ສື່ມວນຊົນ

ງານພົບປະກຸ່ມນັກທຸລະກິດໃນປະເທດລາວ

ໃນວັນທີ 16 ພຶດສະພາ 2024, ກຸ່ມບໍລິສັດ RMA Lao ໄດ້ຈັດງານລ້ຽງພົບປະສັງສັນ VIP InterCham Networking Night ໃຫ້ແກ່ນັກທຸລະກິດ, ເຈົ້າຂອງທຸລະກິດ, ອົງການ NGO, ຜູ້ປະກອບການ ແລະ ສະຖານທູດ ເພື່ອປຶກສາຫາລືກ່ຽວກັບການປັບຕົວ ເພື່ອແລກປ່ຽນຄວາມຄິດຄວາມເຫັນ ແລະ ຮັບມືກັບວິກິດການເສດຖະກິດ. ພ້ອມ​ກັບ​ການ​ແລກປ່ຽນ​ປະສົບ​ການ​, ​ໃນ​ໂອກາດ​ພິ​ເສດ​ນີ້, ພວກ​ເຮົາ​ຍັງ​ໄດ້​ມີ​ໂອກາດ​ເປີດ​ເຜີຍແຜ່​ໂຄງການທີ່​ພົ້ນ​ເດັ່ນ​ຂອງພວກເຮົາໃນ​ປີ​ນີ້ອີກດ້ວຍ. ເຊິງບໍລິສັດ RMA Lao Group ເປັນບໍລິສັດທີ່ໃຫ້ບໍລິການຫຼາຍກວ່າການນໍາເຂົ້າລົດ Ford, Land Rover, ແລະ Mahindra ລວມທັງເຄື່ອງຈັກໜັກ ແລະ ການນໍາເຂົ້າອື່ນໆ. ພວກເຮົາຍັງໃຫ້ບໍລິການທາງດ້ານການເງິນ, ບໍລິການໃຫ້ເຊົ່າລົດ, ບໍລິການອາຫານ, ແລະບໍລິການກໍ່ສ້າງ ແລະ ສ້ອມແປງ. ເຊິງງານນີ້ໄດ້ເປີດໂອກາດໃຫ້ລູກຄ້າທີ່ເຂົ້າຮ່ວມທັງໝົດສາມາດເວົ້າ ແລະ ໂອ້ລົມເພື່ອຍົກລະດັບການດຳເນີນທຸລະກິດ ເພື່ອອໍານວຍຄວາມສະດວກໃນການແລກປ່ຽນຄວາມຄິດລະຫວ່າງເຈົ້າຂອງທຸລະກິດຊາວລາວທັງໝົດ, RMA Lao ໄດ້ຮັກສາຄວາມສຳພັນກັບ AustCham Lao ມາເປັນເວລາດົນນານ. …

ຂັບກໍ່ Fun ທ່ຽວກໍ່ Fin ກັບຟອດ ເທຣິທໍຣີ ທີ່ນ້ຳປຽນ ຢໍລະປາ

ວຽງຈັນ, ລາວ ໃນວັນທີ່ 11 ພຶດສະພາທີ່ຜ່ານມາ ລາວຟອດຊີຕີ ພ້ອມດ້ວຍລູກຄ້າທີ່ນຳໃຊ້ລົດຟອດ ເທີຣິທໍຣີ ອອກເດີນທາງຕາລາວານຮ່ວມເຮັດບູນ ຖວາຍສັງຂະທານ ແລະ ວັດສະດຸ ເຊັ່ນ: ຫີນ, ຊາຍ ແລະ ຊີມັງ ເພື່ອປະກອບສ່ວນເຂົ້າໃນການເທພ້ຶນເບຕົງເດີນວັດບ້ານ ທ່າຊ້າງ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ. ເຊິ່ງວັດບ້ານທ່າຊ້າງນີ້ ທີ່ມີພະພຸດທະຮູບອົງທີ່ໃຫຍ່ທີ່ສຸດໃນປະເທດລາວ ແລະ ກຳລັງເປັນສະຖານໂດງດັງຈາກຕົ້ນລານບານດອກ ເຊິ່ງເປັນຕຳນານລູກຄ້າແມ່ ໃຊ້ເວລາ 50 ຫາ 100 ປີໃນການອອກດອກ ຫຼັງຈາກເຂົ້າວັດເຮັດບູນແລ້ວ ທາງລາວຟອດຊີຕີ ຍັງໄດ້ຈັດກິດຈະກຳ ແລະ ແຈກຂອງລາງວັນອີກຫຼາກຫຼາຍ ງານນີ້ບອກໄດ້ເລີຍວ່າທັງມ່ວນ ທັງໄດ້ບູນ ແຖມໄດ້ລາງວັນກັບບ້ານອີກດ້ວຍ. ຂໍຂອບໃຈຄອບຄົວຄົນຮັກລົດ Ford Territory ຈໍານວນ 37 ຄັນ, ທີ່ພ້ອມຈະເດີນທາງ ແລະ ຮຽນຮູ້ຄຸນລັກສະນະພິເສດຂອງລົດ SUV ວ່າມີຈຸດເດັ່ນ ແລະ ໃຊ້ງານແບບໃນການເດີນທາງໄກ. ຄາລາວານລົດຟອດ “ຂັບກໍ່ …

ງານສຳເໜີລົດບໍລິການເຄື່ອງ

ລາວຟອດຊີຕີ ພ້ອມທີ່ຈະເປີດປະສົບການ ໃຫ້ທ່ານໄດ້ສຳຜັດເຖິງຄວາມສະດວກສະບາຍໃນການບຳລຸງຮັກສາຍານພາຫະນະຂອງທ່ານແບບເຖິງທີ່ ດ້ວຍການເພີ່ມບໍລິການສ້ອມແປງແບບເຄື່ອນທີ່ ທີ່ທ່ານສາມາດເອີ່ນຫາລາວຟອດຊີຕີໄດ້ຕະຫຼອດ 24 ຊົ່ວໂມງ ໃນວັນທີ່ 27 ກຸມພາ ຕົວແທນຜູ້ຈັດຈຳໜ່າຍລົດຟອດ ບໍລິສັດ ລາວຟອດຊີຕີ ໄດ້ເສີມທັບຍົກລະດັບການບໍລິການໃຫ້ລູກຄ້າຕະຫຼາດລາວ ດ້ວຍການເປີດຕົວລົດ Next-Gen Ford Mobile Service ພ້ອມທີ່ຈະມາເສີມທັບໃຫ້ກັບລາວຟອດຊີຕີທຸກສາຂາທົ່ວປະເທດລາວ ຜ່ານການນນຳສະເໜີຂອງທ່ານ ສົມບູນ ລົດສ້ອມແປງບໍລິການເຄື່ອນທີ່ລຸ່ນນີ້ ໄດ້ໃຊ້gໄດ້ໃຊ້ເຄື່ອງຈັກ 2.0ລິດ ເທີໂບ ມາພ້ອມລະບົບຂັບເຄື່ອນ 4×4, ອຸປະກອນການໃຊ້ງານແບບຄົບຄັນສຳລັບໄວ້ລົງສະໜາມແບບເຕັມຕົວ ເພື່ອຕອບໂຈດກັບພາລະກິດສຸກເສີມຕ່າງໆ ທາງດ້ານຫຼັງຈະມາພ້ອມກັບຫ້ອງເກັບເຄື່ອງ ແລະ ຫ້ອງປະຕິບັດການຕົວຈິງ ເຊັ່ນ: ພຶ້ນທີ່ຈັດເກັບເຄື່ອງມືຊ່າງ, ປ້ຳລົມ, ທໍ່ລົມ ແລະ ໝໍ້ໄຟເສີມ, ປັກຈ່າຍໄຟ 220V, ຊັ້ນວາງເຄື່ອງ, ປ້ຳລົມແມ່ແຮງ, ຖັງເກັບນ້ຳ ແລະ ແຜງໂຊລ້າເຊວ ທັງໝົດນີ້ກໍ່ເພື່ອການກຽມພ້ອມບໍລິການສຸກເສີນໃຫ້ແກ່ລຸກຄ້າທີ່ເກີດເຫດຈຳເປັນລະຫວ່າງການເດີນທາງ ສຳລັບລົດບໍລິການສ້ອມແປງເຄື່ອນທີ່ຂອງພວກເຮົາແມ່ນຈະໃຫ້ບໍລິການລູກຄ້າແບບ onsite service ເຊິ່ງເຮົາສາມາດໃຫ້ບໍລິການລູກຄ້າພາຍໃນນະຄອນຫຼວງວຽງຈັນ ໃນກໍລະນີທີ່ລູກຄ້າບໍ່ສາມາດນຳລົດເຂົ້າມາທີ່ສູນບໍລິການຂອງພວກເຮົາ ຫຼື ທ່ານໃດທີ່ບໍ່ສະດວກນຳລົດເຂົ້າມາກວດເຊັກ ຫຼື …

ງານເປີດຕົວລົດຟອດ Ranger 2.0L, Ranger Stormtrak ແລະ Everest Wildtrak

ສະດວກສະບາຍ ແລະ ຫຼູຫຼາ, ທັງສາມລຸ້ນດັ່ງກ່າວໄດ້ຍົກລະດັບມາດຕະຖານຂອງຕະຫຼາດລົດ SUV ຂອງລາວໄປອີກລະດັບໜຶ່ງ.   ພວກເຮົາມີຄວາມຕື່ນເຕັ້ນທີ່ຈະເປັນຈຸດສໍາຄັນອີກອັນຫນຶ່ງດ້ວຍການເປີດຕົວສາມລຸ່ນໃຫມ່ເຊິ່ງພວກເຮົາໝຸ່ງໝັ້ນທີ່ຈະພັດທະນາລົດ SUV ທີ່ມີປະສິດຕິພາບ ແລະ ສະດວກສະບາຍທີ່ຫຼູຫຼາດ້ວຍລັກສະນະການພະຈົນໄພທີ່ສາມາດຊ່ວຍໃຫ້ທ່ານຂັບຂີ່ໃນທຸກສະພາບຖະໜົນ ດ້ວຍຮູບຊົງທີ່ໃໝ່, ດຸດັນກວ່າ ແລະ ການອອກແບບທີ່ລ້ຳສະໄໝ. ເປັນອີກໜຶ່ງລົດ SUV ທີ່ດຶງດູດຄົນເບິ່ງເວລາຂັບຂີ່ເທິງທ້ອງຖະໜົນ. ອີກໜຶ່ງລະດັບປະສົບການ ການຂັບຂີ່ມາພ້ອມຄວາມສະດວກສະບາຍ   Ford Everest Wildtrak ລຸ່ນໃໝ່ລ່າສຸດ ທີ່ອອກແບບມາສະເພາະສຳລັບຄອບຄົວ ພ້ອມກັບຄວາມອະເນກປະສົງໃນການຜະຈົນໄພ, ພ້ອມຄວາມສາມາດສູງ, ແລະ ເທັກໂນໂລຢີທີ່ເໜືອກວ່າໃນລົດ SUV ກຸ່ມດຽວກັນ ພ້ອມໃຫ້ທ່ານເພີດເພີນໄປກັບການຂັບຂີ່. Everest Wildtrak ມາພ້ອມກັບເຄື່ອງຈັກ 2.0L Bi-Turbo ຈັບຄູ່ກັບລະບົບເກຍອັດຕະໂນມັດ 10-speed e-Shifter 6 ໂຫມດການຂັບຂີ່ທຸກສະພາບຖະໜົນ: ໂໝດປົກກະຕິ, ປະຢັດ, ລາກແກ່, ທາງມື່ນ, ທາງຕົມ/ຮ່ອງ, ແລະ ທາງຊາຍພາຍໃນຫ້ອງໂດຍສານໄດ້ຮັບການອອກແບບໃໝ່ທັງໝົດດ້ວຍເບາະໜັງສັງເຄາະສີດຳທີ່ຕົກແຕ່ງດ້ວຍດ້າຍສີສົ້ມ ແລະ ໂລໂກ້ ‘Wildtrak’ ສຳລັບເບາະຄູ່ໜ້າ …

ລາວຟອດຊີຕີສະໜັບສະໜູນສູນສຶກສາບົກຜ່ອງດ້ານການໄດ້ຍິນ

ນະຄອນຫຼວງວຽງຈັນ, ລາວ ໃນວັນທີ 8 ເດືອນ ກັນຍາທີ່ຜ່ານມາ ບໍລິສັດລາວຟອດຊີຕີໃດ້ມອບເຄື່ອງບໍລິຈາກໃຫ້ແກ່ ໂຮງຮຽນ ມືແຫ່ງຄວາມຫວັງ ສູນສຶກສາຜູ້ບົກຜ່ອງທາງດ້ານການໄດ້ຍິນ ທີ່ບ້ານໜອງບົວ ເມືອງໄຊທານີ ເຊິ່ງສ້າງຂຶ້ນເມື່ອປີ 2010 ຈາກກຸ່ມອາສາສະມັກທັງຄົນລາວ ແລະ ອີກຫຼາຍໆປະເທດທີ່ໃຫ້ການຊ່ວຍເຫຼືອ ພາຍໃນໂຮງຮຽນມີເດັກນ້ອຍທັງໝົດ 24 ຄົນທີ່ອາໃສພັກເຊົ່າຢູ່ໂຮງຮຽນ ເດັກນ້ອຍສ່ວນໃຫ່ຍແມ່ນເດັກນ້ອຍທີ່ເປັນເດັກກຳພ້າ ແລະ ໃດ້ອາໃສສູນການສຶກສານີ້ເປັນທີ່ອາໃສ. ບໍລິສັດລາວຟອດຊີຕີໃດ້ມອບຕູ້ເເຊອາຫານ ແລະ ອຸປະກອນເຄື່ອງໃຊ້ສຳລັບແຕ່ງກິນໃຫ້ກັບໂຮງຮຽນ ເພື່ອອຳນວຍຄວາມສະດວກໃນການປຸງແຕ່ງອາຫານໃຫ້ເດັກນ້ອຍ ພ້ອມດຽວກັນນີ້ທາງລາວຟອດຊີຕີຍັງໃດ້ຂຶ້ນແຜນໃຫ້ການສະໜັບສະໜູນ ງານສະເຫຼີມສະຫຼອງວັນພາສາມືສາກົນ ຄັ້ງທີ 2 ທີ່ຈະຈັດຂຶ້ນເປັນທາງການ ເຊິ່ງພາຍໃນງານໃດ້ສ້າງໃຫ້ເດັກນ້ອຍຄົນພິການມີຄວາມກ້າທີ່ຈະສະແດງອອກຫຼາຍຂຶ້ນ ແລະ ສັງຄົມໃດ້ເຫັນເຖິງຄວາມສາມາດຂອງນ້ອງໆຜູ້ພິການທາງການໄດ້ຍິນ. ທ່ານສາມາດຕິດຕາມຂ່າວສານນຳພວກເຮົາໃດ້ທີ່ເພດລາວຟອດຊີຕີ

ລາວຟອດຊີຕີສົ່ງມອບຄວາມຫ່ວງໃຍ ໃຫ້ພີ່ນ້ອງທີ່ປະສົບໄພນ້ຳຖ້ວມທີ່ເມືອງຄູນຄຳ, ແຂວງຄຳມ່ວນ

ເມືອງ ຄູນຄຳ, ແຂວງ ຄຳມ່ວນ, ລາວ. ບໍລີສັດ ລາວຟອດຊີຕີ ເຊິ່ງເປັນບໍລິສັດທີ່ຈັດຈຳໜ່າຍລົດຍົນຍີ່ຫໍ່ຟອດ ແລະ ການບໍລິການທາງດ້ານຍານຍົນ ແຕ່ເພື່ອຄວບຄູ່ກັນໄປກັນຄວາມຍືດຍຸ່ນຂອງສັງຄົມ ພວກເຮົາຍັງເຫັນເຖິງຄວາມສຳຄັນຂອງທຸກໆການເຄື່ອນໄຂທີ່ເກີດຂຶ້ນໃນສັງຄົມລາວໃນປະຈຸບັນ ແລະ ເຮົາກໍ່ເຫັນໄດ້ເລີຍວ່າໃນຊ່ວງຕົ້ນເດືອນສິງຫາທີ່ຜ່ານມານີ້ ເນື່ອງຈາກໃນຫຼາຍຂົງເຂດທົ່ວທຸກພາກໃນປະເທດລາວເຮົາ ມີຝົນຕົກໜັກຕິດຕໍ່ກັນຫຼາຍມື້ຈຶ່ງເຮັດໃຫ້ໃນຫຼາຍເຂດປະສົບກັບອຸຖົກກະໄພທາງທຳມະຊາດທີ່ເຮົາບໍ່ສາມາດຫຼີກຫຼ່ຽງໄດ້ ເຊິ່ງໃນນັ້ນໜັກສຸດກໍ່ຄືທາງພາກກາງໂດຍສະເພາະເມືອງຄູນຄຳ ແຂວງຄຳມ່ວນ ທີ່ໄດ້ຮັບຜົນກະທົບໜັກກວ່າທຸກເຂດ. ແຕ່ເຖິງຢ່າງໃດກໍ່ຕາມ ພວກເຮົາຄົນລາວບໍ່ຖິ້ມກັນ ສະນັ້ນ ບໍລິສັດ ລາວຟອດຊີຕີ ຂອງພວກເຮົາກໍ່ໄດ້ເຫັນເຖິງຄວາມຫຍຸ່ງຍາກຂອງສັງຄົມທີ່ເກີດຂຶ້ນໃນຄັ້ງນີ້ ພວກເຮົາຈຶ່ງໄດ້ປຶກສາຫາລືເພື່ອສົ່ງຕໍ່ຄວາມຫ່ວງໃຍເຖິງຊາວຜູ້ປະສົບໄພທີ່ໄດ້ຮັບຜົນກະທົບຈາກເຫດການອຸຖົກກະໄພນ້ຳຖ້ວມຄັ້ງຮຸນແຮງໃນຮອບ 10 ປີ ທີ່ເມືອງຄູນຄຳ, ແຂວງຄໍາມ່ວນ ໃນຊ່ວງທີ່ຜ່ານມາ. ເຊິ່ງໃນວັນທີ 9-10 ສິງຫາທີ່ຜ່ານມານີ້ ທາງບໍລິສັດ ລາວຟອດຊີຕີ ກໍ່ໄດ້ອອກເດີນທາງໄປບໍລິຈາກດ້ວຍຂະບວນລົດຟອດ 6 ຄັນ ໃນນັ້ນເປັນການນຳທັຍຂອງລົດຟອດ Bronco, Next-Gen Ranger Raptor V6, Next-Gen Ranger Wildtrak, Next-Gen Everest Trend ແລະ Next-Gen Ranger XLT …

ຟອດ ແຣນເຈີ ແຣັບເຕີ ແຈ້ງເກີດໃນສະໜາມ ເອເຊຍ ຄຣອດ ຄັນທີ ເເຣລີ 2023

ກຸງເທບມະຫານະຄອນ ປະເທດໄທ 9 ສິງຫາ 2023 – ຟອດປະເທດໄທ ປະກາດຮ່ວມມືກັບ ຟິວລິກ ອິນໂນເວຊັນ ມໍເຕີ ທີມແຂ່ງສຸດຍິ່ງໃຫຍ່ໃນວົງການມໍເຕີສະປອດໄທ ສົ່ງ ຟອດ ເຣນເຈີ ແຣັບເຕີ ເຈເນີເຣຊັນໃໝ່ ໃນການລົງສະໜາມເອເຊຍ ຄຣອດ ຄັນທີ ເເຣລີ 2023 (Asia Cross Country Rally – AXCR) 2023 ຫຼັງຈາກທີ່ຟອດໄດ້ຮັບໄຊຊະນະຈາກການແຂ່ງຂັນ 2022 SCORE-International Baja 1000 ແລະ ຊິງຕຳແໜ່ງແຊ້ມຄາດໂຊລູມ 2023 Finke Desert Race ໃນບໍ່ເທົ່າໃດເດືອນທີ່ຜ່ານມາ ໂດຍ ຟອດ ເຣນເຈີ ແຣັບເຕີ ເຈເນີເຣຊັນໃໝ່ ທີ່ໄດ້ຮັບສາຍາຈາກແຟນໆ ຊາວໄທວ່າເປັນລຸ່ນທີ່ ດຸດັນບໍ່ເກັງໃຈໃຜ ຈະພ້ອມລຸຍໃນສະໜາມການແຂ່ງຂັນທີ່ທ້າທາຍກ່ວາ 2,000 ກິໂລແມັດ ຈາກເມືອງພັດທະຍາ ປະເທດໄທ ໄປຈົນເຖິງປາກເຊ …

ລົງທະບຽນເພື່ອຮັບສ່ວນຫຼຸດ