ໃນວັນທີ 16 ພຶດສະພາ 2024, ກຸ່ມບໍລິສັດ RMA Lao ໄດ້ຈັດງານລ້ຽງພົບປະສັງສັນ VIP InterCham Networking Night ໃຫ້ແກ່ນັກທຸລະກິດ, ເຈົ້າຂອງທຸລະກິດ, ອົງການ NGO, ຜູ້ປະກອບການ ແລະ ສະຖານທູດ ເພື່ອປຶກສາຫາລືກ່ຽວກັບການປັບຕົວ ເພື່ອແລກປ່ຽນຄວາມຄິດຄວາມເຫັນ ແລະ ຮັບມືກັບວິກິດການເສດຖະກິດ. ພ້ອມກັບການແລກປ່ຽນປະສົບການ, ໃນໂອກາດພິເສດນີ້, ພວກເຮົາຍັງໄດ້ມີໂອກາດເປີດເຜີຍແຜ່ໂຄງການທີ່ພົ້ນເດັ່ນຂອງພວກເຮົາໃນປີນີ້ອີກດ້ວຍ. ເຊິງບໍລິສັດ RMA Lao Group ເປັນບໍລິສັດທີ່ໃຫ້ບໍລິການຫຼາຍກວ່າການນໍາເຂົ້າລົດ Ford, Land Rover, ແລະ Mahindra ລວມທັງເຄື່ອງຈັກໜັກ ແລະ ການນໍາເຂົ້າອື່ນໆ. ພວກເຮົາຍັງໃຫ້ບໍລິການທາງດ້ານການເງິນ, ບໍລິການໃຫ້ເຊົ່າລົດ, ບໍລິການອາຫານ, ແລະບໍລິການກໍ່ສ້າງ ແລະ ສ້ອມແປງ. ເຊິງງານນີ້ໄດ້ເປີດໂອກາດໃຫ້ລູກຄ້າທີ່ເຂົ້າຮ່ວມທັງໝົດສາມາດເວົ້າ ແລະ ໂອ້ລົມເພື່ອຍົກລະດັບການດຳເນີນທຸລະກິດ ເພື່ອອໍານວຍຄວາມສະດວກໃນການແລກປ່ຽນຄວາມຄິດລະຫວ່າງເຈົ້າຂອງທຸລະກິດຊາວລາວທັງໝົດ, RMA Lao ໄດ້ຮັກສາຄວາມສຳພັນກັບ AustCham Lao ມາເປັນເວລາດົນນານ. …