ໃນຊ່ວງວັນທີ 11 ເມສາ 2022, ທິ່ຜ່ານມານີ້ທາງທີມງານບໍລິສັດລາວຟອດຊີຕີ ຮ່ວມກັບ ສາມາຄົມ ເດິອາຊ່າ ຟາວເດເຊິນ (The Asha Foundation) ໄດ້ມີການມອບເຄື່ອງຊ່ວຍເຫຼື່ອ ແລະ ແບ່ງປັນນໍ້າໃຈໃຫ້ແກ່ເດັກແລກເກີດທີ່ມີຄວາມຂາດແຄນທາງດ້ານເຄື່ອງນຸ່ງຫົ່ມ, ນົມ, ຖົງຜ້າ ແລະ ອຸປະກອນສຳລັບເດັກນ້ອຍຕ່າງໆ. ດັ່ງທີ່ເຮົາໄດ້ຮັບຂໍ້ມູນຈາກທາງສະມາຄົມ ເດິອາຊ່າ ຟາວເດເຊິນ (The Asha Foundation) ວ່າຍັງມີຫຼາຍຄອບຄົວທີ່ຕ້ອງການຄວາມຊ່ວຍເຫຼືອສຳລັບເດັກນ້ອຍເກີດໃໝ່, ເຊິ່ງການຊ່ວຍເຫຼືອຈາກທາງລາວຟອດຊີຕີໃນຄັ້ງນີ້ທາງເພວກຮົາກໍໄດ້ມອບໃຫ້ແກ່ຜູ້ປ່ວຍໂຮງໝໍ ມະໂຫສົດ, ໂຮງໝໍ ເດັກ, ເສດຖາທິລາດ ເປັນຈຳນນວນເງິນ 20,000,000 ກີບ. ຢ່າງໃດກໍຕາມທາງບໍລິສັດລາວຟອດຊີຕີຈະບໍ່ຢຸດໃຫ້ການຊ່ວຍເຫຼືອດີໆແບບນີ້ໃຫ້ແກ່ສັງຄົມ ແລະ ຍັງຈະສຶບຕໍ່ໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ຂາດເຂີນປັດໄຈຕ່າງໆ. ດັ່ງທີ່ຜ່ານມາທາງບໍລິສັດລາວຟອດຊີຕີພວກເຮົາກໍ່ໄດ້ມີການຊ່ວຍເຫຼືອແກ່ສັງຄົມມາຕະຫຼອດທາງບໍລິສັດ ລາວຟອດຊີຕີ ຂອງພວກເຮົາກໍ່ໄດ້ໃຫ້ການຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ, ໃນຫຼາຍປີທີ່ຜ່ານມາບໍລິສັດຟອດມໍເຕີຄອມປານີ ແລະ ບໍລິສັດລາວຟອດຊີຕີໄດ້ເລີ່ີມການມອບທຶນຊ່ວຍເຫຼືອນັບຕັ້ງແຕ່ປີ 2012 – 2022 ນີ້: ປີ 2012 ໄດ້ເຮັດໂຄງການປູກຜັກຂອງໂຮງຮຽນທົ່ວນະຄອນຫຼວງເຊິ່ງໄດ້ມອບທຶນ 20,000ໂດລາ ປີ 2013 …
Read more