Vientiane Laos, ວັນທີ 1 – 2 ຕຸລາ 2022, ຫຼັງຈາກໄດ້ມີການເປີດໂຕລົດແລ້ວ, ກໍໄດ້ມີການທົດລອງ ຂັບລົດໃນມື້ຕໍ່ມາ, ລວມທັງມີກິດຈະກຳດີໆພາຍໃນງານບໍ່ວ່າຈະເປັນການສາທິດການໃນຄວາມຮູ້ເບື້ອງຕົ້ນຂອງການຂັບລົດຕາມທ້ອງຖະໜົນໃຫ້ຖືກວິທີ, ລວມທັງມີການຮຽນຮູ້ລະບົບຕ່າງໆຂອງ Next-Gen Ford Ranger and Next-Gen Ford Everest, ຫຼາຍຄົນກໍໃຫ້ຄວາມສົນໃຈຫຼາຍເປັນພິເສດກັບງານທົດລອງຂັບນີ້ມີຄົນເຂົ້າຮ່ວມເຖິງ 118, ແລະ ມີຍອດຈອງພາຍໃນງານເຖິງ 7ຄັນ, ສຳລັບງານນີ້ພວກເຮົາກໍ່ມີລົດໃຫ້ລູກຄ້າທົດລອງຂັບເຖິງ 12 ລຸ້ນດ້ວຍກັນໃນນັ້ນກໍມີລຸ້ນ Ranger XL, Ranger XLT 6MT, Ranger XLT 6AT, Ranger XLT 10AT, Ranger Wildtrak, Everest Trend 6AT and Everest Sport 6AT.
ໃນວັນທີ່ 19 ສິງຫາທີ່ຜ່ານມາ ລາວຟອດຊີຕີນະຄອນຫຼວງວຽງຈັນ ໄດ້ຈັດງານພົບປະສັງສັນລະຫວ່າງລູກຄ້າທີ່ນຳໃຊ້ລົດຟອດ ເພື່ອໃຫ້ລູກຄ້າຟອດທຸກທ່ານໄດ້ແລກປ່ຽນປະສົບໃນການນຳໃຊ້ລົດຟອດໃນ ທັງນີ້ທັງນັ້ນ, ຍັງເປັນການເຜີຍແຜ່ໃຫ້ມູນທາງເທັກນິກກ່ຽວກັບການນຳໃຊ້ຍານພາຫະນະໃຫ້ຖືກຕ້ອງຕາມວິທີແລະຖືກກົດຈາລະຈອນ ໂດຍເປັນການໃຫ້ຄຳບັນຍານຈາກທ່ານ ສັນຍາ ບຸນເພງອະນຸຮັກ ຫົວໜ້າຝ່າຍບໍລິການຫຼັງການຂາຍ ພາຍໃນງານຄັ້ງນີ້ພວກເຮົາມີຜູ້ເຂົ້າຮ່ວມຫຼາຍກວ່າ 350 ທ່ານ. ແລະພວກເຮົາຍັງໄດ້ແຈກຂອງລາງວັນໃຫ້ແກ່ລູກຄ້າທີ່ມາຮ່ວມງານນຳພວກເຮົາ ບໍ່ວ່າຈະເປັນເຄື່ອງໃຊ້ໄຟຟ້າ, ຖົງເກັບຄວາມເຢັນ, ກະບອກນ້ຳ, ຄັນຮົ່ມ, ໂທລະສັບມືຖື, ກະເປົາ ແລະ ອື່ນໆ…ລາວຟອດຊີຕີຕ້ອງຂໍຂອບໃຈລູກຄ້າທຸກທ່ານທີ່ເສຍສະຫຼະເວລາຂອງທ່ານມາຮ່ວມງານໃນຄັ້ງນີ້ ແລ້ວພົບກັນໃໝ່ໃນໂອກາດໜ້າ.
ໃນທີ່ສຸດກໍ່ໄດ້ແລ້ວ ນາງແບບ, ນາຍແບບຂອງເວທີ FACE of Laos ທີ່ໄດ້ຜ່ານການຕັດສິນເປັນທີ່ຮຽບຮ້ອຍແລ້ວໃນວັນທີ່ 7 ສິງຫາ ທີ່ຫາກໍ່ຜ່ານມານີ້. FACE of Laos ເປັນອີກໜຶ່ງເວທີການປະກວດທີ່ລາວຟອດຊີຕີຂອງພວກເຮົາໄດ້ເປັນສ່ວນໜຶ່ງຂອງການຈັດງານປະກວດໃນຄັ້ງນີ້. ເຊິ່ງລາວຟອດຊີຕີຂອງພວກເຮົາໄດ້ເອົາໃຈໃສ່ທຸກກຸ່ມຄົນບໍ່ວ່າຈະເປັນນ້ອງນັກຮຽນ, ນັກສຶກສາ, ອົງການ, ໄວກາງຄົນ ຫຼື ກຸ່ມຄົນລຸ່ນໃໝ່ ພວກເຮົາກໍ່ຍິນດີໃຫ້ການສະໜັບສະໜູນ. FACE of Laos ຊຶ່ງເປັນເວທີປະກວດເພື່ອຂັດເລືອກເອົາຜູ້ທີ່ເໝາະສົມທີ່ສຸດເພື່ອໄປເປັນຕົວແທນຂອງປະເທດລາວເຂົ້າປະກວດເວທີລະດັບສາກົນໃນການປະກວດ Face of Asia ທີ່ປະເທດ ສ.ເກົາຫຼີ ແລະໃນສຸດທ້າຍ ທ້າຍທີ່ສຸດພວກເຮົາກໍ່ໄດ້ຜູ້ຊະນະການປະກວດຈຳນວນທັງໝົດ 3 ທ່ານ ທີ່ຈະໄດ້ເປັນຕົວແທນເດີນທາງໄປປະກວດທີ່ ສ.ເກົາຫຼີ. ລາວຟອດຊີຕີໃນນາມຂອງຜູ້ສະໜັບສູໜູນຫຼັກຂອງເວທີປະກວດນີ້ ກໍ່ໄດ້ໃຫ້ນ້ອງໆຜູ້ເຂົ້າຮ່ວມການປະກວດນີ້ໄດ້ຈັດແຄມເປັນກ່ຽວກັບລົດຟອດ ຈຳນວວນ 4 ລຸ່ນດ້ວຍກັນເຊັ່ນ: Ford Ranger Raptor-X, Ranger Wildtrak-X, Everest ແລະ Ecosport ເຊິ່ງແຄມເປັນດັ່ງກ່າວພວກເຮົາກໍ່ໄດ້ໃຫ້ນ້ອງໆນຳສະເໜີລົດຟອດໃຫ້ຕົງກັບບຸກຂະລີກຂອງແຕ່ລະກຸ່ມຄົນ. https://www.youtube.com/watch?v=2M3Pi7xcbeEhttps://www.youtube.com/watch?v=rxTkd5FMrjshttps://www.youtube.com/watch?v=vdt5AMlcMXkhttps://www.youtube.com/watch?v=88bNiTFzDpA
ໃນທ້າຍເດືອນ ກໍລະກົດ ທີ່ຜ່ານມາ ທ່ານ ເວນ ແມັກອິນທອສ ຜູ້ຈັດການທົ່ວໄປຂອງບໍລິສັດ ລາວຟອດຊີຕີ ໄດ້ເຂົ້າຮ່ວມກຸ່ມສະມາຄົມນັກທຸລະກິດຂອງອັງກິດປະຈຳລາວ ທີ່ໄດ້ໄປຢ້ຽມຢາມສູນພັດທະນາແມ່ຍິງລາວພິການ ເພື່ອສຶກສາເບິ່ງຜົນງານທີ່ສ້າງແຮງບັນດານໃຈຂອງອົງກອນທີ່ບໍ່ສະແຫວງຫາຜົນກຳໄລນີ້ ອົງກອນນີ້ໄດ້ຝຶກອົບຮົມໃຫ້ຄົນພິການໃນຫຼາຍຂະແໜງການເພື່ອສ້າງຄວາມໝັ້ນໃຈ ແລະ ອິດສະລະພາບ ເພື່ອສະແດງໃຫ້ເຫັນວ່າແມ່ຍິງພິການກໍ່ມີຄຸນຄ່າແລະມີຄວາມສາມາດປະກອບສ່ວນເຂົ້າໃນຄອບຄົວ ແລະ ສັງຄົມ. ຈາກການຢ້ຽມຢາມຄັ້ງນີ້, ພວກເຮົາຍັງໄດ້ມີໂອກາດທົດລອງປັ້ນເຄື່ອງປັ້ນດິນເຜົາ, ຖັກແສ່ວ ແລະ ວິທີການນຳເອົາຂອງເກົ່າມານຳໃຊ້ຄືນໃໝ່ໃຫ້ເກີດປະໂຫຍດ ພາຍໃຕ້ການໃຫ້ຄຳປຶກສາຂອງຄູຝຶກຈາກສູນພັດທະນາແມ່ຍິງລາວພິການ.
ສິ້ນສຸດລົງແລ້ວກັບງານແຂ່ງຂັນອ໋ອບໂຣດ ເພື່ອນ້ອງນັກຮຽນຄັ້ງທີ່ 5 ທີ່ສະໜາມກິລາ ຫຼັກ16 ໃນລະຫວ່າງວັນທີ່ 9-10 ກໍລະກົດທີ່ຜ່ານມາ ບໍລິສັດລາວຟອດຊີຕີເປັນໜື່ງໃນຜູ້ນຳເຂົ້າຜະລິດຕະພັນລົດຟອດໃນປະເທດລາວໄດ້ເຫັນວ່າການແຂ່ງຂັນລົດອ໋ອບໂຣດໃນຄັ້ງນີ້ແມ່ນການສະແດງໃຫ້ເຫັນເຖິງສັກກະຍະພາບແລະປະສິທິພາບຂອງຜະລິດຕະພັນລົດໃນແຕ່ລະຄ້າຍ ແລະ ລົດຟອດເຮົາກໍ່ໄດ້ຮ່ວມລົງແຂ່ງໃນຄັ້ງນີ້ດ້ວຍ. ບໍລິສັດລາວຟອດຊີຕີຂອງພວກເຮົາກໍ່ໄດ້ເປັນສ່ວນໜຶ່ງໃນການສະໜັບສະໜູນໃນການແຂ່ງຂັນຄັ້ງນີ້ໃນຈຳນວນເງິນ 20.000.000ກີບ ເພື່ອເປັນການລະດົມທືນໄປຊ່ວຍເຫຼືອນ້ອງນັກຮຽນທີ່ຂາດເຂີນອຸປະກອນການຮຽນ ທີ່ຢູ່ຫ່າງໄກສອກຫຼີກ ແລະ ພ້ອມກັນນັ້ນໃນງານພວກເຮົາຍັງມີບູສໃຫ້ຢ້ຽມຊົມລົດຟອດ ແລະ ທີ່ພິເສດໄປກວ່ານັ້ນຕ້ອງຂໍຂອບໃຈມາຍັງ ທ່ານ ພົມມະທັດ ແກ້ວມະນີວົງ ທີມງານລົດແຂ່ງທີ່ນຳໃຊ້ລົດຟອດ ເຣນເຈີ ມາໂຊທີ່ບູສຂອງລາວຟອດຊີຕີຂອງພວກເຮົາ ຍັງມີລົດທົດລອງຂັບໃຫ້ລູກຄ້າທົດລອງຂັບອີກດ້ວຍ.
ວຽງຈັນ 14 ກໍລະກົດ 2022, Austcham ລາວ ແມ່ນອົງກອນຕົວແທນຜົນປະໂຫຍດທາງທຸລະກິດໃຫ້ແກ່ລັດຖະບານແລະອົງການທີ່ບໍ່ຂຶ້ນກັບລັດຖະບານໃນ ສປປ ລາວ ພ້ອມທັງໃຫ້ບໍລິການທີ່ຫຼາກຫຼາຍໃຫ້ແກ່ສະມາສິກ. ໃນວັນທີ່ 14 ກໍລະກົດທີ່ຜ່ານມາ ລາວຟອດຊີຕີ ຮ່ວມກັບ AUSTCHAM Lao ໄດ້ຈັດງານ The Sundowner ຂຶ້ນມາ ເພື່ອເຊີນຊວນໃຫ້ນັກທຸລະກິດຕ່າງໆເຂົ້າຮ່ວມພົບປະສາງສັນກ່ຽວກັບທຸລະກິດຂອງພວກຕົນ ວ່າຊ່ວງວິກິດແບບນີ້ຈະມີວິທີຮັບມືກັບສະຖານະການແນວໃດ. ຜູ້ເຂົ້າຮ່ວມທັງໝົດສ່ວນຫຼາຍແມ່ນມາຈາກອົງ NGO, ອົງການ, ບໍລິສັດ, ບໍລິສັດຂຸດຄົ້ນແຮ່ທາດ ລວມເຖິງບໍລິສັດເຂື່ອນພະລັງງານໄຟຟ້າ ການຈັດງານຄັ້ງນີ້ອາດຈະເປັນໂອກາດໃຫ້ແກ່ລາວຟອດຊີຕີຂອງພວກເຮົາທີ່ຈະໄດ້ນ້ຳສະເໜີຜະລິດຕະພັນຂອງພວກເຮົາທີ່ມີຢູ່ຕອນນີ້ລວມໄປເຖິງຜະລິດຕະພັນໃໝ່ທີ່ກຳລັງຈະນຳເຂົ້າມາໄວໆນີ້ໃນທ່າມກາງຝຸ່ງຊົນຂອງຫົວໜ້າແລະຜູ້ຈັດການຂອງບໍລິສັດຕ່າງໆ
ພົບກັບການເປີດໂຕລົດລຸ້ນໃໝ່ລ່າສຸດ! Next-Gen Ford Everest ທີ່ມາພ້ອມກັບລະບົບເຕັກໂນໂລຊີທັນສະໄໝ ແລະ ສະດວກສະບາຍຄົບວົງຈອນ ໃນກິດຈະກຳການທົດລອງຂັບລົດລຸ້ນໃໝ່ຂອງຟອດປະເທດໄທ ພາຍໃຕ້ແນວຄິດ: ໃຫ້ຜູ້ຂັບຂີ່ຮັບມືໄດ້ໝົດທຸກສະຖານະການ (LIFE IS YOURS TO MASTER) ທີ່ແຂວງການຈະນະບູລີ, ປະເທດໄທ.ຄັ້ງນີ້, ທາງຟອດໄດ້ສະແດງລົດ Next-Gen Ford Everest ຄົບທັງໝົດ 4 ລຸ້ນ ຄັ້ງທຳອິດ ຄື: Ford Everest Titanium 4×4 10AT: ກຳລັງແຮງເຄື່ອງຈັກ 2.0 ລິດ Bi-Turbo ທີ່ມາພ້ອມກັບເກຍອັດຕະໂນມັດແບບ E-Shifter 10 ສະປີດ, ໃຫ້ກຳລັງແຮງມ້າສູງເຖິງ 210 PS ທີ່ 3,750 ຮອບຕໍ່ນາທີ ແລະ ກຳລັງແຮງບິດສູງສຸດ 500 Nm ທີ່ 1,750-2,000 ຮອບຕໍ່ນາທີ. Ford Everest Titanium …
ໃນຕອນບ່າຍຂອງວັນທີ 27 ມິຖຸນາ 2022 ທີ່ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວ ການແຂ່ງຂັນບານເຕະ ຊິງຂັນ ສຕລ-ລາວຟອດ 2022 (LFF – Lao Ford Cup 2022) ຂຶ້ນ. ເປັນກຽດເຂົ້າຮ່ວມໃນພິທີມີທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ໄຊຊະນະ ທອງຄຳຈັນ ຫົວຫນ້າອະນຸກຳມະການຕະຫລາດ ແລະ ສື່ມວນຊົນ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ກັນຍາ ແກ້ວມະນີ ເລເຂາທິການສະຫະພັນບານເຕະແຫ່ງຊາດລາວ, ທ່ານ ເວນ ແມັກອິນທ໊ອສ (Wayne McIntosh, Managing Director – Automotive, Sales) ຜູ້ບໍລິຫານຈັດການທົ່ວໄປ ບໍລິສັດ Lao Ford City ກໍ່ໄດ້ເຂົ້າມາຮ່ວມ. ນອກຈາກນັ້ນຍັງມີບັນດາແຂກ, ສື່ມວນຊົນ ແລະ ຕາງໜ້າຈາກສະໂມສອນ ກິລາບານເຕະ ກໍໄດ້ເຂົ້າມາຮ່ວມ. …
ໃນວັນທີ 17 ມິຖຸນາ 2022 ທີ່ຜ່ານມານີ້ທາງບໍລິສັດລາວ ຟອດຊີຕີ ທີ່ນອນຢູ່ໃນກຸມບໍລິສັດ RMAລາວ ເຊິ່ງເປັນບໍລິສັດ ໜຶ່ງທີ່ນຳເຂົ້າຜະລິດຕະພັນລົດຟອດ ,ລົດຟອດແມ່ນໄດ້ກຳເນີດມາຈາກມິຊີແກຣນ ສະຫະລັດອາເມຣິກາ ກໍ່ຕັ້ງໂດຍ ເຮນຣີ ຟອດ, ນັບຕັ້ງແຕ່ປີ1903 , ລົດໂມເດວ A ລຸ້ນແລກ ແລະ ອາເອັມເອລາວໃດ້ນຳເຂົ້າລົດຟອດນຳຕັ້ງແຕ່ປີ 2004, ຈົນຮອດປະຈຸບັນນີ້ ແລະ ໃນມື້ນີ້ວັນທີ17 ມິຖຸນາ ທີ່ຜ່ານມາທາງ ບໍລິສັດລາວຟອດໃດ້ເປັນສ່ວນໜຶ່ງໃນການຈັດງານສະເລີມສະຫລອງ ວັນຊາດຂອງເມລິກາໃນທຸກໆປີ ແລະ ໃນປີນີ້ແມ່ນໃດ້ຈັດທີ່ຮ້ານອາຫານຄາເເລັກເຕີ, ໃນງານດັ່ງກ່າວແມ່ນໃດ້ມີຜະລິດຕະພັນຫລາຍຜະລິດຕະພັນຈາກ ອາເມລິກາເຂົ້າຮ່ວມ ວາງສະແດງ, ຫນື່ງໃນນັ້ນກໍ່ແມ່ນລົດຟອດ.ບໍລິສັດລາວຟອດຊີຕີໃດ້ວາງສະແດງລົດ ຟອດ ແຣັບເຕີ ເອັກສ,ເອເວີເຣັດທ, ເອັສໂປເຣີ ແລະ ວາຍແທັກ ເອັກສ ແລະ ເພື່ອໃຫ້ງານດັ່ງກ່າວລະລຶກເຖິງຄວາມເປັນຟອດໃນແບບຄາດສິກ ທາງລາວຟອດຊີຕີໃດ້ເຊີນລູກຄ້າທີ່ມີລົດຄາດຊິກຂອງຟອດເຂົ້າຮ່ວມການວາງສະແດງ ແລະ ຂໍຂອບໃຈລູກຄ້າ ທ່ານ ວິລູນ ແສງດາລາ, ທ່ານ ສັນຕິສຸກ ລິດດາວົງ ແລະ …
ໃນຊ່ວງວັນທີ 11 ເມສາ 2022, ທິ່ຜ່ານມານີ້ທາງທີມງານບໍລິສັດລາວຟອດຊີຕີ ຮ່ວມກັບ ສາມາຄົມ ເດິອາຊ່າ ຟາວເດເຊິນ (The Asha Foundation) ໄດ້ມີການມອບເຄື່ອງຊ່ວຍເຫຼື່ອ ແລະ ແບ່ງປັນນໍ້າໃຈໃຫ້ແກ່ເດັກແລກເກີດທີ່ມີຄວາມຂາດແຄນທາງດ້ານເຄື່ອງນຸ່ງຫົ່ມ, ນົມ, ຖົງຜ້າ ແລະ ອຸປະກອນສຳລັບເດັກນ້ອຍຕ່າງໆ. ດັ່ງທີ່ເຮົາໄດ້ຮັບຂໍ້ມູນຈາກທາງສະມາຄົມ ເດິອາຊ່າ ຟາວເດເຊິນ (The Asha Foundation) ວ່າຍັງມີຫຼາຍຄອບຄົວທີ່ຕ້ອງການຄວາມຊ່ວຍເຫຼືອສຳລັບເດັກນ້ອຍເກີດໃໝ່, ເຊິ່ງການຊ່ວຍເຫຼືອຈາກທາງລາວຟອດຊີຕີໃນຄັ້ງນີ້ທາງເພວກຮົາກໍໄດ້ມອບໃຫ້ແກ່ຜູ້ປ່ວຍໂຮງໝໍ ມະໂຫສົດ, ໂຮງໝໍ ເດັກ, ເສດຖາທິລາດ ເປັນຈຳນນວນເງິນ 20,000,000 ກີບ. ຢ່າງໃດກໍຕາມທາງບໍລິສັດລາວຟອດຊີຕີຈະບໍ່ຢຸດໃຫ້ການຊ່ວຍເຫຼືອດີໆແບບນີ້ໃຫ້ແກ່ສັງຄົມ ແລະ ຍັງຈະສຶບຕໍ່ໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ຂາດເຂີນປັດໄຈຕ່າງໆ. ດັ່ງທີ່ຜ່ານມາທາງບໍລິສັດລາວຟອດຊີຕີພວກເຮົາກໍ່ໄດ້ມີການຊ່ວຍເຫຼືອແກ່ສັງຄົມມາຕະຫຼອດທາງບໍລິສັດ ລາວຟອດຊີຕີ ຂອງພວກເຮົາກໍ່ໄດ້ໃຫ້ການຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ, ໃນຫຼາຍປີທີ່ຜ່ານມາບໍລິສັດຟອດມໍເຕີຄອມປານີ ແລະ ບໍລິສັດລາວຟອດຊີຕີໄດ້ເລີ່ີມການມອບທຶນຊ່ວຍເຫຼືອນັບຕັ້ງແຕ່ປີ 2012 – 2022 ນີ້: ປີ 2012 ໄດ້ເຮັດໂຄງການປູກຜັກຂອງໂຮງຮຽນທົ່ວນະຄອນຫຼວງເຊິ່ງໄດ້ມອບທຶນ 20,000ໂດລາ ປີ 2013 …
Be the First Received Special Promotions