ້າຮ່ວມກຸ່ມສະມາຄົມນັກທຸລະກິດຂອງອັງກິດປະຈຳລາວ ທີ່ໄດ້ໄປຢ້ຽມຢາມສູນພັດທະນາແມ່ຍິງລາວພິການ ເພື່ອສຶກສາເບິ່ງຜົນງານທີ່ສ້າງແຮງບັນດານໃຈຂອງອົງກອນທີ່ບໍ່ສະແຫວງຫາຜົນກຳໄລນີ້ ອົງກອນນີ້ໄດ້ຝຶກອົບຮົມໃຫ້ຄົນພິການໃນຫຼາຍຂະແໜງການເພື່ອສ້າງຄວາມໝັ້ນໃຈ ແລະ ອິດສະລະພາບ ເພື່ອສະແດງໃຫ້ເຫັນວ່າແມ່ຍິງພິການກໍ່ມີຄຸນຄ່າແລະມີຄວາມສາມາດປະກອບສ່ວນເຂົ້າໃນຄອບຄົວ ແລະ ສັງຄົມ. ຈາກການຢ້ຽມຢາມຄັ້ງນີ້, ພວກເຮົາຍັງໄດ້ມີໂອກາດທົດລອງປັ້ນເຄື່ອງປັ້ນດິນເຜົາ, ຖັກແສ່ວ ແລະ ວິທີການນຳເອົາຂອງເກົ່າມານຳໃຊ້ຄືນໃໝ່ໃຫ້ເກີດປະໂຫຍດ ພາຍໃຕ້ການໃຫ້ຄຳປຶກສາຂອງຄູຝຶກຈາກສູນພັດທະນາແມ່ຍິງລາວພິການ.
ສິ້ນສຸດລົງແລ້ວກັບງານແຂ່ງຂັນອ໋ອບໂຣດ ເພື່ອນ້ອງນັກຮຽນຄັ້ງທີ່ 5 ທີ່ສະໜາມກິລາ ຫຼັກ16 ໃນລະຫວ່າງວັນທີ່ 9-10 ກໍລະກົດທີ່ຜ່ານມາ ບໍລິສັດລາວຟອດຊີຕີເປັນໜື່ງໃນຜູ້ນຳເຂົ້າຜະລິດຕະພັນລົດຟອດໃນປະເທດລາວໄດ້ເຫັນວ່າການແຂ່ງຂັນລົດອ໋ອບໂຣດໃນຄັ້ງນີ້ແມ່ນການສະແດງໃຫ້ເຫັນເຖິງສັກກະຍະພາບແລະປະສິທິພາບຂອງຜະລິດຕະພັນລົດໃນແຕ່ລະຄ້າຍ ແລະ ລົດຟອດເຮົາກໍ່ໄດ້ຮ່ວມລົງແຂ່ງໃນຄັ້ງນີ້ດ້ວຍ. ບໍລິສັດລາວຟອດຊີຕີຂອງພວກເຮົາກໍ່ໄດ້ເປັນສ່ວນໜຶ່ງໃນການສະໜັບສະໜູນໃນການແຂ່ງຂັນຄັ້ງນີ້ໃນຈຳນວນເງິນ 20.000.000ກີບ ເພື່ອເປັນການລະດົມທືນໄປຊ່ວຍເຫຼືອນ້ອງນັກຮຽນທີ່ຂາດເຂີນອຸປະກອນການຮຽນ ທີ່ຢູ່ຫ່າງໄກສອກຫຼີກ ແລະ ພ້ອມກັນນັ້ນໃນງານພວກເຮົາຍັງມີບູສໃຫ້ຢ້ຽມຊົມລົດຟອດ ແລະ ທີ່ພິເສດໄປກວ່ານັ້ນຕ້ອງຂໍຂອບໃຈມາຍັງ ທ່ານ ພົມມະທັດ ແກ້ວມະນີວົງ ທີມງານລົດແຂ່ງທີ່ນຳໃຊ້ລົດຟອດ ເຣນເຈີ ມາໂຊທີ່ບູສຂອງລາວຟອດຊີຕີຂອງພວກເຮົາ ຍັງມີລົດທົດລອງຂັບໃຫ້ລູກຄ້າທົດລອງຂັບອີກດ້ວຍ.
ວຽງຈັນ 14 ກໍລະກົດ 2022, Austcham ລາວ ແມ່ນອົງກອນຕົວແທນຜົນປະໂຫຍດທາງທຸລະກິດໃຫ້ແກ່ລັດຖະບານແລະອົງການທີ່ບໍ່ຂຶ້ນກັບລັດຖະບານໃນ ສປປ ລາວ ພ້ອມທັງໃຫ້ບໍລິການທີ່ຫຼາກຫຼາຍໃຫ້ແກ່ສະມາສິກ. ໃນວັນທີ່ 14 ກໍລະກົດທີ່ຜ່ານມາ ລາວຟອດຊີຕີ ຮ່ວມກັບ AUSTCHAM Lao ໄດ້ຈັດງານ The Sundowner ຂຶ້ນມາ ເພື່ອເຊີນຊວນໃຫ້ນັກທຸລະກິດຕ່າງໆເຂົ້າຮ່ວມພົບປະສາງສັນກ່ຽວກັບທຸລະກິດຂອງພວກຕົນ ວ່າຊ່ວງວິກິດແບບນີ້ຈະມີວິທີຮັບມືກັບສະຖານະການແນວໃດ. ຜູ້ເຂົ້າຮ່ວມທັງໝົດສ່ວນຫຼາຍແມ່ນມາຈາກອົງ NGO, ອົງການ, ບໍລິສັດ, ບໍລິສັດຂຸດຄົ້ນແຮ່ທາດ ລວມເຖິງບໍລິສັດເຂື່ອນພະລັງງານໄຟຟ້າ ການຈັດງານຄັ້ງນີ້ອາດຈະເປັນໂອກາດໃຫ້ແກ່ລາວຟອດຊີຕີຂອງພວກເຮົາທີ່ຈະໄດ້ນ້ຳສະເໜີຜະລິດຕະພັນຂອງພວກເຮົາທີ່ມີຢູ່ຕອນນີ້ລວມໄປເຖິງຜະລິດຕະພັນໃໝ່ທີ່ກຳລັງຈະນຳເຂົ້າມາໄວໆນີ້ໃນທ່າມກາງຝຸ່ງຊົນຂອງຫົວໜ້າແລະຜູ້ຈັດການຂອງບໍລິສັດຕ່າງໆ
ວຽງຈັນ – 13 ກໍລະກົດ 2022, LGBTQແມ່ນຄຳຫຍໍ່ທີ່ໄດ້ມາຈາກຄຳວ່າເລສບ້ຽນ, ເກ, ມີຫຼາຍເພດ ຫຼື ແປງເພດແລ້ວຄຳພວກນີ້ແມ່ນຂໍ້ກຳນົດທີ່ໃຊ້ເພື່ອການອະທິບາຍທັດສະນະທາງເພດຂອງບຸກຄົນໃດຫຼືຕົວຕົນທາງເພດກຸ່ມຄົນເຫຼົ່ານີ້ແມ່ນຢູ່ທົ່ວທຸກມູມໂລກ ແລະ ແນ່ນອນປະເທດລາວເຮົາກໍ່ເປັນໜຶ່ງໃນນັ້ນ.ລາວຟອດຊີຕີແມ່ນຕົວແທນຜູ້ຈັດຈຳໜ່າຍລົດຟອດພຽງເຈົ້າດຽວໃນລາວທີ່ເຫັນເຖິງຄວາມສຳຄັນຂອງກຸ່ມຄົນທີມີຄວາມຫຼາກຫຼາຍທາງເພດຫລືເອີ່ນອີກຢ່າງໜຶ່ງວ່າLGBTQດັ່ງນັ້ນລາວຟອດຊີຕີຈຶື່ງມີຄວາມຍິນດີທີ່ຈະສະໜັບສະໜູນທຸກໆການເຄື່ອນໄຫວ.ແລະໃນເດືອນກໍລະກົດນີ້ ແມ່ນເດືອນແຫ່ງຄວາມຫຼາກຫຼາຍທາງເພດ ແລ້ວໃນວັນທີ່ 13ກໍລະກົດທີ່ຜ່ານມາ ທາງລາວຟອດຊີຕີຂອງພວກເຮົາກໍ່ໄດ້ເປັນຜູ້ສະໜັບສະໜູນຫຼັກໃນງານ “DragQueen Competition” ທີ່ຈັດຂຶ້ນສຳລັບກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ.ພາຍໃນງານພວກເຮົາຍັງໄດ້ມີຂອງລາງວັນຢ່າງຫຼວງຫຼາຍໃຫ້ແກ່ຜູ້ທີ່ເຂົ້າຮ່ວມການແຂ່ງຂັນນອກຈາກນີ້ພາຍໃນງານພວກເຮົາຍັງໄດ້ມີການໂຊລົດເພື່ອໃຫ້ຜູ້ເຂົ້າຮ່ວມແຕ່ລະຄົນໄດ້ມາຖ່າຍຮູບກ່ອນເຂົ້າໄປໃນງານ.ສຸດທ້າຍນີ້ ບໍລິສັດລາວຟອດຊີຕີຂອງພວກເຮົາແມ່ນມີຄວາມຫ່ວງໄຍທຸກໆການເຄື່ອນໄຫວຂອງສັງຄົມແລະພ້ອມທີ່ຈະໃຫ້ການສະໜັບສະໜູນທຸກຄົນແລ້ວພົບກັນໃໝ່ໃນປີໜ້າ.
Be the First Received Special Promotions