ຟອດ ສະໜັບສະໜູນ ໂຄງການ ປ້ອງກັນໄຟໄໝ້ – ນ້ຳຮ້ອນລວກ

ໃນວັນທີ່ 4 ພະຈິກ ທີ່ຜ່ານມາth ລາວຟອດຊີຕີ ຮູ້ສຶກຍິນດີທີ່ມີຕົວແທນຜູ້ຊົງກຽດຈາກ ອົງການ Lao International Support Group ໂດຍປະກອບມີ ທ່ານນາງ ມາໂນລານ ດາລາວັງ, ທ່ານນາງ ປະທຸມພອນ ເພັດສະວົງ, ທ່ານນາງ ຈຳປາທອງ ທະລົງແສງຈັນ ເຂົ້າເຮົາມອບທືນຊ່ວຍເຫລືອໂຄງການ ປ້ອງກັນໄຟໄໝ້ ແລະ ນ້ຳຮ້ອນລວກ.

ລາວຟອດຊີຕີ ຕະໜັກເຖິງຜົນງານອັນຍິ່ງໃຫຍ່ຂອງອົງການ Lao International Support Group ທີ່ໄດ້ສະໜັບສະໜູນໂຄງການ Interplast Programs, ໂດຍການຮ່ວມມືຮ່ວມໃຈ ຕໍ່ຕ້ານ ການຖືກໄຟໄໝ້ ແລະ ນຳ້ຮ້ອນລວກ.

ຈາກຜົນງານອັນດີຂອງອົງການທີ່ໄດ້ຊີ້ໃຫ້ເຫັນສາເຫດຂອງການ ຖືກ ໄຟໄໝ້ ແລະ ນຳ້ຮ້ອນລວກ. ໂດຍການຊີ້ໃຫ້ເຫັນສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຫລັງຈາກຖືກໄຟໄໝ້ ແລະ ນ້ຳຮ້ອນລວກ, ແລະການຊ່ວຍເຫລືອ ຜູ້ປະສົບໄພໃຫ້ສາມາດເຂົ້າເຖິງຂໍ້ມູນທາງການແພດ ແລະ ການຮັກສາທີ່ຖືກຕ້ອງ.

ຜ່ານຜົນງານອັນງົດງາມຂອງ ອົງການ Lao International Support Group ກິດຈະກຳຂອງອົງການໄດ້ຊ່ວຍໃຫ້ຊີວິດຂອງເດັກນ້ອຍປອດໄພຍິ່ງຂື້ນໃນບ້ານຂອງພວກເຂົາ. ຜູ້ຈັດການໃຫຍ່ ທ່ານ ເວນ ແມ໋ກອິນທອສ ໄດ້ກ່າວວ່າ ລາວຟອດຊີຕີ ມີຄວາມຍິນດີທີ່ໄດ້ຮ່ວມມື້ກັບ ອົງການ Lao International Support Group ເພື່ອຊ່ວຍເຫລືອ ຄົນລາວ.

ລົງທະບຽນເພື່ອຮັບສ່ວນຫຼຸດ