![](https://laofordcity.com/wp-content/uploads/2023/03/335255806_113417708338200_6080715921100727711_n-1024x682.jpg)
ລາວຟອດຊີຕີຈັດງານໃຫ່ຍ ທົດລອງຂັບທຸກແບບທາງໂຫດເຖິງ 7 ດ່ານ ເພື່ອເປັນການສາທິດທຸກການໃຊ້ງານຂອງອ໋ອບຊັນຕ່າງໆເຊັ່ນ: ລະບົບດີຟລ໋ອກ, ລະບົບຄວບຄຸມການຊົງຕົວ, ລະບົບລົງທາງລາດຊັນ ແລະ ລະບົບຊ່ວຍອອກຕົວໃນທາງລາດຊັນ, 6 ໂໝດການຂັບຂີ່ກັບຄວາມທ້າທາຍໃນ 7 ດ່ານ ທ່ານໃດໄດ້ໄປລອງຂັບມາແລ້ວ ບອກເປັນສຽງດຽວກັນເລີຍວ່າກິດຈະກຳໂຫດໆແບບນີ້ ມີແຕ່ຟອດເຮັດໄດ້ຄົນດຽວ ດ້ວຍຫົນທາງໂຫດທີ່ເຮົາຈັດໄວ້ໃຫ້ ແຕ່ທຸກທ່ານກໍ່ສາມາດຂັບຜ່ານມາໄດ້ ດ້ວຍສະມັດທະນະການຂັບຂີ່ ແລະ ອ໋ອບຊັນທີ່ມີມາໃຫ້ໃນລົດ ຟອດ ເນັກເຈເນີເຣຊັນໃໝ່ ທຸກລຸ່ນ. ເຊິ່ງພາຍໃນງານຂອງພວກເຮົາມີການແຈກ ເສື້ອ ແລະ ໝວກສຳລັບທ່ານທີ່ມາລົງທະບຽນ ພ້ອມຍັງມີອາຫານ ແລະ ເຄື່ອງດື່ມໄວ້ບໍລິການໃຫ້ລູກຄ້າທຸກທ່ານຢ່າງເຕັມທີ່. ພ້ອມກັນນັ້ນ, ທ່ານໃດທີ່ໄດ້ເຂົ້າຮ່ວມທົດລອງຂັບໃນງານນີ້ຍັງມີສິດລຸ້ນຮັບເຄື່ອງໃຊ້ໄຟຟ້າ ມູນຄ່າຫຼາຍກວ່າ 30 ລ້ານກີບ
ທັ້ງນີ້ທັ້ງນັ້ນ, ການທົດລອງຂັບລົດຟອດ ໃນທາງອ໋ອບໂຣດໃນຄັ້ງນີ້ເຮົາສັງເກດໄດ້ເລີຍວ່າຫຼາຍທ່ານສົນໃຈເຂົ້າຮ່ວມກິດຈະກຳນີ້ ຈາການເກັບກຳລາຍຊື່ລົງທະບຽນ ເຮົາສາມາດເກັບກຳໄດ້ຫຼາຍກວ່າ 850 ທ່ານທີ່ເຂົ້າຮ່ວມທົດລອງຂັບນຳພວກເຮົາ ແລະ ສຳລັບທ່ານໃດທີ່ຜ່ານທຸກດ່ານມາໄດ້ ທາງລາວຟອດຊີຕີຂອງພວກເຮົາກໍ່ໄດ້ມອບໃບຍັ້ງຍືນທຸກທ່ານທີ່ສຳເລັດການທົດລອງຂັບໃນຄັ້ງນີ້ອີກດ້ວຍ
![](https://laofordcity.com/wp-content/uploads/2023/03/335901412_1262861181244477_480021571094163953_n-1024x683.jpg)
![](https://laofordcity.com/wp-content/uploads/2023/03/336357708_683896180154375_962214661096375652_n-1024x683.jpg)
![](https://laofordcity.com/wp-content/uploads/2023/03/335437881_589965746388485_6183507078430296039_n-1024x683.jpg)
![](https://laofordcity.com/wp-content/uploads/2023/03/335259354_530520719162787_5466974636557751021_n-1024x683.jpg)
![](https://laofordcity.com/wp-content/uploads/2023/03/335225270_738489227947365_4163445879629645981_n-1024x682.jpg)