ລາງວັນຜູ້ນຳລົດກະບະເຕັກໂນໂລຢີແຫ່ງປີ 2021

ໃນທຸກມື້ຜູ້ຊື້ທຸກຄົນທີ່ອອກລົດໃໝ່ກໍ່ຫວັງທີ່ຢາກໄດ້ລົດທີ່ຂັບມ່ວນ, ຂັບງ່າຍ ເຂົ້າກັບບຸກຄະລິກຂອງຕົວເອງຫຼາຍກວ່າການໃຊ້ງານ ແຕ່ແນ່ນອນເລີຍວ່າລົດກະບະຍັງຄົງເປັນຕົວເລືອກນັ້ນສະເໝີສຳລັບຫຼາຍຄົນໆ ແລະ ຍັງເປັນທີ່ເຂົ້າໃຈກັນວ່າຜູ້ຊົມໃຊ້ອີກຫຼາກຫຼາຍທີ່ຕ້ອງການລົດກະບະທີ່ສະດວກສະບາຍ, ຫຼູຫຼາ, ທັນສະໄໝ ແລະ ຕອບໂຈດກັບການໃຊ້ງານ. ສະແດງໃຫ້ເຫັນວ່າລົດກະບະເປັນໄດ້ທັ້ງຍານພາຫະນະຂົນສົ່ງ ແລະ ເປັນໄດ້ທັງບ່ອນເຮັດວຽກເຄື່ອນທີ່ ພ້ອມລຸຍໄດ້ທຸກສະຖານະການ ຖ້າຫາກທ່ານເປັນຫນຶ່ງໃນກຸ່ມລູກຄ້າເຫຼົ່ານັ້ນ ທີ່ຕ້ອງການຄວາມສະດວກສະບາຍ ແລະ ຄວາມປອດໄພສູງສຸດໃນລົດກະບະ 1ໂຕນ Ford Ranger ຄືຕົວເລືອກທີ່ທ່ານຄວນເລືອກ.

ດ້ວຍຄວາມກວ້າງ ແລະ ທັນສະໄໝ ເໝາະສຳລັບຄອບຄົວ ຫຼື ເພື່ອນຮ່ວມງານ Ford Ranger ເປັນລົດກະບະທີ່ຂັບຂີ່ດີທີ່ສຸດໃນຕະກູນ segment ຂອງລົດກະບະ 1ໂຕນ ດ້ວຍເຄື່ອງຈັກ 2.0ລິດ ເທີໂບຄູ່ ທີ່ໃຫ້ກຳລັງແຮງມ້າ 213 ແຮງມ້າ ແລະ ແຮງບິດ 500 ແຮງບິດສູງກວ່າທຸກຄ້າຍ ມາພ້ອມເກຍອັດຕະໂນມັດ 10 ສະປີດ ໃຫ້ປະສິດທິພາບສຸດຍອດ.

ເມື່ອເວົ້າເຖິງຄວາມສາມາດທີ່ Ford Ranger ທີ່ໄດ້ຮັບລາງວັນ ສຸດຍອດແຫ່ງຜູ້ນຳລົດກະບະເທັກໂນໂລຢີນີ້ ສາມາດບັນທຸກໄດ້ເຖິງ 1,200 ກິໂລກຣາມ, ລົດກະບະທີ່ມີລະບົບລາກແກ່ ທີ່ສາມາດລາກແກ່ໄດ້ສູງເຖິງ 3,500 ກິໂລກຣາມ. Ford Ranger ຍັງບໍ່ໄດ້ມີດີພຽງແຕ່ຊ່ຳນີ້ ແຕ່ລົດກະບະ Ranger ຍັງເປັນລົດກະບະລຸ່ນທຳອິດ ແລະ ລຸ່ນດຽວໃນໂລກທີ່ໃຫ້ລະບົບຊ່ວຍຈອດອັດຕະໂນມັດ, ລະບົບເບຣກອັດຕະໂນມັດເມື່ອມີສິ່ງກີດຂວາງທາງດ້ານໜ້າ, ລະບົບແລ່ນໃນເລນ, ລະບົບເຕືອນຜູ້ຂັບຂີ່, ລະບົບຮັກສາຄວາມໄວແບບຮັກສາໄລຍະຫ່າງອັດຕະໂນມັດ, ພວງມະໄລໄຟຟ້່າແບບຜ່ອນແຮງ, ລະບົບສັ່ງງານດ້ວຍສຽງພາສາໄທ, ຖົງລົມນິລະໄພຮອບຄັນ6ຈຸດ, ລະບົບຊ່ວຍກະຈາຍແຮງເບຣກ, ລະບົບກັນສະບັດ ແລະ ລະບົບປອດໄພອື່ນໆ. ດ້ວຍລະບົບເທັກໂນໂລຢີຕ່າງໆທີ່ກວ່າມານີ້ Ford Ranger ໃຫ້ມາເໜື່ອກວ່າທຸກຄ້າຍໃນລຸ່ນດຽວກັນ. Ford Ranger ສາມາດເຮັດໄດ້ຫຼາຍກວ່າ ດັ່ງຄ່ຳຂວັນທີ່ວ່າ ໃຊ້ຊີວິດໃນແບບຂອງເຣນເຈີ

ຂໍ້ມູນອ້າງອິງຈາກ: https://www.whatcar.com/news/car-of-the-year-awards-2021-pick-up-of-the-year/n22447

ລົງທະບຽນເພື່ອຮັບສ່ວນຫຼຸດ