ທຸກຮອຍຍີ້ມ ຄືຄວາມປະທັບໃຈຂອງພວກເຮົາ ກັບການແບ່ງປັນຄວາມສຸກໃຫ້ນ້ອງໆນັກຮຽນ ທີ່ໂຮງຮຽນປະຖົມສົມບູນ ບ້ານນາຂອບ ເມືອງ ເຟືອງ ແຂວງວຽງຈັນ. ໃນວັນທີ່ 18-19 ກຸມພາ, ບໍລິສັດ ລາວຟອດຊີຕີ ພ້ອມດ້ວຍຂະນະລູກຄ້າຜູ້ທີ່ຊົມໃຊ້ລົດຟອດ ເທີຣິທໍຣີ ໄດ້ຮ່ວມຕົວກັນຈັດງານຄາລາວານ ພາຍໃຕ້ສະໂລແກນທີ່ວ່າ “Ford Territory Make It Easy Drive” ເພື່ອການກຸສົນຊ່ວຍເຫຼືອນ້ອງນັກຮຽນທີ່ຂາດເຂີນອຸປະກອນການຮຽນ ແລະ ຮ່ວມກັນບູລະນະໂຮງຮຽນໃຫ້ໃໝ່ ເຊິ່ງໃນການເດີນທາງຄັ້ງນີ້ມີລົດເຂົ້າຮ່ວມທັງໝົດ 25 ຄັນ ລວມມູນຄ່າການບໍລິຈາກທັງໝົດ 120,000,000 ກີບ. ທັງນີ້ທັ້ງນັ້ນ, ການໄປຄາລາວານໃນຄັ້ງນີ້ພວກເຮົາຍັງໄດ້ສາທິດ ແລະ ແນະນຳການນຳໃຊ້ອ໋ອບຊັນລົດໃຫ້ຖືກວິທີ ເຊັ່ນ: ລະບົບ Auto Hold, ລະບົບຄວບຄຸມຄວາມໄວ, ລະບົບແລ່ນໃນເລນ, ໂໝດຂັບຂີ່ແບບສະປອດ ແລະ ແບບປະຢັດ ເຊິ່ງລະບົບເຫຼົ່ານີ້ຈະຊ່ວຍໃຫ້ຂັບຂີ່ສະດວກສະບາຍຂຶ້ນ ແລະ ປະຢັດນ້ຳມັນໃນການເດີນທາງ ສຸດທ້າຍນີ້ພວກເຮົາຕ້ອງຂໍຂອບໃຈມາຍັງລູກຄ້າທຸກທ່ານ ທີ່ຊ່ວຍເຮັດໃຫ້ມື້ນີ້ຂອງພວກເຮົາໃຫ້ສຳເລັດ ແລະ ມີນ້ຳໃຈທີ່ຢາກຈະຊ່ວຍເຫຼືອຮ່ວມກັນ. ສຳລັບລູກຄ້າທ່ານໃດທີ່ຢາກຈະຮ່ວມກິດຈະກຳເດີນທາງແບບນີ້ກັບພວກເຮົາ ຕິດຕາມເພສພວກເຮົາໄວ້ເລີຍ.
ນະຄອນຫຼວງວຽງຈັນ, ລາວ. ວັນທີ 25 ມັງກອນ 2023, ບໍລິສັດລາວຟອດຊິຕີ ໄດ້ຮຽນເຊີນ ທາງຄະນະເຊີດສິງໂຕ ຂອງສະມາຄົມຈີນມາເຊີດສິງໂຕເພື່ອສະເຫຼີມສະຫຼອງປີໃໝ່ຈີນ(ກຸດຈີນ) ເພື່ອອວຍພອນໄຊໃຫ້ເປັນສິຣິມຸງຄຸນໃນປີໃໝ່ຈີນໃນຄັ້ງນີ້ ແລະ ໃນຕອນບ່າຍຂອງມື້ດຽວກັນ ທາງລາວຟອດຊິຕີໃດ້ຈັດກຽມອາຫານ ແລະ ເຄື່ອງດື່ມເພື່ອຕ້ອນ ແລະ ຮັບປະທານອາຫານທ່ຽງກັບສະມາຄົມຈີນເພື່ອພົບປະ,ໂອ້ລົມ ໃນການເຊີນຂະນະເຊີດສິງໂຕໃນຄັ້ງນີ້ພວກເຮົາຍັງມີການສະໜັບສະໜູນເຄື່ອງນຸ່ງ ແລະ ລົດເພື່ອນຳໃຊ້ໃນການແຫ່ຂະບວນ 3 ລຸ້ນດ້ວຍກັນຄື: Transits 4X4 Conversion, Next-Gen Ranger XLT ແລະ Next-Gen Everest Trend ລວມມູນຄ່າທັງໝົດເປັນຈຳນວນເງິນ 25,000,000 ກີບ. ທ້າຍນີ້ ທາງບໍລິສັດ ລາວຟອດຊິຕີ້ ຂໍອວຍພອນໄຊໃຫ້ທຸກທ່ານ ສຸຂະພາບແຂງແຮງ, ປາຖະໜາສິ່ງໃດ ຂໍໃຫ້ໃດ້ສົມປາຖະໜາ ແລະມີຄວາມສຸກຕະຫຼອດປີ.
ໃນວັນທີ່ 24 ມັງກອນ 2023 ທີ່ຜ່ານມາ ສະຫະພັນແມ່ຍິງລາວ ຮ່ວມກັບ ສະມາຄົມແມ່ຍິງທຸລະກິດໃດ້ມີພິທີ່ເປີດງານ ເທດສະການອາຫານລາວ ທີ່”ແຄມຂອງ ເຈົ້າອານຸວົງ “ ເຊິ່ງພາຍໃນງານໃດ້ມີ ຜູ້ປະກອບການຫ້າງຮ້ານແລະຫົວໜ່ວຍທຸລະກິດຕ່າງໆໃດ້ເຂົ້າຮ່ວມ ເພື່ອສົ່ງເສີມ ການທ່ອງທ່ຽວ ລວມທັງການອະນຸລັກ ແລະ ສົ່ງເສີມວັດທະນະທຳ ຮີດຄອງປະເພນີຂອງອາຫານລາວ ທີ່ໄດ້ຕິດພັນກັບການທ່ອງທ່ຽວ ພາຍໄຕ້ຄຳຂວັນທີ່ວ່າ “ສົ່ງເສີມອາຫານລາວ ໃຫ້ໄດ້ການຍອມຮັບຈາກສາກົນ”. ງານໃນປີນີ້ ແມ່ນໃດ້ຈັດຂຶ້ນ 5 ມື້ຄື: ວັນທີ່ 24-28 ມັງກອນ 2023, ເລີ້ມແຕ່ເວລາ 9:00 ໂມງເຊົ້າ ຫາ 10:00 ຂອງທຸກໆມື້, ພາຍໃນງານ ມີທັງໝົດ 180 ບູດ, ເຊິ່ງລວມມີຮ້ານອາຫານລາວ,ອາຫານພື້ນເມືອງ,ອາຫານສາກົນ ແລະຜະລິດຕະພັນກະເສດ ຈຳນວນ 163 ບູດ ແລະ ຫັດຖະກຳ 18 ບູດ ,ໃນງານດັ່ງກ່າວ ຄາດວ່າຈະໄດ້ຮັບລາຍໄດ້ປະມານ 3-4 ຕື້ກີບ, …
ປາກເຊ ລາວ, ວັນທີ່ 6 ມັງກອນ 2023 ທີ່ຜ່ານມາ ລາວຟອດຊີຕີສາຂາປາກເຊ ໄດ້ມີການຈັດງານເປີດຕົວລົດຟອດລຸ່ນໃໝ່ທັງໝົດ 3 ລຸ່ນ ເຊິ່ງຈະມີລຸ່ນ Next-Gen Ranger Raptor, Next-Gen Ranger Wildtrak ແລະ Next-Gen Everest Titanium ພາຍໃນງານຍັງໄດ້ຮັບກຽດຂຶ້ນກ່າວຈາກທ່ານ ບົວລີ ເພັດສົງຄາມ ຄະນະປະຈຳພັກແຂວງ-ເລຂາພັກນະຄອນ-ເຈົ້າຄອງນະຄອນປາກເຊ ແລະ ທ່ານ ແດນນ໋ຽວ ມາເຊໂດ່ ຜູ້ຈັດການກຸ່ມຍານຍົນສາຂາ ປາກເຊ. ໃນການເປີດຕົວລົດຟອດລຸ່ນໃໝ່ໃນຄັ້ງນີ້ເຊິ່ງເປັນການເປີດຕົວທີ່ໃຫ່ຍທີ່ສຸດທີ່ເຄີຍມີມາ ແຕ່ເຖິ່ງຈະເປັນສາຂາກໍ່ຕາມທາງລາວຟອດຊີຕີເຮົາກໍ່ໃຫ້ຄວາມສຳຄັນເປັນຢ່າງຍີ່ງ ແລະ ພະຍາຍາມບໍລິການລູກຄ້າໃຫ້ດີທີ່ສຸດ.
ການນຳສະເໜີກ່ຽວກັບການໃຫ້ຄວາມຮູ້ໃນການນຳໃຊ້ລົດຢ່າງຖືກວິທີ,ນຳສະເໜີກ່ຽວກັບ ລະບົບຮັກສາຄວາມປອດໄພໃນການຂັບຂີ່ລົດ,ຄວາມສຳຄັນໃນການນຳໃຊ້ເຂັມຂັດນິລະໄພ,ນຳສະເໜີກ່ຽວກັບການບຳລຸງຮັກສາລົດດ້ວຍຕົວຂອງທ່ານເອງ ແລະ ນຳສະເໜີກ່ຽວ ກັບກຸ່ມບໍລິສັດອາເອັມເອ ເພື່ອໃຫ້ລູກຄ້າໄດ້ຮູ້ວ່າທຸລະກິດຂອງພວກແມ່ນຫຍັງ ນອກຈາກນີ້ເຮົາຍັງນຳສະເໜີກ່ຽວກັບການບໍລິການຂອງພວກເຮົາໃຫ້ລູກຄ້າໄດ້ຮັບຮູ້ ວ່າເຮົາມີທີມງານດ້ານບໍລິການທີ່ມີຄຸນນະພາບ ທີ່ຜ່ານການຝືກອົບຮົມມາເປັນຢ່າງດີເພື່ອບໍລິການລູກຄ້າທຸກທ່ານ ເພາະສະນັ້ນ ລູກຄ້າຂອງພວກເຮົາຈື່ງສາມາດໄວ້ວາງໃຈຫາກທຸກທ່ານສົ່ງລົດມາຮອດມືເຮົາ ພວກເຮົາໄດ້ຈັດງານນີ້ຂື້ນໃນວັນສຸກທີ່ຜ່ານມາ ທີ່ສູນ ບໍລິການຫຼັງການຂາຍ ລາວຟອດ ຊີຕີ ເຮົາມີອາຫານ ແລະ ເຄື່ອງດື່ມໄວ້ບໍລິການລູກຄ້າຕະຫຼອດງານ ແລະ ຍັງມີກິດຈະກຳອື່ນໆອີກຫຼາກຫຼາຍເຊັ່ນ: ເກມ ຖາມຕອບ ສຳລັບລູກຄ້າທ່ານໃດທີ່ຕ້ອງການຮູ້ຂໍ້ມູນເພີ່ມເຕີມ ຫຼື ມີຄຳຖາມ ສາມາດສອບຖາມ ເພື່ອຮັບຂອງລາງວັນຈາກພວກເຮົາ ຍັງບໍ່ໝົດພຽງເທົ່ານີ້ ເຮົາຍັງມີກິດຈະກຳສຳລັບເດັກນ້ອຍ ທີ່ເຂົ້າມາຮ່ວມພາຍໃນງານໃຫ້ໄດ້ຮ່ວມມ່ວນຊື່ນນຳກັນ ເປັນການແຕ້ມຮູບລະບາຍສີ ເພື່ອຮັບຂອງຂວັນເປັນກະເປົ໋າເປ້ ບໍ່ພຽງເທົ່ານັ້ນເຮົາຍັງມີການຈັບສະຫຼາກຮັບລາງວັນໃຫຍ່ສຳລັບລູກຄ້າທີ່ເຂົ້າມາຮ່ວມງານ ແລະ ໄດ້ຂຽນຄູປອງ.
ວຽງຈັນ, ລາວ, ລາວຟອດຊີຕີ ໄດ້ໃຫ້ການສະໜັບສະໜູນທີມ “ເຮັດໄດ້” ໂຄອງການປັ່ນລົດຖີບເພື່ອລະດົມເງິນທຶນທີ່ຈະເອົາໄປຊ່ວຍ ໂຮງໝໍເດັກ ເພື່ອນລາວ ໃນຫຼວງພະບາງ. ໂຮງໝໍເດັກ ເພື່ອນລາວ ແມ່ນໂຮງໝໍທີ່ບໍ່ສະແຫວງຜົນກຳໄລໃດໆ ເປັນໂຮງໝໍເດັກທີ່ບໍ່ເສຍຄ່າແຫ່ງດຽວໃນພາກພື້ນ ທີີ່ຂຶ້ນກັບຜູ້ໃຫ້ທຶນເອກະຊົນທີ່ຈະໃຫ້ບໍລິການໂດຍບໍ່ເສຍຄ່າຢ່າງເຊັ່ນພວກເຮົາແມ່ນຜູ້ທີ່ບໍລິຈາກເງິນທຶນໃຫ້ແກ່ໂຮງໝໍດ້ວຍຕົວເຮົາເອງ. ໂຄງການນີ້ຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອທຸກຄົນຊ່ວຍກັນລະດົມທຶນ. ແລະແນ່ນອນ, ບໍລິສັດ ລາວຟອດຊີຕີ ກໍໄດ້ເປັນສ່ວນໜຶ່ງຂອງໂຄງການນີ້ ໂດຍການໃຫ້ການສະໜັບສະໜູນລົດສອງຄັນພ້ອມຄົນຂັບໄປນຳເພື່ອຮອງຮັບທຸກການບາດເຈັບໃນເວລາເດີນທາງຕະຫຼອດເຖິງຈຸດໝາຍປາຍທາງ. ການເດີນທາງໃນຄັ້ງນີ້ແມ່ນໃຫ້ການເຂົ້າຮ່ວມຈາກນັກປັ່ນທັງໝົດ 25 ເຊິ່ງຈະເລີ່ມປັ່ນລົດຖີບໃນໄລຍະເກືອບ 400 ກິໂລແມັດ ຜ່ານແຂວງໄຊສົມບູນ ແລະ ແຂວງບໍລິຄຳໄຊ ລະຫວ່າງວັນທີ 1-4 ທັນວາ 2022.
ເປີດຕົວໄປແລ້ວກັບ Next-Gen Ranger Raptor ແລະ Everest Titanium ໃນຄ່ຳຄືນທີ່ 18 ພະຈິກ 2022 ລາວຟອດຊີຕີໄດ້ຈັດງານເປີດຕົວລົດໃໝ່ທີ່ໃຫ່ຍທີ່ສຸດໃນລາວ ເຊິ່ງໄດ້ໃຫ້ຄວາມສົນໃຈຈາກຜູ້ຄົນຫຼາຍກວ່າ 1,000 ຄົນ ເຂົ້າຮ່ວມງານໃນຄັ້ງນີ້ ພາຍໃນງານຄັ້ງນີ້ໄດ້ຮັບການເປັນກຽດຂຶ້ນກ່າວຈາກທ່ານ Wayne McIntosh the Managing Director-Automotive, ທ່ານ Simpson the Managing Director-Asia Pacific Distributor Markets ແລະ ທ່ານ Daniel O’Hara the Chief of Political and Economic Affairs. ສຳລັບລົດທີ່ໄດ້ເປີດຕົວໄປໃນງານນີ້ແມ່ນຈະມີ 2 ລຸ່ນຄື: ລຸ່ນທີ່ 1 ຈະເປັນ Next-Gen Ranger Raptor ທີ່ໃຊ້ເຄື່ອງຈັກແບບ 3.0 ລິດ Ecoboost V6 …
Vientiane Laos, ວັນທີ 1 – 2 ຕຸລາ 2022, ຫຼັງຈາກໄດ້ມີການເປີດໂຕລົດແລ້ວ, ກໍໄດ້ມີການທົດລອງ ຂັບລົດໃນມື້ຕໍ່ມາ, ລວມທັງມີກິດຈະກຳດີໆພາຍໃນງານບໍ່ວ່າຈະເປັນການສາທິດການໃນຄວາມຮູ້ເບື້ອງຕົ້ນຂອງການຂັບລົດຕາມທ້ອງຖະໜົນໃຫ້ຖືກວິທີ, ລວມທັງມີການຮຽນຮູ້ລະບົບຕ່າງໆຂອງ Next-Gen Ford Ranger and Next-Gen Ford Everest, ຫຼາຍຄົນກໍໃຫ້ຄວາມສົນໃຈຫຼາຍເປັນພິເສດກັບງານທົດລອງຂັບນີ້ມີຄົນເຂົ້າຮ່ວມເຖິງ 118, ແລະ ມີຍອດຈອງພາຍໃນງານເຖິງ 7ຄັນ, ສຳລັບງານນີ້ພວກເຮົາກໍ່ມີລົດໃຫ້ລູກຄ້າທົດລອງຂັບເຖິງ 12 ລຸ້ນດ້ວຍກັນໃນນັ້ນກໍມີລຸ້ນ Ranger XL, Ranger XLT 6MT, Ranger XLT 6AT, Ranger XLT 10AT, Ranger Wildtrak, Everest Trend 6AT and Everest Sport 6AT.
ນະຄອນຫຼວງວຽງຈັນ, ລາວ. ວັນທີ່ 30 ກັນຍາ 2022 ທີ່ຜ່ານມານີ້, ລາວຟອດຊີຕີຕົວແທນຜູ້ຈັດຈຳໜ່າຍຜະລິດຕະພັນລົດຟອດໜຶ່ງດຽວໃນລາວ ໄດ້ຈັດງານເປີດຕົວລົດໃໝ່ທີ່ໃຫ່ຍທີ່ສຸດໃນປະເທດລາວ ຫຼັງຈາກສິ້ນສຸດການລໍຄອຍຂອງການເປີດຂອງຟອດ ເຣນເຈີ ແລະ ເອເວີເຣດທ໌ ເຈນເນີເຣຊັນ ທີ່ປະເທດອ໋ອສເຕເລຍ ໃນຊ່ວງທີ່ຜ່ານມາ. ເຊິ່ງໃນງານດັ້ງກ່າວໄດ້ໃຫ້ກຽດເຂົ້າຮ່ວມງານຈາກທ່ານ ປີເຕີ ເຮມອນ ເອກອັກະລະສະທູດຂອງສະຫະຣັດອາເມຣິກາປະຈຳລາວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທ່ານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ. ໃນການມາຄັ້ງຍິ່ງໃຫ່ຍຂອງລົດຟອດໃນຄັ້ງນີ້ລວມມີລຸ່ນທັງໝົດ 4 ລຸ້ນ ຄື: Ford Everest Sport 4×2 6AT: ມາພ້ອມກັບເຄື່ອງຈັກ 2.0 ລິດ ເທີໂບດ່ຽວ ພ້ອມກັບລະບົບເກຍອັດຕະໂນມັດ 6 ສະປີດ, ທີ່ໃຫ້ກຳລັງແຮງມ້າສູງເຖິງ 170 ແຮງມ້າ ທີ່ 3,500 ຮອບຕໍ່ນາທີ ແລະ ແຮງບິດສູງສຸດ 405 ນິວຕັນແມັດ ທີ່ 1,750-2,500 …
ນະຄອນຫຼວງວຽງຈັນ, ລາວ. ໃນວັນທີ່ 30 ກັນຍາ 2022 ທີ່ຈະມາຮອດນີ້, ລາວຟອດຊີຕີຂໍຮຽນເຊີນທຸກທ່ານເຂົ້າຮ່ວມງານເປີດຕົວລົດໃໝ່ຂອງພວກເຮົາ ຫຼັງຈາກສິ້ນສຸດການລໍຄອຍຂອງການເປີດຂອງຟອດ ເຣນເຈີ ແລະ ເອເວີເຣດທ໌ ເຈນເນີເຣຊັນ ທີ່ປະເທດອ໋ອສເຕເລຍ ໃນຊ່ວງທີ່ຜ່ນາມາ ແລະ ໃນທີ່ສຸດການລໍຄອຍຂອງການເປີດຕົວໃໝ່ລົດຟອດ ເຣນເຈີ ແລະ ເອເວີເຣດທ໌ ເຈນເນີເຣຊັນໃໝ່ ກໍ່ເດີນທາງມາຮອດປະເທດລາວຂອງເຮົາແລ້ວ ກຽມພົບກັບການເປີດຕົວລົດຟອດ ເຣນເຈີ ແລະ ເອເວີເຣດທ໌ ເຈນເນີເຣຊັນໃໝ່ ທີ່ໃຫ່ຍທີ່ສຸດໃນປະເທດລາວ. ໃນການມາຄັ້ງຍິ່ງໃຫ່ຍຂອງລົດຟອດໃນຄັ້ງນີ້ລວມມີລຸ່ນ Next-Gen Ranger Wildtrak, Next-Gen Ranger XLT, Next-Gen Ranger XL ແລະ Next-Gen Everest Sport. ແລະ ພ້ອມກັນນັ້ນຍັງສາມາດມາສຳຜັດ ແລະ ທົດລອງຂັບ Next-Gen Everest ແລະ Ranger ໃນວັນທີ່ 1-2 ຕຸລານີ້. ໝາຍເຫດ: ລົງທະບຽນເຂົ້າຮ່ວມງານຟຮີ …
Be the First Received Special Promotions