ການນຳສະເໜີລົດຟອດເທຣິທໍຣີ ແລະ ງານການບຳລຸງຮັກສາລົດດ້ວຍຕົວທ່ານເອງ

ສະຫວັນນະເຂດ ລາວ, 27 ພຶດສະພາ ລາວຟອດຊີຕີສາຂາສະຫວັນນະເຂດ ພູມໃຈນຳສະເໜີລົົົດຟອດ ເທຣິທໍຣີ ເຈເນີເຣຊັນໃໝ່ ໃຫ້ກັບລູກຄ້າທາງສາຂາສະຫວັນນະເຂດໄດ້ສຳຜັດກັບສຸດຍອດລົດ SUV 5 ບ່ອນນັ່ງທີ່ມາພ້ອມກັບຄວາມຫຼູຫຼາ, ທັນສະໄໝ ກັບການອອກແບບທີ່ລົງຕົວ ພ້ອມເພີ່ມຂະຫຍາຍຖານລໍ້ ແລະ ຄວາມສູງໃຫ້ທ່ານເດີນທາງໄດ້ໄກຍິ່ງຂຶ້ນ ມາພ້ອມກັບເຄື່ອງຈັກ 1,5ລິດ ໃຫ້ແຮງມ້າສູງເຖິງ 163ແຮງມ້າ ແລະ ແຮງບິດທີ່ 250 ນີວຕັນແມັດ ຈັບຄູ່ກັບເກຍ 7 ສະປີດ ທີ່ໃຫ້ອາລົມການຂັບຂີ່ທີ່ນຸ່ມນວນ ແລະ ໄຮ້ຮອຍຕໍ່ ແລະ ຍັງມາດ້ວຍອ໋ອບຊັນ ແລະ ຄວາມປອດໄພທ່ີ່ຄົບຄັນເຊັ່ນ: ລະບົບການເຕືອນການຕຳ ພ້ອມເບຣກສຸກເສີນທາງດ້ານໜ້າ (Pre-collision with auto braking), ລະບົບຄວບຄຸມຄວາມໄວແບບແປຜັນ (Adaptive Cruise Control with Stop&Go) ຊ່ວຍໃຫ້ທ່ານເດີນທາງໄກໄດ້ງ່າຍຂຶ້ນ ແລະ ບໍ່ເມື່ຶອຍ, ລະບົບຖອຍຈອດແບບອັດຕະໂນມັດ (Active Parking Assist) ເຂົ້າໄດ້ທັງແບບຄູ່ຂະໜານ ແລະ ແບບຊອງ, ເຊັນເຊີຮອບຄັນ (Around Body Sensor) ພ້ອມກັນນັ້ນຍັງໃຫ້ທ່ານໄດ້ສຳຜັດກັບການອອກແບບພາຍໃນທີ່ຫຼູຫຼາ ໃຫ້ອາລົມກັບການຂັບຂີ່ທີ່ດີທີ່ສຸດ ພ້ອມໃຫ້ທ່ານເປີດຮັບປະສົບການໃໝ່ດ້ວຍຫຼັງຄາ Panoramic Moonroof, ຫ້ອງໂດຍສານທີ່ກວ້າງຂຶ້ນ ຄວບຄູ່ໄປກັບໜ້າຈໍສະແດງຜົນແບບດີຈິຕໍ ພ້ອມພາທ່ານເຂົ້າສູ່ຍຸກໃໝ່ໄດ້ເຕັມຕົວ

ໃນຂະນະດຽວກັນນັ້ນ, ທາງລາວຟອດຊີຕີຍັງຄຳນືງເຖິງຄວາມປອດໄພ ແລະ ການຮັກສາລົດຂອງທ່ານໃຫ້ຖືກວິທີ ພວກເຮົາຈີ່ງໄດ້ຖືໂອກາດຮ່ວມນຳສະເໜີການບຳລຸງຮັກສາດ້ວຍຕົວທ່ານເອງ ເພື່ອເປັນການໃຫ້ຄວາມຮູ້ ແກ່ຜູ້ທີ່ຊົມລົດແຕ່ລະທ່ານເຂົ້າໃຈເຖິງຄວາມປອດໄພ ແລະ ການນຳໃຊ້ລົດຂອງທ່ານໃຫ້ຖືກຕ້ອງ ແລະ ຖືກວິທີ  

ສຸດທ້າຍນີ້ພວກເຮົາລາວຟອດຊີຕີຂໍຂອບໃຈບັນດາລູກຄ້າ 300ກວ່າທ່ານ ທີ່ໃຫ້ຄວາມສົນໃຈ ແລະ ໃສ່ໃຈໃນການບຳລຸງຮັກສາລົດຂອງທ່ານ ຈີ່ງເສຍສະຫຼະເວລາຂອງທ່ານເຂົ້າມາຮ່ວມງານກັບພວກເຮົາໃນມື້ນີ້ ພວກເຮົາຫວັງວ່າທຸກທ່ານຮັບຮູ້ ແລະ ນຳໄປໃຊ້ຢ່າງຖືກຕ້ອງ ຫຼື ນຳສະເໜີຜະລິດຕະພັນລົດຟອດໃຫ້ຄົນທີ່ທ່ານຮັກເລືອກມາເປັນຄອບຄົວດຽວກັນກັບພວກເຮົາ.

ກະລຸນາຕິດຕາມເພສ Lao Ford City Savannakhet ເພື່ອຂ່າວສານ ແລະ ການຈັດງານສຳລັບງານຕໍ່ໄປ

ລົງທະບຽນເພື່ອຮັບສ່ວນຫຼຸດ