ລາວຟອດຊີຕີເຂົ້າຮ່ວມງານ Ford RangerRaptorແລະEverest ທີ່ສະແດງໃຫ້ເຫັນເຖິງປະສິດທິພາບແລະຄວາມສາມາດທີ່ໂດດເດັ່ນ ທີ່” Ford next Level Experience” ທີ່ຊາປາ, ປະເທດຫວຽດນາມ.

ຊາປາ,ຫວຽດນາມ ວັນທີ່ 2 ມິຖູນາ 2023, ຕະຫຼາດຈຳໜ່າຍຟອດເອເຊຍ ປາຊີຟິກ (APDM),ຍິນດີຕ້ອນຮັບສື່ມວນຊົນທີ່ເມືອງ Sapa,ປະເທດ ຫວຽດນາມ , ເຊິ່ງເປັນສະຖານທີ່ໄດ້ຖືກເລືອກໂດຍສະເພາະສໍາລັບ ສະແດງໃຫ້ເຫັນຄວາມສາມາດແລະຫຼາກຫຼາຍເພື່ອຄວາມພ້ອມທີ່ຈະພະຈົນໄພ ໃນ next-generation Ranger Stormtrak, Everest Wildtrak, and Ranger Raptor ແລະ ແນ່ນອນ, ທາງລາວຟອດຊີຕີ້ເປັນໜຶ່ງໃນ APDMທີ່ໄດ້ເຂົ້າຮ່ວມງານໃນຄັ້ງນີ້,

ງານໃນດັ່ງກ່າວໄດ້ເລີ້ມຂັບຂີ່ທົດລອງຢູ່ຖະໜົນທີ່ຈະມຸ້ງໜ້າໄປສູ່ເມືອງຊາປາ, ເຊິງຈະເຮັດໃຫ້ຜູ້ເຂົ້າຮ່ວມໄດ້ສຳຜັດກັບປະສົບການ ແລະ ຄວາມສະດວກສະບາຍ, ຫຼັງຈາກນີ້, ຂະບວນລົດຟອດ ແລນເຈີ້ ແລະ ເອເວີເຣດ ຈະໄດ້ມຸ່ງໜ້າໄປທີ່ທະເລສາບ Seo My Ty ຢ່າງໝັ້ນໃຈ, ເຊິ່ງຢູ່ສູງເຖິງ 1,600 ແມັດ ຈາກລະດັບໜ້ານ້ຳທະເລ ແລະ ຍັງອອ້ມຮອບໄປດ້ວຍທິວທັດທຳມະຊາດພູຜາປ່າດົງອັນອຸດົມສົມບູນ ແລະ ທົ່ງນາທີ່ຂຽວງາມ.

ຫຼັງຈາກນັ້ນ, ໄດ້ເຊີນສື່ມວນຊົນໄປຢ້ຽມເບິີ່ງສາມສະຖານທີ່, ທີ່ຈະເປັນບ່ອນທົດສອບ ຟີເຈີ້ຂອງລົດໃໝ່.

  • ສະຖານີທີ່ 1: ເນັກເຈັນ ຟອດ ເເລນເຈີ້ ສຕອມແທັກ – ມາພ້ອມກັບລະບົບ Rack Flexible Rack, ຂອງແລນເຈີ ສຕອມເເທັກ ຊ່ວຍໃຫ້ຜູ້ຂັບຂີ່ສາມາດປັບໂໝດສະປອດໄດ້ຢ່າງງ່າຍດາຍໂດຍໃຊ້ມືພຽງຂ້າງດຽວ ແລະຍັງສາມາດຕັ້ງຄ່າໄດ້ເຖິງຫ້າຕຳແໜ່ງທີ່ແຕກຕ່າງກັນໂດຍໃຊ້ມືພຽງຂ້າງດຽວອີກດ້ວຍໂດຍສະເພາະຍ່າງຍິ່ງມັນມີຂີດຈຳກັດໂຫຼດສູງສຸດແບບໄດນາມິກທີ່ໜ້າປະທັບໃຈເຖິງ 80 ກິໂລກຣາມ ແລະສູງສຸກເຖິງ 250 ກິໂລກຣາມເມື່ອຫຍຸດນິ້ງ, ນອກຈາກນີ້ສື່ມວນຊົນຍັງມີໂອກາດໃຊ້ຟີເຈີ້ໃໝ່ນີ້ເພື່ອຂົນສົ່ງສິ່ງຂອງຕ່າງໆເຊັ່ນ; ເຮືອຄາຍັກ ແລະແຜ່ນ ເຊີບບອດ, ຈາກນັ້ນ, ຍັງມີໂອກາດໄດ້ເປີດປະສົບການ ການລິ້ນກິລາທາງນ້ຳອັນໜ້າຕື່ນເຕັ້ນໃນທະເລສາບ ເຊິ່ງມັນສະທ້ອນໃຫ້ເຫັນເຖິງການຜະຈົນໄພອັນນ້າຕື່ນເຕັ້ນຂອງ Ranger Stormtrak ສຳຫຼັບທ່ານທີ່ກຳລັງຊອກຫາລົດກະບະອະເນກປະສົງ.
  • ສະຖານີທີ່ 2 :ເນັກເຈັນເອເວີເຮດ ວາຍແທັກ – ຢູ່ທີ່ສະຖານີນີ້,ສື່ມວນຊົນຈະໄດ້ເຫັນຄວາມສາມາດທີ່ແທ້ຈິງຂອງລົດ SUV ສຳລັບຄອບຄົວ ທີ່ມີຄວາມປະສົມປະສານລະຫວ່າງ ການພະຈົນໄພ ແລະຄວາມສະດວກສະບາຍ, ຜູ້ເຂົ້າຮ່ວມຈະໄດ້ເພີດເພີນກັບການອອກເເບບທີ່ເປັນລາຍເຊັນຂອງ ວາຍແທັກ ທີ່ຍົກລະດັບຂຶ້ນອີກຂັ້ນ,ຄວາມທົນທານ ແລະ ການຂັບຂີ່ທີ່ມ່ວນ,ຍິ່ງໄປກ່ວານັ້ນ,ພວກເຂົາຈະໄດ້ປະສົບການ,ຍິ່ງໄປກວ່ານັ້ນ ພວກເຂົາຍັງຈະໄດ້ສຳຜັດກັບຄວາມສາມາດໃນການລຸຍນ້ຳ 800 ມມ ທີ່ນ້າປະທັບໃຈຂອງ ເນັກເຈັນ ເອເວີເຣດ ວາຍແທັກ ແລະຄວາມສາມາດໃນການຂັບເຄື່ອນ 4 ລໍ້ ໃນໂໝດທີ່ສາມາດເລືອກໄດ້ເຖິງ 6 ໂໝດ ເພື່ອປະສິດທິພາບສູງສຸດໃນທຸກສະພາບພຸມມິປະເທດ
  • ສະຖານີທີ່3 : ເນັກເຈັນ ຟອດເເລນເຈີເເຣບເຕີ (2.0ລິດ ແລະ 3.0ລິດ) – ອັດແໜ້ນໄປດ້ວຍ ປະສິດທິພາບຈາກ ດິເອັນເອ ຟອດ , ນີ້ແມ່ນລົດກະບະທີ່ມີສະມັດທະນະສູງທີ່ກ້າວຂ້າມຂີດຈຳກັດ ແລະ ທ້າໃຫ້ຜູ້ຂັບຂີ່ພິຊິດທຸກສະພາບຖະໜົນ, ຜູ້ເຂົ້າຮ່ວມຈະໄດ້ສຳລວດເສັ້ນທາງອອຟໂລດອ້ອມຮອບທະເລສາບ Seo My Ty ເຊິ່ງທາງທີ່ເປັນຫີນ,ຂີ້ຕົມ ແລະຊາຍ,ພວກເຂົາສາມາດສຳຜັດກັບຄວາມສາມາດຂອງ ເນັກເຈັນ Ranger Raptor  ໂດຍໃຊ້ໂໝດຂັບເຄຶ່ອນດ້ວຍກັນ 7ໂໝດແລະໃຊ້ ການຄວບຄຸມເສັ້ນທາງ ເຊິ່ງເປັນລະບົບຄວບຄຸມຄວາມໄວຄົງທີ່ແບບປັບໄດ້ເຊິ່ງອອກແບບມາສຳລັບເສັນທາງອອຟໂລດ ເພື່ອຂຶ້ນ ແລະລົງຢ່າງງາຍດາຍໃນຂະໜະທີ່ຫຼົບຫຼີກຈາກສິ່ງກີດຂວາງ, ກິດຈະກຳຄັ້ງນີ້ຍັງໄດ້ນຳສະເໜີເທັກໂນໂລຊີທີ່ຊ່ວຍເຫຼືອຜູ້ຂັບຂີ່ຂັ້ນສູງຂອງຟອດ ໄດ້ແກ່ ໂປຣແກຣມຄວາມຄຸມການຊົງໂຕດ້ວຍລະບົບໄຟຟ້າ( ESP) ,ລະບົບຄວາມຄຸມການມື່ນ ພ້ອມເບຣກໄຟຟ້າ,ລະບົບປ້ອງກັນການປີ້ນ(ROM) ແລະກ້ອງ 360 ອົງສາມາ,ພ້ອມດ້ວຍຄຸນລັກສະນະດ້ານຄວາມປອດໄພອື່ນໆ.

 

  • ກ່ຽວກັບຍານພາຫະນະຈາກການທົດລອງຂັບ

 

  • Next-Gen Ford Ranger Stormtrak ເປັນລົດກະບະພິເສດທີ່ອອກແບບມາເພື່ອຕອບສະໜອງຕໍ່ກັບບຸກຄົນທີ່ປະສົບກັບສິ່ງທ້າທາຍຕ່າງໆ. ຂັບເຄື່ອນດ້ວຍເຄື່ອງຈັກ 0L Bi-Turbo, Stormtrak ມາໃນລຸ້ນ 4×4 ແລະ 4×2. ມັນຍັງມີເຄື່ອງຊ່ວຍຈອດອັດຕະໂນມັດເຕັມຮູບແບບ, ຄຸນສົມບັດບຸກເບີກໃນພາກສ່ວນລົດກະບະ.

 

  • Next-Gen Ford Everest Wildtrak ມາພ້ອມກັບເຄື່ອງຈັກທີ່ຊົງພະລັງ 0L Bi-Turbo ຈັບຄູ່ກັບລະບົບເກຍອັດຕະໂນມັດ 10 ຈັງຫວະ, ສົ່ງກຳລັງເຖິງ 210PS ແລະ ແຮງບິດ.500Nm, ລົດSUV ນີ້​ມີ​ຄວາມ​ສາ​ມາດ 4WD ກັບ​ຫົກ​ຮູບ​ແບບ​ການ​ຂັບ​ຂີ່ ​ທີ່​ຈະ​ປັບ​ປະ​ສິດ​ທິ​ພາບ​ໃນ​ທົ່ວທຸກ​ດ້ານ​ຕ່າງໆ​ ເຫຼົ່ານີ້ລວມມີແບບປົກກະຕິ, ປະຫຍັດ, ລາກແກ່, ມື່ນ, ທາງຂີ້ຕົມ, ແລະ ຊາຍ.

 

  • ສຸດທ້າຍ, ຮຸ່ນ Next-Gen Ford Ranger Raptor, ທີ່ມີໃນກາຊວນ 0L ແລະ ແອັດຊັ່ງ 3.0L , ໄດ້ຮັບການພັດທະນາທີ່ສົມບູນແບບຈາກຮຸ່ນທໍາອິດ, ເຊິ່ງເຮັດໃຫ້ມີຮູບລັກສະນະທີ່ໂດດເດັ່ນຍິ່ງຂຶ້ນມາພ້ອມເຕັກໂນໂລຢີທີ່ກ້າວຫນ້າແລະຄຸນນະສົມບັດດ້ານຄວາມປອດໄພ.  ເຣນເຈີໃໝ່ນີ້ໄດ້ຮັບການສະໜັບສະໜູນຈາກໂຊກອັບ FOX ພ້ອມລະບົບກັນສັ່ນສະເທືອນຕາມຕຳເເໜ່ງເພື່ອເພີ້ມແຮງຈູງໃຈໃຫ້ຜູ້ທີ່ມັກລົດອອຟໂລດ ແລະຍັງຊ່ວຍໃຫ້ພວກເຂົາຍົກລະດັບການຜະຈົນໄພໄປອີກຂັ້ນ,

 

  • Ford Next Level Journey ໄດ້ຖືກຈັດຂື້ນເພື່ອສະແດງປະສິດທິພາບພິເສດຂອງລົດລຸ້ນລ້າສຸດ, ເຊິ່ງໄດ້ມີການພັດທະນາຢ່າງພິຖີພິຖັນໂດຍວິສະວະກອນຂອງ ຟອດເພື່ອສະເໜີໃຫ້ເຈົ້າຂອງລົດ ຟອດ ທີ່ມີຄຸນຄ່າຂອງພວກເຮົາມີທາງເລືອກທີ່ປັບປຸງໃໝ່ ແລະ ຫລາກຫລາຍ. ງານນີ້ແມ່ນໄດ້ມອບປະສົບການການຂັບຂີ່ທີ່ເລິກເຊິ່ງ, ຊ່ວຍໃຫ້ສື່ມວນຊົນໄດ້ສໍາຜັດກັບ ລະບົບສົ່ງກຳລັງ, ລະບົບສັ່ນສະເທືອນ ແລະ ຄວາມສະດວກສະບາຍທີ່ເພີ້ມຂຶ້ນຂອງພາຫະນະນີ້ທັ້ງພາຍນອກແລະພາຍໃນ ນອກຈາກນີ້ຍັງເນັ້ນການລວມຄຸນນະສົມບັດທີ່ຊ່ວຍເຫຼືອຜູ້ຂັບຂີ່ອັດສະລິຍະທີ່ທັ່ງມອບ ຄວາມອຸ່ນໃຈ ແລະ ຄວາມປອດໄພຕະຫຼອດການເດີນທາງ,ທ້າຍທີ່ສຸດແລ້ວກໍ່ຄືການຕອກຍ້ຳຄວາມເປັນຜູ້ນຳທີ່ບໍ່ມີການປ່້ຽນແປງຂອງພວກເຮົາໃນດ້ານເທັກໂນໂລຊີ ແລະນະວັດຕະກຳ ຍານພາຫະນະ “ທ່ານ ກະມົນຊະນົກ ປຣະເສີດສົມ” ຜູ້ອຳນວຍການ ຝ່າຍສື່ສານ ຟອດ ເອເຊຍ ແລະ APDM ກ່າວ.

ລົງທະບຽນເພື່ອຮັບສ່ວນຫຼຸດ