ໃນວັນທີ່ 4 ພະຈິກ ທີ່ຜ່ານມາth ລາວຟອດຊີຕີ ຮູ້ສຶກຍິນດີທີ່ມີຕົວແທນຜູ້ຊົງກຽດຈາກ ອົງການ Lao International Support Group ໂດຍປະກອບມີ ທ່ານນາງ ມາໂນລານ ດາລາວັງ, ທ່ານນາງ ປະທຸມພອນ ເພັດສະວົງ, ທ່ານນາງ ຈຳປາທອງ ທະລົງແສງຈັນ ເຂົ້າເຮົາມອບທືນຊ່ວຍເຫລືອໂຄງການ ປ້ອງກັນໄຟໄໝ້ ແລະ ນ້ຳຮ້ອນລວກ. ລາວຟອດຊີຕີ ຕະໜັກເຖິງຜົນງານອັນຍິ່ງໃຫຍ່ຂອງອົງການ Lao International Support Group ທີ່ໄດ້ສະໜັບສະໜູນໂຄງການ Interplast Programs, ໂດຍການຮ່ວມມືຮ່ວມໃຈ ຕໍ່ຕ້ານ ການຖືກໄຟໄໝ້ ແລະ ນຳ້ຮ້ອນລວກ. ຈາກຜົນງານອັນດີຂອງອົງການທີ່ໄດ້ຊີ້ໃຫ້ເຫັນສາເຫດຂອງການ ຖືກ ໄຟໄໝ້ ແລະ ນຳ້ຮ້ອນລວກ. ໂດຍການຊີ້ໃຫ້ເຫັນສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຫລັງຈາກຖືກໄຟໄໝ້ ແລະ ນ້ຳຮ້ອນລວກ, ແລະການຊ່ວຍເຫລືອ ຜູ້ປະສົບໄພໃຫ້ສາມາດເຂົ້າເຖິງຂໍ້ມູນທາງການແພດ ແລະ ການຮັກສາທີ່ຖືກຕ້ອງ. ຜ່ານຜົນງານອັນງົດງາມຂອງ ອົງການ …
ໃນວັນທີ 29 ຕຸລາ 2020, ລາວຟອດຊີຕີໄດ້ຈັດງານມອບສົ່ງລົດຕູ ຟອດ ທຣານຊິດສ ທີ່ ສຳນັກງານໃຫຍ່ບໍລິສັດ ດີເອດເອວ ນະຄອນຫລວງວຽງຈັນ, ໂດຍພວກເຮົາມີຄວາມພາກພູມໃຈຢ່າງຍິ່ງທີ່ບໍລິສັດ ດີເອດເອວລາວ ເລືອກໃຊ້ລົດຕູ້ ຟອດທຣານຊິດ, ເພື່ອເປັນສ່ວນໜຶ່ງຂອງລົດຮັບໃຊ້ຫ້ອງກນ ແລະ ການຂົນສົ່ງ, ສຳລັບລູກຄ້າຂອງ ດີເອດເອວ ລາວ ລົດຕູ້ຟອດທຣານຊິດສແມ່ນໄດ້ມີການປັບແຕ່ງ, ເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງ ດີເອດເອວລາວ ແລະ ມີພື້ນທີ່ຈັດເກັບເຄຶ່ອງ 10 ຄິວບິດ ແລະ ຮັບນ້ຳໜັກໄດ້ເຖິງ 1.6 ໂຕນ, ປະສານກັບຟີເຈີ້ຄວາມປອດໄພ. ຖືໄດ້ວ່າລົດຕູ້ຟອດທຣານຊິດເປັນທາງເລືອກທີ່ເໝາະສົມທີ່ສຸດສຳລັບວຽກການຂົນສົ່ງ ແລະ ທຸລະກິດ.
ໃນວັນທີ 24 ກັນຍາ 2020 ສະຖານທູດອາເມລິກາ ໄດ້ ສະຫລອງຄົບຮອບ 244 ປີ ແຫ່ງການປະກາດອິສະຫລະພາບຂອງສະຫະລັດອາເມລິກາ ທີ່ໂຮງແຮມ ຄລາວ ພາຊ້າ ນະຄອນຫລວງວຽງຈັນ.ເຊັ່ນດຽວກັນກັບທຸກປີທີ່ລາວຟອດຊີຕີ ໄດ້ຮັບກຽດເຂົ້າຮ່ວມເປັນໜຶ່ງໃນຜູ້ສະໜັບສະໜູນ ແລະ ຍັງນຳລົດຟອດເຊິ່ງເປັນລົດສາຍພັນອາເມລິກາແທ້ມາໂຊໃນງານອີກດ້ວຍ.
ຫລັງຈາກສະຖານະການ ໂຄວິດ 19 ໃນຖືກຄວບຄຸມໄດ້. ລາວຟອດຊີຕີ ໄດ້ໃຊ້ໂອກາດນີ້ ໂດຍຈັດການແຂ່ງຂັນກອບຂື້ນທີ່ສະໜາມລອງແທງ ກອບຄັບ ໂດຍໄດ້ເຊີນຕົວແທນຈຳໜ່າຍທົ່ວປະເທດ ແລະ ນັກທຸລະິດເຂົ້າຮ່ວມ. ຫລັງຈາກການແຂ່ງຂັນຈົບລົງແມ່ນໄດ້ມີການຮັບປະທານອາຫານທ່ຽງຮ່ວມກັນ. ແລະຍັງໄດ້ມີການໂອ້ລົມ ສຶກສາຫາລືກັນກ່ຽວກັບແຜນການພັດທະນາທຸລະກິດໃນອະນາຄົດ ແລະ ການເຕີບໃຫຍ່ໄປນຳກັນ. ໂດຍໃນງານນີ້ ເຮົາສາມາດປິດການຂາຍ ຟອດ ເຣນເຈີ ຈຳນວນ 6 ຄັນ. ໃນອານາຄົດພວກເຮົາມີແຜນທີ່ຈະຈັດງານປະເພດນີ້ຂື້ນອີກ ເລື່ອຍໆ
ໃນວັນທີ່ 1 ຕຸລາ 2020, ລາວຟອດຊີຕີ ເຊິ່ງເປັນບໍລິສັດໃນເຄືອຂອງ ອາເອັມເອ ກຣູບ ໄດ້ຈັດງານມອບໃບຍ້ອງຍໍໃຫ້ກັບພະນັກງານຜູ້ທີ່ເຮັດວຽກທີ່ບໍລິສັດຟອດ ຍາວນານເຖິງ 10ປີ. ເຊິ່ງໃນປີນີ້ມີຜູ້ໄດ້ຮັບລາງວັນຈຳນວນ 4 ທ່ານ. ເຊິ່ງໃນແຕ່ລະປີ ອາເອັມເອ ກຣຸບໄດ້ຈັດງານດັ່ງກ່າວຂື້ນເພື່ອເປັນການກະຕຸ້ນໃຫ້ພະນັກງານ ແລະ ໃນປີຕໍ່ໆໄປ.
ໃນວັນທີ 16 ກັນຍາ 2020 ລາວຟອດຊີຕີ ຈັດການປະຊຸມກັບສາຂາທົ່ວປະເທດ ໂດຍຈັດຂື້ນທີ່ ນະຄອນຫລວງ. ເຊິ່ງເປັນໂອກາດທີ່ດີໃນການແບ່ງປັນປະສົບການ, ການສະຫລຸບຜົນງານທີ່ຜ່ານມາ ແລະ ແຜນໃນອານາຄົດ. ບັນດາຜູ້ຈັດການ ແຕ່ລະສາຂາ, ການເງິນ,ຈັດຊື້, ຂົນສົ່ງ, ບຸກຂະລາກອນ ແລະ ຜູ້ທີ່ເຮັດຜົນງານໄດ້ດີ ເຂົ້າຮ່ວາມງານເພື່ອເຮັດໃຫ້ງານນີ້ປະສົບຜົນສຳເລັດ
Be the First Received Special Promotions