
ລາວຟອດຊີຕີສະໜັບສະໜູນສະມາຄົມລາວ – ຈີນ
ນະຄອນຫຼວງວຽງຈັນ, ລາວ. ວັນທີ 25 ມັງກອນ 2023, ບໍລິສັດລາວຟອດຊິຕີ ໄດ້ຮຽນເຊີນ ທາງຄະນະເຊີດສິງໂຕ ຂອງສະມາຄົມຈີນມາເຊີດສິງໂຕເພື່ອສະເຫຼີມສະຫຼອງປີໃໝ່ຈີນ(ກຸດຈີນ) ເພື່ອອວຍພອນໄຊໃຫ້ເປັນສິຣິມຸງຄຸນໃນປີໃໝ່ຈີນໃນຄັ້ງນີ້ ແລະ ໃນຕອນບ່າຍຂອງມື້ດຽວກັນ ທາງລາວຟອດຊິຕີໃດ້ຈັດກຽມອາຫານ ແລະ ເຄື່ອງດື່ມເພື່ອຕ້ອນ ແລະ ຮັບປະທານອາຫານທ່ຽງກັບສະມາຄົມຈີນເພື່ອພົບປະ,ໂອ້ລົມ ໃນການເຊີນຂະນະເຊີດສິງໂຕໃນຄັ້ງນີ້ພວກເຮົາຍັງມີການສະໜັບສະໜູນເຄື່ອງນຸ່ງ ແລະ ລົດເພື່ອນຳໃຊ້ໃນການແຫ່ຂະບວນ 3 ລຸ້ນດ້ວຍກັນຄື: Transits 4X4 Conversion, Next-Gen Ranger XLT ແລະ Next-Gen Everest Trend ລວມມູນຄ່າທັງໝົດເປັນຈຳນວນເງິນ 25,000,000 ກີບ. ທ້າຍນີ້ ທາງບໍລິສັດ ລາວຟອດຊິຕີ້ ຂໍອວຍພອນໄຊໃຫ້ທຸກທ່ານ ສຸຂະພາບແຂງແຮງ, ປາຖະໜາສິ່ງໃດ ຂໍໃຫ້ໃດ້ສົມປາຖະໜາ ແລະມີຄວາມສຸກຕະຫຼອດປີ.

ລາວຟອດຊີຕີສະໜັບສະໜູນງານເທດສະການອາຫານລາວ 2023
ໃນວັນທີ່ 24 ມັງກອນ 2023 ທີ່ຜ່ານມາ ສະຫະພັນແມ່ຍິງລາວ ຮ່ວມກັບ ສະມາຄົມແມ່ຍິງທຸລະກິດໃດ້ມີພິທີ່ເປີດງານ ເທດສະການອາຫານລາວ ທີ່”ແຄມຂອງ ເຈົ້າອານຸວົງ “ ເຊິ່ງພາຍໃນງານໃດ້ມີ ຜູ້ປະກອບການຫ້າງຮ້ານແລະຫົວໜ່ວຍທຸລະກິດຕ່າງໆໃດ້ເຂົ້າຮ່ວມ ເພື່ອສົ່ງເສີມ ການທ່ອງທ່ຽວ ລວມທັງການອະນຸລັກ ແລະ ສົ່ງເສີມວັດທະນະທຳ ຮີດຄອງປະເພນີຂອງອາຫານລາວ ທີ່ໄດ້ຕິດພັນກັບການທ່ອງທ່ຽວ ພາຍໄຕ້ຄຳຂວັນທີ່ວ່າ “ສົ່ງເສີມອາຫານລາວ ໃຫ້ໄດ້ການຍອມຮັບຈາກສາກົນ”. ງານໃນປີນີ້ ແມ່ນໃດ້ຈັດຂຶ້ນ 5 ມື້ຄື: ວັນທີ່ 24-28 ມັງກອນ 2023, ເລີ້ມແຕ່ເວລາ 9:00 ໂມງເຊົ້າ ຫາ 10:00 ຂອງທຸກໆມື້, ພາຍໃນງານ ມີທັງໝົດ 180 ບູດ, ເຊິ່ງລວມມີຮ້ານອາຫານລາວ,ອາຫານພື້ນເມືອງ,ອາຫານສາກົນ ແລະຜະລິດຕະພັນກະເສດ ຈຳນວນ 163 ບູດ ແລະ ຫັດຖະກຳ 18 ບູດ ,ໃນງານດັ່ງກ່າວ ຄາດວ່າຈະໄດ້ຮັບລາຍໄດ້ປະມານ 3-4 ຕື້ກີບ, …

ງານເປີດໂຕລົດ Next – Gen ທີ່ສາຂາປາກເຊ
ປາກເຊ ລາວ, ວັນທີ່ 6 ມັງກອນ 2023 ທີ່ຜ່ານມາ ລາວຟອດຊີຕີສາຂາປາກເຊ ໄດ້ມີການຈັດງານເປີດຕົວລົດຟອດລຸ່ນໃໝ່ທັງໝົດ 3 ລຸ່ນ ເຊິ່ງຈະມີລຸ່ນ Next-Gen Ranger Raptor, Next-Gen Ranger Wildtrak ແລະ Next-Gen Everest Titanium ພາຍໃນງານຍັງໄດ້ຮັບກຽດຂຶ້ນກ່າວຈາກທ່ານ ບົວລີ ເພັດສົງຄາມ ຄະນະປະຈຳພັກແຂວງ-ເລຂາພັກນະຄອນ-ເຈົ້າຄອງນະຄອນປາກເຊ ແລະ ທ່ານ ແດນນ໋ຽວ ມາເຊໂດ່ ຜູ້ຈັດການກຸ່ມຍານຍົນສາຂາ ປາກເຊ. ໃນການເປີດຕົວລົດຟອດລຸ່ນໃໝ່ໃນຄັ້ງນີ້ເຊິ່ງເປັນການເປີດຕົວທີ່ໃຫ່ຍທີ່ສຸດທີ່ເຄີຍມີມາ ແຕ່ເຖິ່ງຈະເປັນສາຂາກໍ່ຕາມທາງລາວຟອດຊີຕີເຮົາກໍ່ໃຫ້ຄວາມສຳຄັນເປັນຢ່າງຍີ່ງ ແລະ ພະຍາຍາມບໍລິການລູກຄ້າໃຫ້ດີທີ່ສຸດ.

ງານລ້ຽງພົບປະລູກຄ້າໃຫ້ຄວາມຮູ້ກ່ຽວກັບການນຳໃຊ້ລົດ
ການນຳສະເໜີກ່ຽວກັບການໃຫ້ຄວາມຮູ້ໃນການນຳໃຊ້ລົດຢ່າງຖືກວິທີ,ນຳສະເໜີກ່ຽວກັບ ລະບົບຮັກສາຄວາມປອດໄພໃນການຂັບຂີ່ລົດ,ຄວາມສຳຄັນໃນການນຳໃຊ້ເຂັມຂັດນິລະໄພ,ນຳສະເໜີກ່ຽວກັບການບຳລຸງຮັກສາລົດດ້ວຍຕົວຂອງທ່ານເອງ ແລະ ນຳສະເໜີກ່ຽວ ກັບກຸ່ມບໍລິສັດອາເອັມເອ ເພື່ອໃຫ້ລູກຄ້າໄດ້ຮູ້ວ່າທຸລະກິດຂອງພວກແມ່ນຫຍັງ ນອກຈາກນີ້ເຮົາຍັງນຳສະເໜີກ່ຽວກັບການບໍລິການຂອງພວກເຮົາໃຫ້ລູກຄ້າໄດ້ຮັບຮູ້ ວ່າເຮົາມີທີມງານດ້ານບໍລິການທີ່ມີຄຸນນະພາບ ທີ່ຜ່ານການຝືກອົບຮົມມາເປັນຢ່າງດີເພື່ອບໍລິການລູກຄ້າທຸກທ່ານ ເພາະສະນັ້ນ ລູກຄ້າຂອງພວກເຮົາຈື່ງສາມາດໄວ້ວາງໃຈຫາກທຸກທ່ານສົ່ງລົດມາຮອດມືເຮົາ ພວກເຮົາໄດ້ຈັດງານນີ້ຂື້ນໃນວັນສຸກທີ່ຜ່ານມາ ທີ່ສູນ ບໍລິການຫຼັງການຂາຍ ລາວຟອດ ຊີຕີ ເຮົາມີອາຫານ ແລະ ເຄື່ອງດື່ມໄວ້ບໍລິການລູກຄ້າຕະຫຼອດງານ ແລະ ຍັງມີກິດຈະກຳອື່ນໆອີກຫຼາກຫຼາຍເຊັ່ນ: ເກມ ຖາມຕອບ ສຳລັບລູກຄ້າທ່ານໃດທີ່ຕ້ອງການຮູ້ຂໍ້ມູນເພີ່ມເຕີມ ຫຼື ມີຄຳຖາມ ສາມາດສອບຖາມ ເພື່ອຮັບຂອງລາງວັນຈາກພວກເຮົາ ຍັງບໍ່ໝົດພຽງເທົ່ານີ້ ເຮົາຍັງມີກິດຈະກຳສຳລັບເດັກນ້ອຍ ທີ່ເຂົ້າມາຮ່ວມພາຍໃນງານໃຫ້ໄດ້ຮ່ວມມ່ວນຊື່ນນຳກັນ ເປັນການແຕ້ມຮູບລະບາຍສີ ເພື່ອຮັບຂອງຂວັນເປັນກະເປົ໋າເປ້ ບໍ່ພຽງເທົ່ານັ້ນເຮົາຍັງມີການຈັບສະຫຼາກຮັບລາງວັນໃຫຍ່ສຳລັບລູກຄ້າທີ່ເຂົ້າມາຮ່ວມງານ ແລະ ໄດ້ຂຽນຄູປອງ.

ຟອດສະໜັບສະໜູນທີມປັ່ນລົດຖີບເຮັດໄດ້
ວຽງຈັນ, ລາວ, ລາວຟອດຊີຕີ ໄດ້ໃຫ້ການສະໜັບສະໜູນທີມ “ເຮັດໄດ້” ໂຄອງການປັ່ນລົດຖີບເພື່ອລະດົມເງິນທຶນທີ່ຈະເອົາໄປຊ່ວຍ ໂຮງໝໍເດັກ ເພື່ອນລາວ ໃນຫຼວງພະບາງ. ໂຮງໝໍເດັກ ເພື່ອນລາວ ແມ່ນໂຮງໝໍທີ່ບໍ່ສະແຫວງຜົນກຳໄລໃດໆ ເປັນໂຮງໝໍເດັກທີ່ບໍ່ເສຍຄ່າແຫ່ງດຽວໃນພາກພື້ນ ທີີ່ຂຶ້ນກັບຜູ້ໃຫ້ທຶນເອກະຊົນທີ່ຈະໃຫ້ບໍລິການໂດຍບໍ່ເສຍຄ່າຢ່າງເຊັ່ນພວກເຮົາແມ່ນຜູ້ທີ່ບໍລິຈາກເງິນທຶນໃຫ້ແກ່ໂຮງໝໍດ້ວຍຕົວເຮົາເອງ. ໂຄງການນີ້ຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອທຸກຄົນຊ່ວຍກັນລະດົມທຶນ. ແລະແນ່ນອນ, ບໍລິສັດ ລາວຟອດຊີຕີ ກໍໄດ້ເປັນສ່ວນໜຶ່ງຂອງໂຄງການນີ້ ໂດຍການໃຫ້ການສະໜັບສະໜູນລົດສອງຄັນພ້ອມຄົນຂັບໄປນຳເພື່ອຮອງຮັບທຸກການບາດເຈັບໃນເວລາເດີນທາງຕະຫຼອດເຖິງຈຸດໝາຍປາຍທາງ. ການເດີນທາງໃນຄັ້ງນີ້ແມ່ນໃຫ້ການເຂົ້າຮ່ວມຈາກນັກປັ່ນທັງໝົດ 25 ເຊິ່ງຈະເລີ່ມປັ່ນລົດຖີບໃນໄລຍະເກືອບ 400 ກິໂລແມັດ ຜ່ານແຂວງໄຊສົມບູນ ແລະ ແຂວງບໍລິຄຳໄຊ ລະຫວ່າງວັນທີ 1-4 ທັນວາ 2022.

ງານທົດລອງຂັບລົດຟອດເຈເນີເຣຊັນໃໝ່
Vientiane Laos, ວັນທີ 1 – 2 ຕຸລາ 2022, ຫຼັງຈາກໄດ້ມີການເປີດໂຕລົດແລ້ວ, ກໍໄດ້ມີການທົດລອງ ຂັບລົດໃນມື້ຕໍ່ມາ, ລວມທັງມີກິດຈະກຳດີໆພາຍໃນງານບໍ່ວ່າຈະເປັນການສາທິດການໃນຄວາມຮູ້ເບື້ອງຕົ້ນຂອງການຂັບລົດຕາມທ້ອງຖະໜົນໃຫ້ຖືກວິທີ, ລວມທັງມີການຮຽນຮູ້ລະບົບຕ່າງໆຂອງ Next-Gen Ford Ranger and Next-Gen Ford Everest, ຫຼາຍຄົນກໍໃຫ້ຄວາມສົນໃຈຫຼາຍເປັນພິເສດກັບງານທົດລອງຂັບນີ້ມີຄົນເຂົ້າຮ່ວມເຖິງ 118, ແລະ ມີຍອດຈອງພາຍໃນງານເຖິງ 7ຄັນ, ສຳລັບງານນີ້ພວກເຮົາກໍ່ມີລົດໃຫ້ລູກຄ້າທົດລອງຂັບເຖິງ 12 ລຸ້ນດ້ວຍກັນໃນນັ້ນກໍມີລຸ້ນ Ranger XL, Ranger XLT 6MT, Ranger XLT 6AT, Ranger XLT 10AT, Ranger Wildtrak, Everest Trend 6AT and Everest Sport 6AT.

Owner Clinic Event at Lao Ford City
ໃນວັນທີ່ 19 ສິງຫາທີ່ຜ່ານມາ ລາວຟອດຊີຕີນະຄອນຫຼວງວຽງຈັນ ໄດ້ຈັດງານພົບປະສັງສັນລະຫວ່າງລູກຄ້າທີ່ນຳໃຊ້ລົດຟອດ ເພື່ອໃຫ້ລູກຄ້າຟອດທຸກທ່ານໄດ້ແລກປ່ຽນປະສົບໃນການນຳໃຊ້ລົດຟອດໃນ ທັງນີ້ທັງນັ້ນ, ຍັງເປັນການເຜີຍແຜ່ໃຫ້ມູນທາງເທັກນິກກ່ຽວກັບການນຳໃຊ້ຍານພາຫະນະໃຫ້ຖືກຕ້ອງຕາມວິທີແລະຖືກກົດຈາລະຈອນ ໂດຍເປັນການໃຫ້ຄຳບັນຍານຈາກທ່ານ ສັນຍາ ບຸນເພງອະນຸຮັກ ຫົວໜ້າຝ່າຍບໍລິການຫຼັງການຂາຍ ພາຍໃນງານຄັ້ງນີ້ພວກເຮົາມີຜູ້ເຂົ້າຮ່ວມຫຼາຍກວ່າ 350 ທ່ານ. ແລະພວກເຮົາຍັງໄດ້ແຈກຂອງລາງວັນໃຫ້ແກ່ລູກຄ້າທີ່ມາຮ່ວມງານນຳພວກເຮົາ ບໍ່ວ່າຈະເປັນເຄື່ອງໃຊ້ໄຟຟ້າ, ຖົງເກັບຄວາມເຢັນ, ກະບອກນ້ຳ, ຄັນຮົ່ມ, ໂທລະສັບມືຖື, ກະເປົາ ແລະ ອື່ນໆ…ລາວຟອດຊີຕີຕ້ອງຂໍຂອບໃຈລູກຄ້າທຸກທ່ານທີ່ເສຍສະຫຼະເວລາຂອງທ່ານມາຮ່ວມງານໃນຄັ້ງນີ້ ແລ້ວພົບກັນໃໝ່ໃນໂອກາດໜ້າ.

Lao Ford City Supported Face of Laos Event 2022
ໃນທີ່ສຸດກໍ່ໄດ້ແລ້ວ ນາງແບບ, ນາຍແບບຂອງເວທີ FACE of Laos ທີ່ໄດ້ຜ່ານການຕັດສິນເປັນທີ່ຮຽບຮ້ອຍແລ້ວໃນວັນທີ່ 7 ສິງຫາ ທີ່ຫາກໍ່ຜ່ານມານີ້. FACE of Laos ເປັນອີກໜຶ່ງເວທີການປະກວດທີ່ລາວຟອດຊີຕີຂອງພວກເຮົາໄດ້ເປັນສ່ວນໜຶ່ງຂອງການຈັດງານປະກວດໃນຄັ້ງນີ້. ເຊິ່ງລາວຟອດຊີຕີຂອງພວກເຮົາໄດ້ເອົາໃຈໃສ່ທຸກກຸ່ມຄົນບໍ່ວ່າຈະເປັນນ້ອງນັກຮຽນ, ນັກສຶກສາ, ອົງການ, ໄວກາງຄົນ ຫຼື ກຸ່ມຄົນລຸ່ນໃໝ່ ພວກເຮົາກໍ່ຍິນດີໃຫ້ການສະໜັບສະໜູນ. FACE of Laos ຊຶ່ງເປັນເວທີປະກວດເພື່ອຂັດເລືອກເອົາຜູ້ທີ່ເໝາະສົມທີ່ສຸດເພື່ອໄປເປັນຕົວແທນຂອງປະເທດລາວເຂົ້າປະກວດເວທີລະດັບສາກົນໃນການປະກວດ Face of Asia ທີ່ປະເທດ ສ.ເກົາຫຼີ ແລະໃນສຸດທ້າຍ ທ້າຍທີ່ສຸດພວກເຮົາກໍ່ໄດ້ຜູ້ຊະນະການປະກວດຈຳນວນທັງໝົດ 3 ທ່ານ ທີ່ຈະໄດ້ເປັນຕົວແທນເດີນທາງໄປປະກວດທີ່ ສ.ເກົາຫຼີ. ລາວຟອດຊີຕີໃນນາມຂອງຜູ້ສະໜັບສູໜູນຫຼັກຂອງເວທີປະກວດນີ້ ກໍ່ໄດ້ໃຫ້ນ້ອງໆຜູ້ເຂົ້າຮ່ວມການປະກວດນີ້ໄດ້ຈັດແຄມເປັນກ່ຽວກັບລົດຟອດ ຈຳນວວນ 4 ລຸ່ນດ້ວຍກັນເຊັ່ນ: Ford Ranger Raptor-X, Ranger Wildtrak-X, Everest ແລະ Ecosport ເຊິ່ງແຄມເປັນດັ່ງກ່າວພວກເຮົາກໍ່ໄດ້ໃຫ້ນ້ອງໆນຳສະເໜີລົດຟອດໃຫ້ຕົງກັບບຸກຂະລີກຂອງແຕ່ລະກຸ່ມຄົນ. https://www.youtube.com/watch?v=2M3Pi7xcbeEhttps://www.youtube.com/watch?v=rxTkd5FMrjshttps://www.youtube.com/watch?v=vdt5AMlcMXkhttps://www.youtube.com/watch?v=88bNiTFzDpA

BBGL Visited Lao Disabled Women Development Centre
ໃນທ້າຍເດືອນ ກໍລະກົດ ທີ່ຜ່ານມາ ທ່ານ ເວນ ແມັກອິນທອສ ຜູ້ຈັດການທົ່ວໄປຂອງບໍລິສັດ ລາວຟອດຊີຕີ ໄດ້ເຂົ້າຮ່ວມກຸ່ມສະມາຄົມນັກທຸລະກິດຂອງອັງກິດປະຈຳລາວ ທີ່ໄດ້ໄປຢ້ຽມຢາມສູນພັດທະນາແມ່ຍິງລາວພິການ ເພື່ອສຶກສາເບິ່ງຜົນງານທີ່ສ້າງແຮງບັນດານໃຈຂອງອົງກອນທີ່ບໍ່ສະແຫວງຫາຜົນກຳໄລນີ້ ອົງກອນນີ້ໄດ້ຝຶກອົບຮົມໃຫ້ຄົນພິການໃນຫຼາຍຂະແໜງການເພື່ອສ້າງຄວາມໝັ້ນໃຈ ແລະ ອິດສະລະພາບ ເພື່ອສະແດງໃຫ້ເຫັນວ່າແມ່ຍິງພິການກໍ່ມີຄຸນຄ່າແລະມີຄວາມສາມາດປະກອບສ່ວນເຂົ້າໃນຄອບຄົວ ແລະ ສັງຄົມ. ຈາກການຢ້ຽມຢາມຄັ້ງນີ້, ພວກເຮົາຍັງໄດ້ມີໂອກາດທົດລອງປັ້ນເຄື່ອງປັ້ນດິນເຜົາ, ຖັກແສ່ວ ແລະ ວິທີການນຳເອົາຂອງເກົ່າມານຳໃຊ້ຄືນໃໝ່ໃຫ້ເກີດປະໂຫຍດ ພາຍໃຕ້ການໃຫ້ຄຳປຶກສາຂອງຄູຝຶກຈາກສູນພັດທະນາແມ່ຍິງລາວພິການ.