ສື່ມວນຊົນ

ລາວຟອດຊີຕີສະໜັບສະໜູນທີມເຮັດໄດ້ເພື່ອຊ່ວຍເຫຼືອຊ້າງທີ່ແຂວງໄຊຍະບູລີ

ໃນວັນທີ່ 1 ຫາ 5 ທັນວາ 2021 ທີ່ຜ່ານມາ, ບໍລິສັດ ລາວຟອດຊີຕີ ໄດ້ບໍລິຈາກເງິນທຶນພ້ອມຍານພາຫະນະສອງຄັນເພື່ອຊ່ວຍເຫຼື່ອໃຫ້ທີມ ໄດ້ ເພື່ອເປັນລົດດູແລຮັກສາວາມສະດວກ ແລະ ປອດໄພ ໃນລະຫວ່າງການເດີນທາງ. ກ່ອນອື່ນໝົດ ພວກເຮົາໄດ້ເລີ່ມຈັດ ແລະ ກະກຽມເຄື່ອງຢ່າງຂື້ນລົດເຊີວິກຂອງເຮົາໃນວັນທີ່ 1 ທັນວາ ແລະ ໄດ້ເລີ່ມອອກເດີນທາງ ໃນການເດີນທາງຄັ້ງນີ້ ພວກເຮົາໄດ້ອອກເດີນທາງຈາກປະຕູໄຊ ໄປຫາ ວັງວຽງ ໂດຍໃຊ້ເສັ້ນທາງ ຈາກບ້ານເກີນ ໄປຫາຈຸດພັກທີ່ ວັງວຽງ. ແລ້ວໃນວັນທີ່ 3 ທັນວາ ພວກເຮົາໄດ້ເດີນທາງອອກຈາກວັງວຽງ ໄປຫາ ເມືອງຫີນເຫີບ ແລ້ວເດີນໜ້າໄປທີ່ ເມືອງເຟືອງ. ທີມ ໄດ້ ຄືທີມປັ່ນລົດຖີບເພື່ອການກຸສົນເຊິ່ງຈະໄດ້ຈັດຂື້ນໃນທຸກໆປີ ເພື່ອລະດົມທຶນຈາກຜູ້ສະໜັບສະໜຸນ ທີ່ໄດ້ຮັບການຄັດເລືອກຈາກທຸກອົງກອນໃນລາວ. ທີມໄດ້ ໄດ້ເລີ່ມໃຫ້ການລະດົມທຶນການກຸສົນຕັ້ງແຕ່ປີ 2008 ໃຫ້ແກ່ຜູ້ເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ, ຜູ້ເຄາະຮ້າຍຈາກການຄ້າມະນຸດ, ຊ່ວຍເດັກນ້ອຍໄຮ້ທີ່ພັກອາໄສ ແລະອື່ນໆ ແລະໃນປີນີ້ ທີມໄດ້ ຮ່ວມກັບ ບໍລິສັດ …

ສິ້ນສຸດການລໍຖ້າ ສຳລັບຟອດເຣນເຈີ ເຈເນເຣຊັ່ນໃໝ່

ຟອດເຣນເຈີ ເຈເນເຣຊັ່ນໃໝ່ ມາພ້ອມຄຸນສົມບັດຂັ້ນສູງ, ການເຊື່ອມຕໍ່ແບບອັດສະລິຍະ, ຄວາມສາມາດທີ່ເພີ່ມຂຶ້ນແລະຄວາມອະເນກປະສົງສຳລັບການເຮັດວຽກ, ການເປັນລົດຄອບຄົວຫຼືການເດີນທາງເພື່ອພັກຜ່ອນ. ສິ້ນສຸດການລໍຄອຍ ໃນທີ່ສຸດກໍ່ໄດ້ເປີດຕົວໄປແລ້ວ ຟອດເຣນເຈີ ເຈນເນີເຣຊັ່ນໃໝ່ ໃນວັນທີ່ 24 ພະຈິກ 2021 ທີ່ເມືອງ ເມລເບີນ, ອອສຕາລີ, – ຟອດ ໄດ້ປະກາດໃຫ້ໂລກຮັບຮູ້ເຖິງລົດກະບະລະດັບໂລກໂດຍການເປີດເຜີຍ ເຣນເຈີ ເຈນເນີເຣຊັ່ນໃໝ່ ທີ່ອັດສະລິຍະທີ່ສຸດ, ອະເນກປະສົງທີ່ສຸດ ແລະມີຄວາມສາມາດທີ່ສຸດເທົ່າທີ່ເຄີຍມີມາ – ເຊິ່ງການມາຂອງ ເຣນເຈີ ເຈນເນີເຣຊັ່ນໃໝ່ນີ້ ເພື່ອສ້າງລົດກະບະທີ່ເປັນທີ່ຕ້ອງການຫຼາຍຂຶ້ນໃຫ້ແກ່ລູກຄ້າ ແລະ ຕອບໂຈດກັບທຸກການໃຊ້ງານ. ເຊິ່ງຟອດເຣນເຈີ ເຈເນເຣຊັ່ນໃໝ່ ນີ້ພັດທະນາໂດຍທີມນັກພັດທະນາຜະລິດຕະພັນຂອງຟອດໃນອອສຕາລີ ທີມນັກອອກແບບແລະວິສະວະກອນນານາຊາດໄດ້ເຮັດວຽກຮ່ວມກັບທີມຕ່າງໆທົ່ວໂລກ ບໍ່ພຽງແຕ່ຮວມເອົາເຕັກໂນໂລຊີ ຄວາມສາມາດ ແລະ ຄວາມປອດໄພຂອງຟອດລຸ້ນໃໝ່ສຸດເທົ່ານັ້ນ ແຕ່ຍັງລວມເຖິງວິສະວະກຳ ແລະ ການທົດສອບເຣນເຈີຕາມມາດຕະຖານທີ່ເຂັ້ມງວດທີ່ສຸດຂອງຟອດ. ພາຍນອກ ເຣນເຈີ ເຈເນເຣຊັ່ນໃໝ່ ມີຮູບແບບທີ່ແຂງແຮງແລະ ດ້ວຍລັກສະນະພາຍນອກທີ່ໄດ້ຮັບການອອກແບບຈາກການອອກແບບລົດກະບະລະດັບໂລກຂອງຟອດ. ມີຮູບແບບທີ່ໂດດເດັ່ນດ້ວຍກະຈັງໜ້າແບບໃໝ່ ແລະ ໄຟໜ້າມາໃນແບບ c-clamp ອັນເປັນເອກະລັກທີ່ໂດດເດັ່ນ ຟອດ ເຣນເຈີ …

ຟອດລຸ້ນໂຊກໃຫ່ຍກາງປີ 2021

ວ້າວ!!! ແຕກແລ້ວ…ລາງວັນໃຫ່ຍລົດຕູ້ ຟອດ ທຣານຊິດ 🎉🎉🎉 ລາວຟອດຊີຕີ ຂໍຂອບໃຈລູກຄ້າທຸກຄົນທີ່ໄວ້ວາງໃຈ ແລະ ເຊື່ອໝັ້ນໃນລົດຟອດຂອງພວກເຮົາ ດັ່ງນັ້ນ, ເພື່ອຄືນກຳໄລໃຫ້ລູກຄ້າແບບຄູນ X2 ຟອດໄດ້ແຈກໂຊກໃຫ່ຍສອງຊັ້ນ ມູນຄ່າຫຼາຍກວ່າ 500 ລ້ານກີບ ໃນຄືນວັນທີ່ 28 ຕຸລາ 2021 ທີ່ສູນລາວຟອດຊີຕີ ນະຄອນຫຼວງວຽງຈັນໄດ້ຈັດພິທີຈັບສະຫຼາກເພື່ອລຸ້ນຫາຜູ້ໂຊກດີທີ່ຈະໄດ້ຮັບລາງວັນໃຫ່ຍ ເຊິ່ງເຮົາໄດ້ແຍກເປັນ ໂຊກຊັ້ນທີ່ 1 ລົດຟອດ ທຣານຊິດ ແຮັບປີ່ບັດ ເຊິ່ງມີລາຍຊື່ລູກຄ້າທັ້ງໝົດທີ່ອອກລົດຟອດຈຳນວນ 459 ຄົນ ແລະ ໂຊກຊັ້ນທີ່ 2 ແມ່ນ ລົດຈັກ 2 ຄັນ, ຕູ້ເຢັນ, ຈັກສັກຜ້າ ແລະ ເຄື່ອງໃຊ້ໄຟຟ້າ ລວມມູນຄ່າຫຼາຍກວ່າ 100 ລ້ານກີບ ເຊິ່ງມີລາຍຊື່ລູກຄ້າທັ້ງໝົດທີ່ເຂົ້າມາໃຊ້ບໍລິການຫຼັງການຂາຍຂອງພວກຈຳນວນ 1200 ຄົນ. ແລະສຸດທ້າຍເຮົາກໍ່ໄດ້ຜູ້ໂຊກດີທີ່ໄດ້ຮັບ ລົດຕູ້ ຟອດທຣານຊິດ ແຮັບປີ່ບັດ ຂອງເຮົາເປັບທີ່ຮຽບຮ້ອຍແລ້ວ ເຊິ່ງເປັນລູກຄ້າຈາກທາງສາຂາ ສະຫວັນນະເຂດ. …

ລາວຟອດຊີຕີ ມອບທຶນການຊ່ວຍເຫຼືອໃນໂຄງການ “ວຽງຈັນສີຂຽວ”

ໃນວັນທີ່ 9 ກັນຍາ ທີ່ຜ່ານມາ ລາວຟອດ ຊີຕີ ວຽງຈັນ ໄດ້ຈັດພິທີມອບທືນຊ່ວຍເຫຼື່ອໃຫ້ແກ່ອົງການ ວຽງຈັນສີຂຽວ ໃນຈຳນວນເງີນ $5,000 ເຊິ່ງໃນແຕ່ລະປີທີ່ຜ່ານມານັ້ນ ທາງບໍລິສັດ ລາວຟອດຊີຕີ ຂອງພວກເຮົາກໍ່ໄດ້ໄດ້ໃຫ້ການຊ່ວຍເຫຼື່ອຍູ້ມາໂດຍຕະຫຼອດ ຍ້ອນວ່າພວກເຮົາເອົາໃຈໃສ່ ໃນການຮັກສາສິ່ງແວດລ້ອມໃຫ້ສະອາດ ແລະ ລົນນະລົງທຸກຄົນຮ່ວມກັນຮັກສາພາວາໂລກຮ້ອນໄປດ້ວຍກັນ ໃນປີທີ່ຜ່ານມາບໍລິສັດຟອດມໍເຕີຄອມປານີ ແລະ ບໍລິສັດລາວຟອດຊີຕີໄດ້ເລີ່ີມການມອບທຶນຊ່ວຍເຫຼືອນັບຕັ້ງແຕ່ປີ 2012 – 2019 ນີ້ເຊິ່ງ ປີ 2012 ໄດ້ເຮັດໂຄງການປູກຜັກຂອງໂຮງຮຽນທົ່ວນະຄອນຫຼວງເຊິ່ງໄດ້ມອບທຶນ 20,000ໂດລາ ປີ 2013 ໄດ້ມອບທຶນສ້າງໂຮງຮຽນບ້ານຊໍ້ ຈຳນວນ 20,000 ໂດລາ ປີ 2014 ໄດ້ມອບທຶນໃຫ້ແກ່ອົງການ LIRE ເພື່ອຝຶກອົບຮົບໜ່ວຍກູ້ໄພ້ 1623 ມູນຄ່າ 20,00 ໂດລາ ປີ 2015 ໄດ້ມອບທຶນການສຶກສາ ໃຫ້ແກ່ໂຮງຮຽນ LANITH ມູນຄ່າ 20,000 ໂດລາ ປີ 2016 …

ລາວຟອດຊີຕີແບ່ງປັນນໍ້າໃຈໃຫ້ຕຳຫຼວດ ແລະ ທະຫານ

ເນື່ອງຈາກການກັບມາຂອງພະຍາດໂຄວິດ Covid19 ໃນຮອບນີ້ແມ່ນມາແຮງກວ່າຮອບທໍາອິດ, ຈາກຕົວເລກການເພີ່ມຂຶ້ນຂອງຜູ້ຕິດເຊື້ອໃນແຕ່ລະມື້. ເຊິ່ງທາງລາວຟອດຊີຕີ ກໍ່ບໍ່ໃດ້ນິງນອນໃຈ ພວກເຮົໃດ້ຈັດກິດຈະກຳຄືນປະໂຫຍດສູ່ສັງຄົມ ໂດຍການສະໜັບສະໜູນເຄື່ອງບໍລິໂພກ ອາຫານ ແລະ ເຄື່ອງດື່ມ ລວມທັງພາຫະນະໃນການຂົນສົ່ງໃຫ້ກັບໜ່ວຍງານສະເພາະກິດ ອ້າຍເອື້ອຍນ້ອງທະຫານ ແລະ ຕຳຫຼວດ ທີ່ເປັນດ່ານໜ້າໃນການເບິ່ງແຍ່ງປະຊາຊົນ ທຸກຈຸດໃນຕົວເມືອງນະຄອນຫຼວງວຽງຈັນ. ບໍລິສັດລາວຟອດຊີຕີຂອງພວກເຮົາ ຊາບຊຶ້ງໃຈເປັນຢ່າງຍິ່ງທີ່ມີເຈົ້າໜ້າທີ່ປະຕິບັດວຽກງານ ເປັນດ່ານໜ້າ ທີ່ຊ່ວຍເຫຼືອປະຊາຊົນລາວຢ່າງທີ່ບໍ່ອິດເມື່ອຍ.

ລາວຟອດຊີຕີໃຫ້ການຊ່ວຍເຫຼືອແກ່ໂຮງໝໍ

ເຊື້ອພະຍາດCovid19 ໃນປີທີ່ຜ່ານມາພະຍາດດັ່ງກ່າວໃດ້ພາກຊີວິດຄົນເປັນຈໍານວນຫຼາຍໃນທົ່ວໂລກ, ໃດ້ເຮັດໃຫ້ FORD ເລັ່ງເຫັນຄວາມສຳຄັນທີ່ຈະພັດທະນາລົດ Ambulanceໃຫ້ແທດເໝາະກັບຄວາມຕ້ອງການຂອງແພດໝໍ ທີ່ນໍາໃຊ້ເຂົ້າໃນການຢ້ຳຢັ້ງເຊື້ອພະຍາດ Covid19. ຈຸດພິເສດຂອງລົດ ຟອດ ອຳບູລັນຄັນນີ້ແມ່ນ: ມີລະບົບຟອກອາກາດພາຍໃນໃຫ້ເປັນຄວາມດັນລົມ ເຮັດໃຫ້ອາກາດພາຍໃນບໍ່ໝູນວຽນອອກມານອກ ເພື່ອລຸດຜ່ອນການກະຈາຍເຊື້ອໄວຣັດ Covid19 ໃນເວລາຂົນສົ່ງຄົນເຈັບໂຄວິດ ເຮັດໃຫ້ປອດໄພທັງຄົນຢູ່ພາຍໃນ ແລະ ພາຍນອກ. ແລະ ພາຍໃນຕົວລົດຍັງມີອຸປະການການແພດອື່ນໆ. ໃນມື້ ລາວຟອດຊີຕີ ຂໍເປັນສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມ ດ້ວຍການສະໜັບສະໜູນລົດ FORD Ambulance ແລະ ລົດກະບະ FORD Ranger ພ້ອມກັບເຄື່ອງບໍລິໂພກ ອາຫານ ແລະ ເຄື່ອງດື່ມໃຫ້ກັບໂຮງໝໍ 150ຕຽງ ເພື່ອໃຫ້ພວກເຮົາໃດ້ຜ່ານພົ້ນວິກິດນີ້ໄປພ້ອມໆກັນ.

ລົງທະບຽນເພື່ອຮັບສ່ວນຫຼຸດ