ຟອດ ແຣນເຈີ ແຣັບເຕີ ແຈ້ງເກີດໃນສະໜາມ ເອເຊຍ ຄຣອດ ຄັນທີ ເເຣລີ 2023

ກຸງເທບມະຫານະຄອນ ປະເທດໄທ 9 ສິງຫາ 2023 – ຟອດປະເທດໄທ ປະກາດຮ່ວມມືກັບ ຟິວລິກ ອິນໂນເວຊັນ ມໍເຕີ ທີມແຂ່ງສຸດຍິ່ງໃຫຍ່ໃນວົງການມໍເຕີສະປອດໄທ ສົ່ງ ຟອດ ເຣນເຈີ ແຣັບເຕີ ເຈເນີເຣຊັນໃໝ່ ໃນການລົງສະໜາມເອເຊຍ ຄຣອດ ຄັນທີ ເເຣລີ 2023 (Asia Cross Country Rally – AXCR) 2023 ຫຼັງຈາກທີ່ຟອດໄດ້ຮັບໄຊຊະນະຈາກການແຂ່ງຂັນ 2022 SCORE-International Baja 1000 ແລະ ຊິງຕຳແໜ່ງແຊ້ມຄາດໂຊລູມ 2023 Finke Desert Race ໃນບໍ່ເທົ່າໃດເດືອນທີ່ຜ່ານມາ ໂດຍ ຟອດ ເຣນເຈີ ແຣັບເຕີ ເຈເນີເຣຊັນໃໝ່ ທີ່ໄດ້ຮັບສາຍາຈາກແຟນໆ ຊາວໄທວ່າເປັນລຸ່ນທີ່ ດຸດັນບໍ່ເກັງໃຈໃຜ ຈະພ້ອມລຸຍໃນສະໜາມການແຂ່ງຂັນທີ່ທ້າທາຍກ່ວາ 2,000 ກິໂລແມັດ ຈາກເມືອງພັດທະຍາ ປະເທດໄທ ໄປຈົນເຖິງປາກເຊ ປະເທດລາວ ຕັ້ງແຕ່ວັນທີ  13 – 19 ສິງຫາ 2023

ທີມ ຟິວລິກອິນໂນເວຊັນ ມໍເຕີສະປອດ ນຳໂດຍ ໄມເຄິນ ຟຣີແມນ ໄດ້ສະສົມປະສົບການ ການແຂ່ງຂັນທາງລຽບມາຍາວນານ ໂດຍໄດ້ຮັບລາງວັນຊະນະເລີດປະເພດທີມຫຼາຍກ່ວາ 10 ລາງວັນ ຕັ້ງແຕ່ປີ 2012, ສຳລັບໃນປີ 2023 ນີ້ ຟອດປະເທດໄທສະໜັບສະໜູນທີມແຂ່ງດ້ວຍການສົ່ງລົດກະບະສະມັດຖະນະສູງ ຟອດ ເຣນເຈີ ແຣັບເຕີ ພ້ອມດ້ວຍອາໄຫຼ່ເສີມສຳລັບການແຂ່ງຂັນໃຫ້ທີມພັດທະນາລົດ ນັບເປັນຄັ້ງແລກທີ່ ຟອດ ແຣນເຈີ ແຣັບເຕີ ໄດ້ລົງສະໜາມ ການແຂ່ງຂັນ ເອເຊຍ ຄຣອດ ຄັນທີ ໃນປະເທດໄທ ໂດຍອາໄສຄວາມຊ່ຽວຊານດ້ານການປັບແຕ່ງຂອງທີມ ປະສານກັບສະມັດຖະນະເໜືອຊັ້ນສຳລັບຄໍອ໋ອບໂຣດໂຕຈິງຂອງຟອດ ແຣນເຈີ ແຣັບເຕີ

ໄມເຄິນເຄີຍໄດ້ຮັບໄຊຊະນະມາຫຼາຍເທື່ອໃນຖານະຜູ້ອຳນວຍການທີມທີ່ມີປະສົບການການແຂ່ງຂັນຫຼາຍກ່ວາ 30 ປີ ລວມເຖິງໄຊຊະນະຄັ້ງລ່າສຸດໃນປີ 2018 ດ້ວຍການແຂ່ງຂັນໃນລຸ່ນ TA2 ໂດຍລົດຟອດ ມັສແຕງ ໝາຍເລກ 55 ເຊິ່ງໃນຄັ້ງນີ້ ທ່ານ ໄມເຄິນຈະໃຊ້ຟອດ ເຣນເຈີ ແຣັບເຕີ ເຈເນີເຣຊັນໃໝ່ ໝາຍເລກ124 ລົງສະໜາມແຂ່ງຂັນ AXCR 2023 ພ້ອມດ້ວຍ ທ່ານ ໄຊຍາ ຊົມມາລີ ຜູ້ນຳທາງມືອາຊີບທີ່ມີປະສົບການໃນວົງການແຂ່ງລົດ ແຣລີມາຫຼາຍກ່ວາ 40 ປີ

“ຂ້ອຍຮູ້ສຶກເປັນກຽດ ແລະ ຕື່ນເຕັ້ນຢ່າງຍິ່ງທີ່ຈະໄດ້ລົງແຂ່ງໃນສະໜາມນີ້ ເພາະເປັນການແຂ່ງລົດ ແບບຄຼອດຄັນທີຄັ້ງທຳອິດຂອງຂ້ອຍ ການທີ່ໄດ້ເຂົ້າຮ່ວມການແຂ່ງຂັນປະເພດນີ້ເປັນຄວາມຝັນຂອງຂ້ອຍມາດົນແລ້ວ ນັບວ່າເປັນໂອກາດອັນດີໃນການຮ່ວມມືກັບຜູ້ສະໜັບສະໜູນຟອດ ປະເທດໄທໃນປີນີ້ ຈາກການຝຶກຊ້ອມເຮົາຈະເຫັນໄດ້ວ່າການແຂ່ງຂັນໃນຄັ້ງນີ້ມີຄວາມທ້າທາຍທາງຈິດໃຈຫຼາຍກ່ວາການແຂ່ງຂັນໃນສະໜາມທາງລຽບຫຼາຍ ເນື່ອງຈາກນັກແຂ່ງຈຳເປັນຕ້ອງໄດ້ໃຊ້ປະສາດສຳຜັດທັງໝົດໃນການເອົາຊະນະການແຂ່ງຂັນ ເປົ້າໝາຍຂອງເຮົາໃນເທື່ອນີ້ຄືການເກັບກ່ຽວປະສົບການໃຫ້ໄດ້ຫຼາຍທີ່ສຸດ ແລະ ເຂົ້າເສັ້ນໄຊຢ່າງສົມບູນແບບໂດຍບໍ່ມີຂໍ້ຜິດພາດ” ໄມເຄິນ ຟຣີແມນ.

ຟອດ ເຣນເຈີ ແຣັບເຕີ ເຈເນນີເຣຊັນໃໝ່ ໝາຍເລກ124 ລົງແຂ່ງໃນກຸ່ມ ທີທູເອ ຫຼື ໂປຣດັກຊັນ ເອເຊຍ ເຊິ່ງເປັນປະເພດທີ່ຈັດໄວ້ສຳລັບລົດທີຜະລິດຈາກໂຮງງານໃນເອເຊຍທີ່ໃຊ້ເຄື່ອງຈັກ ແລະ ຊິ້ນສ່ວນຈາກໂຮງງານປັບແຕ່ງເພີ່ມຕາມກົດກະຕິກາຂອງການແຂ່ງຂັນໃຫ້ມີອຸປະກອນປອດໄພເທິງເບາະທີ່ນັ່ງຄົນຂັບ ແລະ ໂລບາ ທີມແຂ່ງໄດ້ປ່ຽນລໍ້ ແລະ ຢາງ BF Goodrich ໃໝ່ໃຫ້ເໝາະກັບສະພາບພື້ນທີ່ອ໋ອບໂຣດ ຕິດບັງຕົມ ແລະ ແຜ່ນໂລຫະກັນກະແທກກ້ອງທ້ອງໂຕລົດ ໄປຈົນເຖິງການບັນທຸກຢາງສຳຮອງ ແລະ ກວ້ານສຳລັບດຶງລາກໄວ້ໃນກະບະທ້າຍ ເສີມຄວາມດຸດັນຂອງພາຍນອກສີສົ້ມໂຄສ ອໍເລັ້ນ ດ້ວຍສະຕິກເກີ້ທີ່ສະທ້ອນດີເອັນເອ ຂອງຟອດເພີຟໍມານ ແລະ ການຮ່ວມມືອັນແຂງແກ່ງລະຫວ່າງທີມ ນອກຈາກນີ້ ທີມແຂ່ງຂັນຍັງໃຊ້ໂຊກອັບເດີມຂອງ FOXTM ທີ່ໄດ້ຮັບການຍົກລະດັບໃຫ້ພ້ອມສຳລັບການແຂ່ງ ແລະ ເຄື່ອງຈັກ ດີເຊວ 2.0ລິດເດີມ ອວດສັກກະຍະພາບຂອງ ຟອດ ເຣນເຈີ ແຣັບເຕີ ໃນຖານະລົດກະບະທີ່ຜະລິດມາ ເພື່ອການລົງສະໜາມອ໋ອບໂຣດ

“ຟອດມີຄວາມຕື່ນເຕັ້ນທີ່ໄດ້ຮ່ວມມືກັບທີມແຂ່ງຂັນໃນຄັ້ງນີ້ ແລະ ຍັງມີໂອກາດໄດ້ກ້າວເຂົ້າສູ່ວົງການ ມໍເຕີສະປອດໄປອີກຂັ້ນໃນການແຂ່ງຂັນທີມີຄວາມທ້າທາຍຫຼາຍຂຶ້ນກ່ວາເກົ່າ ເຊິ່ງຈະເປັນເຄື່ອງພິສູດສະມັດຖະນະຂອງຟອດ ເຣນເຈີ ແຣັບເຕີ ແລະ ຄວາມສາມາດຂອງທີມ ເພື່ອໃຫ້ແຟນໆ ມໍເຕີສະປອດ ໄດ້າສຳພັດເຖິງ ຄວາມດຸດັນ ທ່ານ ລັດທະການ ຈູທະເສນ ກຳມະການຜູ້ຈັດການ ຟອດປະເທດໄທກ່າວ

ການແຂ່ງຂັນເອເຊຍ ຄຣອດ ຄັນທີ ເເຣລີ ນັບເປັນການແຂ່ງຂັນເເຣລີ ທີ່ໃຫຍ່ທີ່ສຸດໃນເອເຊຍ ຈັດໂດຍສະຫະພັນລົດຍົນລະຫວ່າງປະເທດ (Fédération Internationale de l’Automobile – FIA) ລາດຊະຍານຍົນສະທາຄົມແຫ່ງປະເທດໄທພະບາລົມຣາຊູປະຖຳ (ຣ.ຍ.ສ.ທ.) ແລະ ສະມາຄົມກິລາລົດຈັກ 360 ອົງສາ ດ້ວຍຄວາມມຸ່ງໝັ້ນໃຫ້ເປັນສຸດຍອດສຶກທົດສອບສະມັດຖະນະລົດອ໋ອບໂຣດ ຜູ້ເຂົ້າແຂ່ງຂັນຈະຕ້ອງພະເຊີນກັບການແຂ່ງຂັນທາງລຽບ ແລະ ພື້ນທີ່ສົມບຸກສົມບັນ ບໍ່ວ່າຈະເປັນເນີນສູງຊັນ, ແອ່ງນ້ຳ, ພື້ນຊາຍ ທາງໄຮ່ນາ ໄປຈົນຮອດທາງລາດຢາງ ແລະ ຍັງຕ້ອງວັດໃຈກັບສະພາບອາກາດອັນແປປວນໃນແຕ່ລະພື້ນທີ່ຂອງທະວີບເອເຊຍ ເຊິ່ງຈະພິສູດທັກສະຂັບຂີ່ຂອງນັກແຂ່ງ ການປັບແຕ່ງເຄື່ອງຈັກຂອງວິສະວະກອນ ໄປຈົນເຖິງສະມັດຖະນະຂອງລົດແຂ່ງ.

ລົງທະບຽນເພື່ອຮັບສ່ວນຫຼຸດ