
ສິນເຊື່ອ
ທາງເລືອກສຳລັບສິນເຊື່ອ ທາງເລືອກການຜ່ອນຂອງທ່ານ ກັບ ລາວຟອດຊີຕີ ພວກເຮົາມີຄູ່ຮ່ວມທຸລະກິດທາງດ້ານການເງິນ ຫລາຍກວ່າ 10 ບໍລິສັດ, ລາວຟອດຊີຕີ ໝັ້ນໃຈວ່າທ່ານຈະໄດ້ຮັບທາງເລືອກທີ່ດີໃນການຊື້ລົດຟອດຂອງທ່ານ. ສຳລັບການຊື້ ລົດຟອດທ່ານຈະມີທາງເລືອກ ທັງການຈ່າຍເງິນຕົ້ນ ແລະ ໄລຍະເວລາໃນການຜ່ອນ ຈ່າຍກ່ອນເລີ່ມຕົ້ນ 30% ໄລຍະການຜ່ອນຍາວນານເຖິງ 84 ເດືອນ (7 ປີ) ເອກກະສານທີ່ຕ້ອງໃຊ້ ບັດປະຈຳໂຕ ປື້ມສຳມະໂນຄົວ ໃບຢັ້ງຢືນທີ່ຢູ່ ໃບຢັ້ງຢືນພະນັກງານ ທະບຽນວິສາຫະກິດ, ໃບແຈ້ງເສຍອາກອນ (ສຳລັບທຸລະກິດ) ໃບລາຍງານການເຄືອນໄຫວການເງິນ (6ເດືອນ ເຖິງ 1ປີ) ແຜນທີ່ບ້ານ ແລະ ແຜນທີ່ຫ້ອງການ (ໃນກໍລະນີເຮັດທຸລະກິດ) ຕິດຕໍ່ພວກເຮົາ

ລົດມືສອງ
ບໍ່ແມ່ນມື້ສອງ. ແຕ່ໄດ້ຮັບການຢັ້ງຢືນຈາກຟອດ ທ່ານສາມາດຊື້ລົດມືສອງຈາກໃຜກະໄດ້. ຫລື ທ່ານສາມາດຊື້ລົດມືສອງທີ່ໄດ້ຮັບການກວດສອບ 172 ຈຸດ ແລະ ຮັບຮອງຈາກຟອດ. ພ້ອມທັງໄດ້ຮັບການຮັບປະກັນແບບຈຳກັດ, ບໍລິການສຸກເສີນ 24/7 ແລະ ອີກຫລາຍຢ່າງ. ທາງເລືອກບໍ່ແມ່ນເລື່ອງງ່າຍ, ມັນບໍ່ງ່າຍ. ການກວດເຊັກ 172 ຈຸດ. ລົດເກັງ, ລົດບັນທຸກ, ລົດຈິບ ຫຼື ລົດປະສົມ ຕ້ອງຜ່ານການກວດສອບ 172 ຈຸດ. ຈຶ່ງມີຄຸນສົມບັດພໍໃນການຮັບຮອງຈາກຟອດ (CPO). ເມື່ອທ່ານຊື້ລົດ(CPO) ທ່ານຈະໄດ້ຮັບຄວາມໝັ້ນໃຈຈາກການກວດສອບທີ່ຄວບຄຸມ, ພ້ອມການຮັບປະກັນຈາກຜູ້ຜະລິດ. ສຳລັບຂໍ້ມູນເພີ່ມເຕີມ ກົດທີ່ນີ້ ຄຸນຄ່າການເປັນເຈົ້າຂອງ ລົດມືສອງທຸກຄັນທີ່ໄດ້ຮັບການຮັບຮອງຈາກຟອດພ້ອມທັງມູນຄ່າຂອງການຮັບປະກັນແບບຈຳກັດ. ເຊິ່ງໄດ້ຮັບການຮັບປະກັນຈາກ ຟອດມໍເຕີຄອມພານີ້ ແລະ ຕ້ອງໄດ້ຜ່ານການກວດສອບ 172 ຈຸດ ໂດຍຊ່າງທີ່ໄດ້ຮັບການຝຶກອົບຮົມຈາກໂຮງງານ. ທຸກອາໄຫລ່ທີ່ບໍ່ໄດ້ມາດຕະຖານຈະຖືກປ່ຽນແທນໂດຍອາໄຫລ່ຈາກໂຮງງານ. ລົດມືສອງທີ່ມີຢູ່ ຟອດ ເອັກສ໋ໂປລເຣີ
ລົງທະບຽນເພື່ອຮັບສ່ວນຫຼຸດ
New update
- ງານເປີດຕົວລົດຟອດ Ranger 2.0L, Ranger Stormtrak ແລະ Everest Wildtrak
- ລາວຟອດຊີຕີສະໜັບສະໜູນສູນສຶກສາບົກຜ່ອງດ້ານການໄດ້ຍິນ
- ລາວຟອດຊີຕີສົ່ງມອບຄວາມຫ່ວງໃຍ ໃຫ້ພີ່ນ້ອງທີ່ປະສົບໄພນ້ຳຖ້ວມທີ່ເມືອງຄູນຄຳ, ແຂວງຄຳມ່ວນ
- ຟອດ ແຣນເຈີ ແຣັບເຕີ ແຈ້ງເກີດໃນສະໜາມ ເອເຊຍ ຄຣອດ ຄັນທີ ເເຣລີ 2023
- ລາງວັນລົດກະບະດີເດັ່ນສຳລັບທ່ານຍິງແຫ່ງປີ 2023