Author archives

ຟອດ ສະໜັບສະໜູນ ໂຄງການ ປ້ອງກັນໄຟໄໝ້ – ນ້ຳຮ້ອນລວກ

ໃນວັນທີ່ 4 ພະຈິກ ທີ່ຜ່ານມາth ລາວຟອດຊີຕີ ຮູ້ສຶກຍິນດີທີ່ມີຕົວແທນຜູ້ຊົງກຽດຈາກ ອົງການ Lao International Support Group ໂດຍປະກອບມີ ທ່ານນາງ ມາໂນລານ ດາລາວັງ, ທ່ານນາງ ປະທຸມພອນ ເພັດສະວົງ, ທ່ານນາງ ຈຳປາທອງ ທະລົງແສງຈັນ ເຂົ້າເຮົາມອບທືນຊ່ວຍເຫລືອໂຄງການ ປ້ອງກັນໄຟໄໝ້ ແລະ ນ້ຳຮ້ອນລວກ. ລາວຟອດຊີຕີ ຕະໜັກເຖິງຜົນງານອັນຍິ່ງໃຫຍ່ຂອງອົງການ Lao International Support Group ທີ່ໄດ້ສະໜັບສະໜູນໂຄງການ Interplast Programs, ໂດຍການຮ່ວມມືຮ່ວມໃຈ ຕໍ່ຕ້ານ ການຖືກໄຟໄໝ້ ແລະ ນຳ້ຮ້ອນລວກ. ຈາກຜົນງານອັນດີຂອງອົງການທີ່ໄດ້ຊີ້ໃຫ້ເຫັນສາເຫດຂອງການ ຖືກ ໄຟໄໝ້ ແລະ ນຳ້ຮ້ອນລວກ. ໂດຍການຊີ້ໃຫ້ເຫັນສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຫລັງຈາກຖືກໄຟໄໝ້ ແລະ ນ້ຳຮ້ອນລວກ, ແລະການຊ່ວຍເຫລືອ ຜູ້ປະສົບໄພໃຫ້ສາມາດເຂົ້າເຖິງຂໍ້ມູນທາງການແພດ ແລະ ການຮັກສາທີ່ຖືກຕ້ອງ. ຜ່ານຜົນງານອັນງົດງາມຂອງ ອົງການ …

ງານມອບລົດ ຕູ້ຟອດ ທຣານຊິດສ ໃຫ້ກັບ ບໍລິສັດ ດີເອດເອວ

ໃນວັນທີ 29 ຕຸລາ 2020, ລາວຟອດຊີຕີໄດ້ຈັດງານມອບສົ່ງລົດຕູ ຟອດ ທຣານຊິດສ ທີ່ ສຳນັກງານໃຫຍ່ບໍລິສັດ ດີເອດເອວ ນະຄອນຫລວງວຽງຈັນ, ໂດຍພວກເຮົາມີຄວາມພາກພູມໃຈຢ່າງຍິ່ງທີ່ບໍລິສັດ ດີເອດເອວລາວ ເລືອກໃຊ້ລົດຕູ້ ຟອດທຣານຊິດ, ເພື່ອເປັນສ່ວນໜຶ່ງຂອງລົດຮັບໃຊ້ຫ້ອງກນ ແລະ ການຂົນສົ່ງ, ສຳລັບລູກຄ້າຂອງ ດີເອດເອວ ລາວ ລົດຕູ້ຟອດທຣານຊິດສແມ່ນໄດ້ມີການປັບແຕ່ງ, ເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງ ດີເອດເອວລາວ ແລະ ມີພື້ນທີ່ຈັດເກັບເຄຶ່ອງ 10 ຄິວບິດ ແລະ ຮັບນ້ຳໜັກໄດ້ເຖິງ 1.6 ໂຕນ, ປະສານກັບຟີເຈີ້ຄວາມປອດໄພ. ຖືໄດ້ວ່າລົດຕູ້ຟອດທຣານຊິດເປັນທາງເລືອກທີ່ເໝາະສົມທີ່ສຸດສຳລັບວຽກການຂົນສົ່ງ ແລະ ທຸລະກິດ.

ຮ່ວມສະເຫລີມສະຫລອງວັນຊາດຂອງອາເມລິກາ

ໃນວັນທີ 24 ກັນຍາ 2020 ສະຖານທູດອາເມລິກາ ໄດ້ ສະຫລອງຄົບຮອບ 244 ປີ ແຫ່ງການປະກາດອິສະຫລະພາບຂອງສະຫະລັດອາເມລິກາ ທີ່ໂຮງແຮມ ຄລາວ ພາຊ້າ ນະຄອນຫລວງວຽງຈັນ.ເຊັ່ນດຽວກັນກັບທຸກປີທີ່ລາວຟອດຊີຕີ ໄດ້ຮັບກຽດເຂົ້າຮ່ວມເປັນໜຶ່ງໃນຜູ້ສະໜັບສະໜູນ ແລະ ຍັງນຳລົດຟອດເຊິ່ງເປັນລົດສາຍພັນອາເມລິກາແທ້ມາໂຊໃນງານອີກດ້ວຍ.

ການແຂ່ງຂັນກອບ

ຫລັງຈາກສະຖານະການ ໂຄວິດ 19 ໃນຖືກຄວບຄຸມໄດ້. ລາວຟອດຊີຕີ ໄດ້ໃຊ້ໂອກາດນີ້ ໂດຍຈັດການແຂ່ງຂັນກອບຂື້ນທີ່ສະໜາມລອງແທງ ກອບຄັບ ໂດຍໄດ້ເຊີນຕົວແທນຈຳໜ່າຍທົ່ວປະເທດ ແລະ ນັກທຸລະິດເຂົ້າຮ່ວມ. ຫລັງຈາກການແຂ່ງຂັນຈົບລົງແມ່ນໄດ້ມີການຮັບປະທານອາຫານທ່ຽງຮ່ວມກັນ. ແລະຍັງໄດ້ມີການໂອ້ລົມ ສຶກສາຫາລືກັນກ່ຽວກັບແຜນການພັດທະນາທຸລະກິດໃນອະນາຄົດ ແລະ ການເຕີບໃຫຍ່ໄປນຳກັນ. ໂດຍໃນງານນີ້ ເຮົາສາມາດປິດການຂາຍ ຟອດ ເຣນເຈີ ຈຳນວນ 6 ຄັນ. ໃນອານາຄົດພວກເຮົາມີແຜນທີ່ຈະຈັດງານປະເພດນີ້ຂື້ນອີກ ເລື່ອຍໆ

ລາງວັນພະນັກງານທີ່ເຮັດວຽກກັບບໍ່ລິສັດເປັນເວລາດົນ

ໃນວັນທີ່ 1 ຕຸລາ 2020, ລາວຟອດຊີຕີ ເຊິ່ງເປັນບໍລິສັດໃນເຄືອຂອງ ອາເອັມເອ ກຣູບ ໄດ້ຈັດງານມອບໃບຍ້ອງຍໍໃຫ້ກັບພະນັກງານຜູ້ທີ່ເຮັດວຽກທີ່ບໍລິສັດຟອດ ຍາວນານເຖິງ 10ປີ. ເຊິ່ງໃນປີນີ້ມີຜູ້ໄດ້ຮັບລາງວັນຈຳນວນ 4 ທ່ານ. ເຊິ່ງໃນແຕ່ລະປີ ອາເອັມເອ ກຣຸບໄດ້ຈັດງານດັ່ງກ່າວຂື້ນເພື່ອເປັນການກະຕຸ້ນໃຫ້ພະນັກງານ ແລະ ໃນປີຕໍ່ໆໄປ.

ລາວຟອດຊີຕີ ຈັດການປະຊຸມກັບສາຂາທົ່ວປະເທດ

ໃນວັນທີ 16 ກັນຍາ 2020 ລາວຟອດຊີຕີ ຈັດການປະຊຸມກັບສາຂາທົ່ວປະເທດ ໂດຍຈັດຂື້ນທີ່ ນະຄອນຫລວງ. ເຊິ່ງເປັນໂອກາດທີ່ດີໃນການແບ່ງປັນປະສົບການ, ການສະຫລຸບຜົນງານທີ່ຜ່ານມາ ແລະ ແຜນໃນອານາຄົດ. ບັນດາຜູ້ຈັດການ ແຕ່ລະສາຂາ, ການເງິນ,​ຈັດຊື້, ຂົນສົ່ງ, ບຸກຂະລາກອນ ແລະ ຜູ້ທີ່ເຮັດຜົນງານໄດ້ດີ ເຂົ້າຮ່ວາມງານເພື່ອເຮັດໃຫ້ງານນີ້ປະສົບຜົນສຳເລັດ

ເຣນເຈີ ແຣັບເຕີ

Ranger raptor ບໍ່ແມ່ນພຽງແຕ່ 150 mm ກ້ວາງກ່ວາ ແລະ 50mm ສູງກ່ວາ Ford Ranger ເທົ່ານັ້ນ. ແຕ່ໄດ້ມີການອອກແບບພິເສດສໍາລັບການຂັບຂີ່ Off-road ໂດຍສະເພາະ.

F-150 ແຣັບເຕີ

F150 Raptor ແມ່ນມີຮູບຊົງທີ່ແຂງແກ່ນ ແລະ ມີພະລະກໍາລັງທີ່ບໍ່ເຄີຍມີມາກ່ອນດ້ວຍຈັກລຸ້ນໃໝ່ເທີີໂບຄູ່, ອິນເຕີຄູ່ເລີ້ DOHC 24 ວາວທີ່ໃຫ້ພະລະກໍາລັງສູງ ຂະໜາດເຄື່ອງຈັກ 3,5L Ecoboost ລະບົບຫົວສີດແບບ Port fuel injection ແລະ Direct Fuel injection, ລະບົບເກຍ 10 ສະປີດ. ລະບົບຂັບເຄື່ອນ 4ລໍ້ແບບໃໝ່ພ້ອມຊ່ວງລ່າງສູງ3.0 ນິ້ວ Fox Racing shox.

ເອເວີເຣດທ໌

ແມ່ນໄດ້ມີການອອກແບບພິເສດທັງພາຍນອກ ແລະ ພາຍໃນ, Everest ແມ່ນໄດ້ຜະລິດເພື່ອການພະຈົນໄພຂັ້ນສູງສຸດ.ໄດ້ມີການຜະລິດເພື່ອການຂັບຂີ່ທີ່ມີສະພາບຫົນທາງທີ່ທຸລະກັນດານ ແລະ ບໍ່ຄາດຝັນ, ແຕ່ຍັງສາມາດມີການຂັບຂີ່ທີ່ມີລະດັບທາງຖະໜົນໃນເມືອງ ແລະ ມີພາຍໃນທີ່ໃຫ້ຄວາມສະດວກສະບາຍແບບ Premium.

ເທຣິທໍຣີ

All new territory ມາພ້ອມກັບໜ້າຈໍຂະໜາດ 10 ນິ້ວ ແລະ ກ້ອງ 360ອົງສາ, ລະບການສາກໂທລະສັບໄຮສາຍ ແລະ ອື່ນໆ.