ໃນວັນທີ 14 – 19 ທັນວາ 2021 ທີ່ຜ່ານມານີ້ບໍລິສັດລາວຟອດຊີຕີໄດ້ຈັດງານ Ford Motor Expo 2021 ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ, ເຊິ່ງພາຍໃນງານກໍມີກິດຈະກຳຫຼາກຫຼາຍບໍ່ວ່າຈະເປັນການຕອບຄຳຖາມເພື່ອຮັບເສື້ອພາຍໃນງານ ແລະ ການຮ່ວມທົດລອງຂັບລົດທຸກລຸ້ນ, ນອກນັ້ນຟອດຍັງຈັດເຕັມກັບໂປຣໂມຊັ້ນສົ່ງທ້າຍປີ 2021ໃຫ້ລູກຄ້າ, ພາຍໃນງານພວກເຮົາຈະແບ່ງອອກເປັນ 2 ໂຊນ A ແລະ B, ໂຊນ A ໄດ້ມີການໂຊລົດ Ford Ecosport Titanium, Ford Ecosport Thunder & Ford Ecosport Stealth ສ່ວນໂຊນ B ກໍໄດ້ມີການໂຊລົດ Ranger Raptor, Ranger Raptor X, Everest Titanium, Everest XLS, Territory Trend, Territory Titanium, Ranger Wildtrak, Ranger …
ຟອດເຣນເຈີ ເຈເນເຣຊັ່ນໃໝ່ ມາພ້ອມຄຸນສົມບັດຂັ້ນສູງ, ການເຊື່ອມຕໍ່ແບບອັດສະລິຍະ, ຄວາມສາມາດທີ່ເພີ່ມຂຶ້ນແລະຄວາມອະເນກປະສົງສຳລັບການເຮັດວຽກ, ການເປັນລົດຄອບຄົວຫຼືການເດີນທາງເພື່ອພັກຜ່ອນ. ສິ້ນສຸດການລໍຄອຍ ໃນທີ່ສຸດກໍ່ໄດ້ເປີດຕົວໄປແລ້ວ ຟອດເຣນເຈີ ເຈນເນີເຣຊັ່ນໃໝ່ ໃນວັນທີ່ 24 ພະຈິກ 2021 ທີ່ເມືອງ ເມລເບີນ, ອອສຕາລີ, – ຟອດ ໄດ້ປະກາດໃຫ້ໂລກຮັບຮູ້ເຖິງລົດກະບະລະດັບໂລກໂດຍການເປີດເຜີຍ ເຣນເຈີ ເຈນເນີເຣຊັ່ນໃໝ່ ທີ່ອັດສະລິຍະທີ່ສຸດ, ອະເນກປະສົງທີ່ສຸດ ແລະມີຄວາມສາມາດທີ່ສຸດເທົ່າທີ່ເຄີຍມີມາ – ເຊິ່ງການມາຂອງ ເຣນເຈີ ເຈນເນີເຣຊັ່ນໃໝ່ນີ້ ເພື່ອສ້າງລົດກະບະທີ່ເປັນທີ່ຕ້ອງການຫຼາຍຂຶ້ນໃຫ້ແກ່ລູກຄ້າ ແລະ ຕອບໂຈດກັບທຸກການໃຊ້ງານ. ເຊິ່ງຟອດເຣນເຈີ ເຈເນເຣຊັ່ນໃໝ່ ນີ້ພັດທະນາໂດຍທີມນັກພັດທະນາຜະລິດຕະພັນຂອງຟອດໃນອອສຕາລີ ທີມນັກອອກແບບແລະວິສະວະກອນນານາຊາດໄດ້ເຮັດວຽກຮ່ວມກັບທີມຕ່າງໆທົ່ວໂລກ ບໍ່ພຽງແຕ່ຮວມເອົາເຕັກໂນໂລຊີ ຄວາມສາມາດ ແລະ ຄວາມປອດໄພຂອງຟອດລຸ້ນໃໝ່ສຸດເທົ່ານັ້ນ ແຕ່ຍັງລວມເຖິງວິສະວະກຳ ແລະ ການທົດສອບເຣນເຈີຕາມມາດຕະຖານທີ່ເຂັ້ມງວດທີ່ສຸດຂອງຟອດ. ພາຍນອກ ເຣນເຈີ ເຈເນເຣຊັ່ນໃໝ່ ມີຮູບແບບທີ່ແຂງແຮງແລະ ດ້ວຍລັກສະນະພາຍນອກທີ່ໄດ້ຮັບການອອກແບບຈາກການອອກແບບລົດກະບະລະດັບໂລກຂອງຟອດ. ມີຮູບແບບທີ່ໂດດເດັ່ນດ້ວຍກະຈັງໜ້າແບບໃໝ່ ແລະ ໄຟໜ້າມາໃນແບບ c-clamp ອັນເປັນເອກະລັກທີ່ໂດດເດັ່ນ ຟອດ ເຣນເຈີ …
ວ້າວ!!! ແຕກແລ້ວ…ລາງວັນໃຫ່ຍລົດຕູ້ ຟອດ ທຣານຊິດ 🎉🎉🎉 ລາວຟອດຊີຕີ ຂໍຂອບໃຈລູກຄ້າທຸກຄົນທີ່ໄວ້ວາງໃຈ ແລະ ເຊື່ອໝັ້ນໃນລົດຟອດຂອງພວກເຮົາ ດັ່ງນັ້ນ, ເພື່ອຄືນກຳໄລໃຫ້ລູກຄ້າແບບຄູນ X2 ຟອດໄດ້ແຈກໂຊກໃຫ່ຍສອງຊັ້ນ ມູນຄ່າຫຼາຍກວ່າ 500 ລ້ານກີບ ໃນຄືນວັນທີ່ 28 ຕຸລາ 2021 ທີ່ສູນລາວຟອດຊີຕີ ນະຄອນຫຼວງວຽງຈັນໄດ້ຈັດພິທີຈັບສະຫຼາກເພື່ອລຸ້ນຫາຜູ້ໂຊກດີທີ່ຈະໄດ້ຮັບລາງວັນໃຫ່ຍ ເຊິ່ງເຮົາໄດ້ແຍກເປັນ ໂຊກຊັ້ນທີ່ 1 ລົດຟອດ ທຣານຊິດ ແຮັບປີ່ບັດ ເຊິ່ງມີລາຍຊື່ລູກຄ້າທັ້ງໝົດທີ່ອອກລົດຟອດຈຳນວນ 459 ຄົນ ແລະ ໂຊກຊັ້ນທີ່ 2 ແມ່ນ ລົດຈັກ 2 ຄັນ, ຕູ້ເຢັນ, ຈັກສັກຜ້າ ແລະ ເຄື່ອງໃຊ້ໄຟຟ້າ ລວມມູນຄ່າຫຼາຍກວ່າ 100 ລ້ານກີບ ເຊິ່ງມີລາຍຊື່ລູກຄ້າທັ້ງໝົດທີ່ເຂົ້າມາໃຊ້ບໍລິການຫຼັງການຂາຍຂອງພວກຈຳນວນ 1200 ຄົນ. ແລະສຸດທ້າຍເຮົາກໍ່ໄດ້ຜູ້ໂຊກດີທີ່ໄດ້ຮັບ ລົດຕູ້ ຟອດທຣານຊິດ ແຮັບປີ່ບັດ ຂອງເຮົາເປັບທີ່ຮຽບຮ້ອຍແລ້ວ ເຊິ່ງເປັນລູກຄ້າຈາກທາງສາຂາ ສະຫວັນນະເຂດ. …
ໃນຊ່ວງການກັບມາຂອງພະຍາດໂຄວິດ 19 ນີ້ທາງບໍລິສັດລາວຟອດຊີຕີກໍໄດ້ມີການສະໜັບສະໜູນຍານພາຫະນະ Ford Ambulance ໃຫ້ແກ່ກະຊວງພາຍໃນ ພ້ອມເຄື່ອງບໍລິໂພກ ແລະ ນໍ້າດື່ມ, ນອກຈາກນັ້ນພວກເຮົາກໍໄດ້ສະໜັບສະໜູນລົດ Ford Ranger XLT AT ໃຫ້ແກ່ສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກນະຄອນຫຼວງ ເພື່ອໄປຮັບໃຊ້ໃນແຂວງວຽງຈັນ, ບໍລິສັດລາວຟອດຊີຕີຂອງພວກເຮົາຊາບຊຶ້ງໃຈເປັນຢ່າງຍິ່ງທີ່ມີເຈົ້າໜ້າທີ່ປະຕິບັດວຽກງານ ເປັນດ່ານໜ້າທີ່ຊ່ວຍເຫຼືອປະຊາຊົນລາວຢ່າງທີ່ບໍ່ອິດເມື່ອຍ.
ໃນວັນທີ່ 9 ກັນຍາ ທີ່ຜ່ານມາ ລາວຟອດ ຊີຕີ ວຽງຈັນ ໄດ້ຈັດພິທີມອບທືນຊ່ວຍເຫຼື່ອໃຫ້ແກ່ອົງການ ວຽງຈັນສີຂຽວ ໃນຈຳນວນເງີນ $5,000 ເຊິ່ງໃນແຕ່ລະປີທີ່ຜ່ານມານັ້ນ ທາງບໍລິສັດ ລາວຟອດຊີຕີ ຂອງພວກເຮົາກໍ່ໄດ້ໄດ້ໃຫ້ການຊ່ວຍເຫຼື່ອຍູ້ມາໂດຍຕະຫຼອດ ຍ້ອນວ່າພວກເຮົາເອົາໃຈໃສ່ ໃນການຮັກສາສິ່ງແວດລ້ອມໃຫ້ສະອາດ ແລະ ລົນນະລົງທຸກຄົນຮ່ວມກັນຮັກສາພາວາໂລກຮ້ອນໄປດ້ວຍກັນ ໃນປີທີ່ຜ່ານມາບໍລິສັດຟອດມໍເຕີຄອມປານີ ແລະ ບໍລິສັດລາວຟອດຊີຕີໄດ້ເລີ່ີມການມອບທຶນຊ່ວຍເຫຼືອນັບຕັ້ງແຕ່ປີ 2012 – 2019 ນີ້ເຊິ່ງ ປີ 2012 ໄດ້ເຮັດໂຄງການປູກຜັກຂອງໂຮງຮຽນທົ່ວນະຄອນຫຼວງເຊິ່ງໄດ້ມອບທຶນ 20,000ໂດລາ ປີ 2013 ໄດ້ມອບທຶນສ້າງໂຮງຮຽນບ້ານຊໍ້ ຈຳນວນ 20,000 ໂດລາ ປີ 2014 ໄດ້ມອບທຶນໃຫ້ແກ່ອົງການ LIRE ເພື່ອຝຶກອົບຮົບໜ່ວຍກູ້ໄພ້ 1623 ມູນຄ່າ 20,00 ໂດລາ ປີ 2015 ໄດ້ມອບທຶນການສຶກສາ ໃຫ້ແກ່ໂຮງຮຽນ LANITH ມູນຄ່າ 20,000 ໂດລາ ປີ 2016 …
ວັນທີ 12 ສິງຫາ 2021 ຜ່ານມາ ທີ່ນະຄອນຫຼວງວຽງຈັນ-ທ່ານ Wayne McIntosh ຜູ້ຈັດການທົ່ວໄປຂອງ ລາວຟອດຊິຕີ ໄດ້ຂຶ້ນກ່າວເປີດງານເປີດຕົວລົດ ຟອດ ເອເວີເຣດທ໌ໃໝ່ XLS Series 3 ລຸ່ນຢ່າງເປັນທາງການ ເຊິ່ງຈະມີ: ເອເວີເຣດທ໌ໃໝ່ XLS, ເອເວີເຣດທ໌ XLS Sport ແລະ ເອເວີເຣດທ໌ XLS Expedition (ລາຍລະອຽດລົດ ແລະ ລາຄາຢູ່ກ້ອງຮູບຂອງແຕ່ລະລຸ້ນ ) ຟອດ ເອເວີເຣດທ໌ XLS Series ເປັນລຸ່ນທີ່ສືບຕໍ່ສ້າງຄວາມປະທັບໃຈໃຫ້ກັບຜູ້ທີ່ສົນໃຈ SUV ດ້ວຍເຄື່ອງຈັກ TCDi 2.2 ລິດ ສາມາດໃຫ້ແຮງມ້າສູງເຖິງ 160 PS ແລະ ແຮງບິດ 385 Nm. ບໍ່ວ່າຈະເປັນທາງໃນເມືອງ ຫຼື ທາງອ໋ອບໂຣດ ເອເວີເຣດທ໌ໃໝ່ ກໍ່ສາມາດຮັບມືໄດ້ກັບທຸກການເດີນທາງ ດ້ວຍຄວາມສູງຈາກພື້ນດິນ 225 …
ເນື່ອງຈາກການກັບມາຂອງພະຍາດໂຄວິດ Covid19 ໃນຮອບນີ້ແມ່ນມາແຮງກວ່າຮອບທໍາອິດ, ຈາກຕົວເລກການເພີ່ມຂຶ້ນຂອງຜູ້ຕິດເຊື້ອໃນແຕ່ລະມື້. ເຊິ່ງທາງລາວຟອດຊີຕີ ກໍ່ບໍ່ໃດ້ນິງນອນໃຈ ພວກເຮົໃດ້ຈັດກິດຈະກຳຄືນປະໂຫຍດສູ່ສັງຄົມ ໂດຍການສະໜັບສະໜູນເຄື່ອງບໍລິໂພກ ອາຫານ ແລະ ເຄື່ອງດື່ມ ລວມທັງພາຫະນະໃນການຂົນສົ່ງໃຫ້ກັບໜ່ວຍງານສະເພາະກິດ ອ້າຍເອື້ອຍນ້ອງທະຫານ ແລະ ຕຳຫຼວດ ທີ່ເປັນດ່ານໜ້າໃນການເບິ່ງແຍ່ງປະຊາຊົນ ທຸກຈຸດໃນຕົວເມືອງນະຄອນຫຼວງວຽງຈັນ. ບໍລິສັດລາວຟອດຊີຕີຂອງພວກເຮົາ ຊາບຊຶ້ງໃຈເປັນຢ່າງຍິ່ງທີ່ມີເຈົ້າໜ້າທີ່ປະຕິບັດວຽກງານ ເປັນດ່ານໜ້າ ທີ່ຊ່ວຍເຫຼືອປະຊາຊົນລາວຢ່າງທີ່ບໍ່ອິດເມື່ອຍ.
ເຊື້ອພະຍາດCovid19 ໃນປີທີ່ຜ່ານມາພະຍາດດັ່ງກ່າວໃດ້ພາກຊີວິດຄົນເປັນຈໍານວນຫຼາຍໃນທົ່ວໂລກ, ໃດ້ເຮັດໃຫ້ FORD ເລັ່ງເຫັນຄວາມສຳຄັນທີ່ຈະພັດທະນາລົດ Ambulanceໃຫ້ແທດເໝາະກັບຄວາມຕ້ອງການຂອງແພດໝໍ ທີ່ນໍາໃຊ້ເຂົ້າໃນການຢ້ຳຢັ້ງເຊື້ອພະຍາດ Covid19. ຈຸດພິເສດຂອງລົດ ຟອດ ອຳບູລັນຄັນນີ້ແມ່ນ: ມີລະບົບຟອກອາກາດພາຍໃນໃຫ້ເປັນຄວາມດັນລົມ ເຮັດໃຫ້ອາກາດພາຍໃນບໍ່ໝູນວຽນອອກມານອກ ເພື່ອລຸດຜ່ອນການກະຈາຍເຊື້ອໄວຣັດ Covid19 ໃນເວລາຂົນສົ່ງຄົນເຈັບໂຄວິດ ເຮັດໃຫ້ປອດໄພທັງຄົນຢູ່ພາຍໃນ ແລະ ພາຍນອກ. ແລະ ພາຍໃນຕົວລົດຍັງມີອຸປະການການແພດອື່ນໆ. ໃນມື້ ລາວຟອດຊີຕີ ຂໍເປັນສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມ ດ້ວຍການສະໜັບສະໜູນລົດ FORD Ambulance ແລະ ລົດກະບະ FORD Ranger ພ້ອມກັບເຄື່ອງບໍລິໂພກ ອາຫານ ແລະ ເຄື່ອງດື່ມໃຫ້ກັບໂຮງໝໍ 150ຕຽງ ເພື່ອໃຫ້ພວກເຮົາໃດ້ຜ່ານພົ້ນວິກິດນີ້ໄປພ້ອມໆກັນ.
ໃນວັນທີ 26 ພະຈິກ 2020 ລາວຟອດຊີຕີ ໄດ້ຈັດງານເປີດໂຕລົດ ສຸກເສີນ Ford Transit Ambulance ທີ່ຫ້ອງຂາຍ ລາວຟອດຊີຕີ. ເຂົ້າມີບັນດາແຂກຜູ້ມີກຽດຈາກອົງການກ່ຽວກັບສຸຂະພາບ ປະກອບມີ: ແຂກຈາກ ກະຊວງສາທາລະນະສຸກ, ພາກລັດຖະບານ, ໂຮງໝໍ, ຄຣີນິກ, NGOs, ອົງການກາແດງລາວ. ໂດຍລົດ Ford Transit Ambulance ໄດ້ຖືກອອກແບບມາໃຫ້ເໝາະສົມກັບສະພາບຖະໜົນໃນ ລາວ ໃນການຂົນສົ່ງຄົນເຈັບໄປສົ່ງໂຮງໝໍ ແລະ ຍັງເໝາະແກ່ການຂົນສົ່ງຜູ້ຕິດເຊື້ອ ໂຄວິດ-19 ອີກດ້ວຍ.
ນີ້ແມ່ນໄຮໄລ້ບາງສ່ວນຈາກງານ ວຽງຈັນ ມໍເຕີໂຊ ເຊິ່ງຈັດຂື້ນທີ່ສູນການຄ້າ ໄອເຕັກ, ໂດຍໃນງານນີ້ໄດ້ມີ ລົດຈາກຫຼາຍແບຣນດັງເຂົ້າຮ່ວມ ແລະ ລາວຟອດຊີຕີ້ ກໍ່ໄດ້ເຂົ້າຮ່ວມເຊັ່ນກັນ. ພວກເຮົາໄດ້ນຳລົດ ກະບະຈຳນວນ 5 ຄັນ ແລະ ລົດຈິບ 3ຄັນ ມາຈັດສະແດງ. ໂດຍງານນີ້ແມ່ນໄດ້ຂື້ນເປັນເວລາ 9 ມື້ ມີຄົນຈຳນວນຫລວງຫລາຍໃຫ້ຄວາມສົນໃຈ ແລະ ເຂົ້າມາເບີ່ງລົດຂອງພວກເຮົາ. ເນື່ອງຈາກວ່າລົດຂອງພວກເຮົາມີຮູບຮາງທີ່ແຂງແຮງ ທົນທານ ແລະ ຟອດກໍ່ເປັນໜຶ່ງໃນບັນດາລົດທັງໝົດທີ່ໄດ້ຮັບຄວາມສົນໃຈ. ຊ່ວງໄລຍະຂອງງານຕະຫລອດ 9ມື້ ພວກເຮົາສາມາດປິດການຂາຍໄດ້ 38 ຄັນ ແລະ ພວກເຮົາກໍ່ມີຄວາມຍິນດີທີ່ລູກຄ້າເລືອກລົດຟອດຂອງພວກເຮົາ.
Be the First Received Special Promotions